ບໍລິສັດ ພູເບ້ຍ ມາຍນິງ ມີການຜະລິດທີ່ເຂັ້ມແຂງໃນເຄິ່ງປີທໍາອິດຂອງປີ 2022

          ໃນເຄິ່ງປີທໍາອິດຈົນເຖີງວັນທີ 30 ມິຖຸນາ, ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ຜະລິດໂລຫະທອງໃນແຮ່ເຂັ້ມຂຸ້ນໄດ້ 17.987 ໂຕນ, ຜະລິດໂລຫະຄໍາຈາກແຮ່ໄດ້ 21.935 ອອນ ແລະ ເງິນ 101.122 ອອນ. ປະລິມານຂຸດຄົ້ນທັງໝົດແມ່ນ 10,3 ລ້ານໂຕນ ແລະ ສາມາດປ້ອນແຮ່ທອງ-ຄໍາເຂົ້າໂຮງງານໄດ້ 2,9 ລ້ານໂຕນ. ຄຸນນະພາບຂອງແຮ່ທອງ, ຄໍາ ແລະ ເງິນຢູ່ໂຮງງານ ພູຄໍາ ສະເລັ່ຍ 0,42 ສ່ວນຮ້ອຍ, 0,20 ກຣາມ/ໂຕນ ແລະ 1,48 ກຣາມ/ໂຕນ ຕາມລໍາດັບ. ປະສິດທິພາບການສະກັດແຮ່ທອງ ແມ່ນບັນລຸໄດ້ 81 ສ່ວນຮ້ອຍ.
          ໃນໄລຍະດຽວກັນ, ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນບ້ານ ຫ້ວຍຊາຍ ຜະລິດຄໍາໄດ້ 44.750 ອອນ ແລະ ເງິນໄດ້ 308.591 ອອນ. ຄຸນນະພາບຂອງແຮ່ ຄໍາ ແລະ ເງິນ ສະເລັ່ຍ 0,67 ກຣາມ/ໂຕນ ແລະ 7,21 ກຣາມ/ໂຕນ ຕາມລໍາດັບ ແລະ ປະສິດທິພາບການສະກັດຄໍາ ແມ່ນໃນອັດຕາ 78 ສ່ວນຮ້ອຍ.
          ທ່ານ ແດນນຽວ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານບໍລິສັດ ແພນອອສ໌ ກ່າວເຖີງຄວາມຕັ້ງໃຈ ແລະ ຄວາມມຸ້ງໝັ້ນທີ່ໜັກແໜ້ນຈາກພະນັກງານ ແມ່ນເປັນໃຈກາງຕໍ່ຜົນດໍາເນີນງານທີ່ດີຂອງບໍລິສັດ ພູເບ້ຍ ມາຍນິງເຊິ່ງເປັນບໍລິສັດທີ່ຈົດທະບຽນຢູ່ລາວຂອງແພນອອສ໌ໃນໄລຍະດັ່ງກ່າວ.

          ທ່ານ ແດນນຽວ ເຊັງກ່າວເພີ່ມຕື່ມວ່າ ຕະຫຼອດຕົ້ນປີຜ່ານມາ ບໍລິສັດ ຍັງຄົງສຸມໃສ່ການຜ່ານຜ່າສິ່ງທ້າທາຍໃນການດໍາເນີນງານເຊິ່ງມານໍາໂຄວິດ-19, ປົກປ້ອງພະນັກງານ ແລະ ສະໜັບສະໜູນລັດຖະບານ ລາວ.
          ໃນໄຕມາດທີໜຶ່ງຫາເດືອນ ມີນາ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ຈັດຕັ້ງປະຕິບັດການປ່ຽນແປງເພື່ອຄຸ້ມຄອງການແຜ່ລະບາດຂອພະຍາດໂຄວິດ-19 ທົ່ວເຂດດໍາເນີນງານຂອງບໍລິສັດ. ເຖີງແມ່ນການປ່ຽນແປງ ແມ່ນສໍາລັບແຮງງານ ແລະ ຜູ້ຢ້ຽມຢາມປະຈໍາສະໜາມຢູ່ລາວ ເປັນຫຼັກກໍ່ຕາມ, ຜົນໄດ້ຮັບ ແມ່ນໄດ້ຮັບທົ່ວເຂດດໍາເນີນງານທັງໝົດ.
          ທ່ານ ແດນນຽວ ເຊັງກ່າວວ່າ: “ການປ່ຽນແປງໃນມາດຕະການໂຄວິດ-19 ສໍາລັບແຮງງານ ແລະ ຜູ້ຢ້ຽມຢາມທີ່ຈະເຂົ້າສະໜາມ ສະທ້ອນເຖີງການປັບໂຕໄວຂອງບໍລິສັດ ເພື່ອຮັກສາການດໍາເນີນງານໃຫ້ປອດໄພ ແລະ ມີໝາກຜົນດີ. ພວກເຮົາ ຫຼຸດຈໍານວນວັນທີ່ກັກຕົວທີ່ ບໍລິສັດກໍໍານົດ ແລະ ຮຽກຮ້ອງໃຫ້ພະນັກງານມີຜົນກວດໂຄວິດແບບໄວເປັນລົບ ແລະ ໄດ້ຮັບການສັກຢາເຂັມກະຕຸ້ນທີ່ສາມຕ້ານໂຄວິດກ່ອນເຂົ້າສະໜາມ.”
          ໃນໄຕມາດທີສອງຮອດເດືອນ ມິຖຸນາ, ຈຸດສຸມຂອງບໍລິສັດປ່ຽນເປັນການສະໜັບສະໜູນພະນັກງານດ້ວຍແຜນຟື້ນຟູທາງດ້ານເສດຖະກິດໃຫ້ພະນັກງານລາວ. ເພື່ອຊ່ວຍໃຫ້ພະນັກງານຜ່ານຜ່າສະພາບເສດຖະກິດທີ່ໜັກໜ່ວງ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນ, ບໍລິສັດ ໄດ້ປະກາດການຈ່າຍເງິນໂບນັດພິເສດ, ການທົບທວນຄືນເງິນເດືອນ, ການຈ່າຍເງິນມື້ພັກປະຈໍາປີ ແລະ ປັບຄ່າເດີນທາງເພື່ອຊ່ວຍພະນັກງານຕະຫຼອດປີ 2022.
          ໃນໄຕມາດທີສອງ, ບໍລິສັດ ຍັງໄດ້ມອບ-ຮັບເສັ້ນທາງເບຕົງທີ່ລົງທຶນ 100 ສ່ວນຮ້ອຍໂດຍບໍລິສັດ ເຊິ່ງກໍ່ສ້າງສໍາເລັດໃໝ່ຢູ່ບ້ານ ນໍ້າໂມ້ ແຂວງ ໄຊສົມບູນ ໃຫ້ລັດຖະບານ ລາວ. ບໍລິສັດ ພູເບ້ຍ ມາຍນິງ ໄດ້ລົງທຶນ 1.422.500 ໂດລາສະຫະລັດ ໃນການກໍ່ສ້າງເສັ້ນທາງເບຕົງຍາວ 2.728 ກິໂລແມັດ ແລະ ກວ້າງ 6 ແມັດເຊິ່ງເລີ່ມແຕ່ເສັ້ນທາງໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ຫາໂຮງຮຽນມັດທະຍົມສົມບູນບ້ານ ນໍ້າໂມ້.

          ຕະຫຼອດໄລຍະເຄິ່ງປີທໍາອິດ, ບໍລິສັດ ສືບຕໍ່ສະໜັບສະໜູນລັດຖະບານ ລາວ ຕໍ່ສູ້ໂຄວິດ-19. ໃນເດືອນ ມັງກອນ, ບໍລິສັດ ໄດ້ມອບຊຸດເຄື່ອງກວດຫາໂຄວິດແບບໄວ 10.000 ຊຸດໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ນະຄອນຫຼວງວຽງຈັນ ແລະ ໂຮງງານໝໍແມ່ ແລະ ເດັກເກີດໃໝ່ຢູ່ ນະຄອນຫຼວງວຽງຈັນ. ໃນເດືອນ ມິຖຸນາ ບໍລິສັດ ໄດ້ມອບຜ້າປິດປາກ-ດັງ 100.000 ອັນໃຫ້ລັດຖະບານ ເພື່ອໄປແຈກຢາຍໃຫ້ສະຖານທີ່ທາງການແພດທົ່ວນະຄອນຫຼວງວຽງຈັນ.
          ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວຢໍ້າຕື່ມຜົນການຜະລິດທີ່ດີ ແມ່ນຍ້ອນບັນດາທີມງານທີ່ເຂັ້ມແຂງຢູ່ໂຄງການ ພູຄໍາ ແລະ ບ້ານ ຫ້ວຍຊາຍ. ທ່ານ ກ່າວວ່າ: “ການຜະລິດໃນຫົກເດືອນຕົ້ນປີ ໄດ້ສະແດງເຖີງການເຮັດວຽກ ແລະ ຄວາມພະຍາຍາມຢ່າງໜັກຂອງທີມດໍາເນີນງານ ແລະ ທີມບໍລິການ ສະໜັບສະໜູນທີ່ເຂັ້ມແຂງ ຜູ້ທີ່ໄດ້ຈັດຕັ້ງປະຕິບັດແຜນງານອັນສໍາຄັນ ເພື່ອຮັກສາໃຫ້ການຜະລິດສືບຕໍ່ຢູ່ສອງໂຮງງານ.”ບໍລິສັດ ແມ່ນພາກພູມໃຈໃນຄວາມມຸ້ງໝັ້ນຂອງບໍລິສັດ ເພື່ອຮັບປະກັນໃຫ້ເປົ້າໝາຍການຜະລິດ ບັນລຸຜົນ, ເຊິ່ງຈະສົ່ງຜົນປະໂຫຍດໃຫ້ລັດຖະບານ ແລະ ປະຊາຊົນລາວໃນອີກຫຼາຍໆປີຂ້າງໜ້າ.”

ແຫຼ່ງຂ່າວ: ບໍລິສັດ ພູເບ້ຍມາຍນິງ ຈຳກັດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ