ພິທີສະເຫຼີມສະຫຼອງສັນຍາບໍລິການຄຸ້ມຄອງການຜະລິດ ແລະ ບໍາລຸງຮັກສາເຂື່ອນໄຟຟ້ານໍ້າເທີນ 1

          ໃນຕອນເຊົ້າວັນທີ 02 ພະຈິກ 2022 ທີ່ຫ້ອງປະຊຸມຊັ້ນ1 ໂຮງແຮມ ເລີທາດຫຼວງດຼໍ ໄດ້ມີພິທີສະເຫຼີມສະຫຼອງສັນຍາບໍລິການຄຸ້ມຄອງການຜະລິດ ແລະ ບໍາລຸງຮັກສາເຂື່ອນໄຟຟ້ານໍ້າເທີນ 1. ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ສຸກສັນ ພົງພິລາ, ປະທານສະພາບໍລິຫານ ບໍລິສັດ E&E, ທັງເປັນຮອງຜູ້ອໍານວຍການບໍລິສັດ ຜະລິດໄຟຟ້າລາວມະຫາຊົນ.
          ບໍລິສັດ EDL-Gen O&M ແລະ ESCO EGCO ໄດ້ຮ່ວມກັນສ້າງຕັ້ງບໍລິສັດ E&E ໂດຍມີຈຸດປະສົງ ເພື່ອໃຫ້ບໍລິການທາງດ້ານການຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ເຂື່ອນໄຟຟ້ານໍ້າເທີນ1 ເຊິ່ງມີກໍາລັງຕິດຕັ້ງ ເທົ່າ ກັບ 650 MW ໃນນີ້ 520 ເມກາວັດ ສົ່ງຂາຍໃຫ້ EGAT ປະເທດໄທ ແລະ ອີກ 130 ເມ ກາວັດ ສົ່ງຂາຍໃຫ້ EDL ແລະ ໃຫ້ບໍລິການວຽກທີ່ຫຼາກຫຼາຍໃຫ້ແກ່ ເຂື່ອນໄຟຟ້າ ແລະ ໂຮງງານອຸດສະຫະກຳ ໃນ ສປປ ລາວ. ໂຄງການເຂື່ອນໄຟຟ້ານໍ້າເທີນ 1, ຕັ້ງຢູ່ ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ສປປ ລາວ, ໂດຍແມ່ນບໍລິສັດນໍ້າເທີນ 1 ພາວເວີ ຈຳກັດ ເປັນເຈົ້າຂອງໂຄງການ. ໂຄງການນີ້ໄດ້ເລີ່ມດຳເນີນການກໍ່ສ້າງ ລວມໄລຍະ ພັດທະນາໂຄງການທັງໝົດ 07 ປີ (2016-2022), ມີແຜນຜະລິດພະລັງງານໄຟຟ້າຕໍ່ ປີ ເທົ່າກັບ 2.480,9 GWh/ປີ.

          ໃນປີ 2021 ບໍລິສັດ E&E ໄດ້ເລີ່ມໃຫ້ບໍລິການ ທາງດ້ານການຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ໃນ ໄລຍະກະກຽມກ່ອນການຜະລິດໄຟຟ້າ ຢ່າງເປັນທາງການ (ຫຼື PRE-OPERATION SERVICE PERIOD) ໂດຍມີໄລຍະການປະຕິບັດສັນຍາປະມານ 12 ເດືອນ ຄື ຕັ້ງແຕ່ ວັນທີ 1 ສິງຫາ ປີ 2021 ເຖິງ ວັນທີ COD ຕົວຈິງ ກໍຄືວັນທີ 13/08/2022 ທີ່ຜ່ານມາ. 12 ພາຍຫຼັງທີ່ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ຮັບການ COD ຢ່າງເປັນທາງການ, ບໍລິສັດ E&E ກໍໄດ້ຮັບໂອກາດໃນ ການໃຫ້ບໍລິການວຽກຕາມສັນຍາ Operation and Maintenance Service Agreement for Operation Period, ເຊິ່ງມີໄລຍະສັນຍາທັງໝົດ 14 ປີ, ມີໜ້າວຽກດັ່ງນີ້: ວຽກ Operation ແລະ ການບໍລິຫານສັນຍາຊື້ຂາຍໄຟຟ້າ (PPA) ວຽກ Maintenance ເຂື່ອນໄຟຟ້າ ແລະ ສາຍສົ່ງ 500 kV ວຽກ Engineering Service ເຊິ່ງແມ່ນການໃຫ້ບໍລິການທາງດ້ານວິຊາການ ເຊັ່ນ ກຳນົດຂອບເຂດ ໜ້າວຽກ, ອອກ TOR ສຳລັບວຽກໂຄງການສ້ອມແປງໃຫຍ່. ປະຈຸບັນ ສັນຍາ Operation and Maintenance Service Agreement ລະຫວ່າງ ບໍລິສັດ ນໍ້າເທີນ 1 ພາວເວີ ຈຳກັດ ແລະ ບໍລິສັດ E&E ແມ່ນໄດ້ລົງນາມເປັນທີ່ຮຽບຮ້ອຍແລ້ວ ແລະ ມີຜົນບັງຄັບນັບຕັ້ງແຕ່ວັນທີ 14/08/2022 ເປັນຕົ້ນໄປ, ພ້ອມທັງ ໄດ້ຈັດພິທີ ສະເຫຼີມສະຫຼອງຄວາມສຳເລັດຂອງສັນຍາດັ່ງກ່າວ ໃນວັນທີ 02 ເດືອນ 11 ປີ 2022.

          ທ່ານ ນາງ ສຸກສັນ ພົງພິລາ, ປະທານສະພາບໍລິຫານ ບໍລິສັດ E&E ໄດ້ກ່າວໃນພິທີວ່າ ໃນນາມຕາງໜ້າໃຫ້ສະພາບໍລິຫານຂອງບໍລິສັດ E&E ຂໍສະແດງຄວາມຊົມເຊີຍ ຕໍ່ທຸກພາກສ່ວນ ທີ່ໄດ້ປະກອບສ່ວນເຮັດໃຫ້ສັນຍາຮັບເໝົາສະບັບນີ້ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ. ເຂື່ອນໄຟຟ້ານໍ້າເທີນ 1 ໄດ້ຮັບສຳປະທານໃຫ້ພັດທະນາ ແລະ ກໍ່ສ້າງ ຈາກລັດຖະບານ ສປປ ລາວ ຕັ້ງແຕ່ວັນທີ 14 ເດືອນມີຖຸນາ ປີ 2016 ເປັນຕົ້ນມາ ດ້ວຍອາຍຸສຳປະທານ 27 ປີ ນັບແຕ່ມື້ COD.. ສະນັ້ນແລ້ວ ບໍລິສັດ ESCO ແລະ EDL-GEN ຈຶ່ງຮ່ວມກັນສ້າງຕັ້ງບໍລີສັດເພື່ອທຳໜ້າທີ່ເຮັດ O&M ໃຫ້ເຂື່ອນໄຟຟ້ານໍ້າເທີນ1 . ບໍລິສັດ E&E ໄດ້ເລີ່ມປະຕິບັດ ໜ້າທີ່ບົດບາດຂອງຕົນ ນັບຕັ້ງແຕ່ ວັນທີ 14 ເດືອນ ສິງຫາ ປີ 2018 ເປັນຕົ້ນມາ. ຊຶ່ງເລີ່ມແລກ ຈາກສັນຍາ Pre-Operation Service Agreements ສັນຍາ Operation and Maintenance Services Agreement ໄດ້ລົງນາມກັນແລ້ວ ລະຫວ່າງ ບໍລິສັດ E&E Engineering and Services Company Limited ກັບບໍລິສັດ NT1 Company ໃນວັນທີ29/10/2022 ແລະ ມີຜົນບັງຄັບຍ້ອນຫລັງເຖິງວັນທີ 13/08/2022 ຊຶ່ງເປັນມື້ COD ຂອງນໍ້າເທີນ1.

ໂດຍ: ລຸງຟ້າ ອົບພະຈັນ