ສອງກະຊວງ ເພີ້ມທະວີໃນການຮ່ວມມືໃນຂົງເຂດ ພະລັງງານ ແລະ ບໍ່ແຮ່

ສອງກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່

ເນື່ອງ​ໃນໂອ​ກາດເດີນ​ທາງຕິດ​ຕາມ​ການ​ຢ້ຽມ​າມ ຢ່າງ​ເປັນ​ທາງ​ການ​ຢູ່ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນະ​ຍົມ ຫວຽດ​ນາມ​ຂອງ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ລະຫວ່າງ ​ວັນ​ທີ 8-10 ມັງ​ກອນ 2022 ຜ່ານ​ມານີ້. ໃນ​ວັນ​ທີ 9 ມັງ​ກອນ 2022 ຢູ ໂຮງ​ແຮມ Melia Hanoi ນະ​ຄອນຫຼວງ​ຮ່າ​ໂນ້ຍ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ຫວຽນ ຮົ່ງ ຢຽມ (Nguyen Hong Dien) ລັດ​ຖະ​ມົນ​ຕີ​ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ.

ໃນ​ບັນ​ຍາ​ກາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ຄວາມ​ສຳ​ຄັນ​ນີ້ ທ່ານ ລັດ​ຖະ​ມົນ​ຕີ​ທັງ​ສອງ  ກໍ່​ພ້ອມ​ກັນ​ທົບ​ທວນ​ຄືນ​ໝາກ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ລັດ​ຖະ​ບານ ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ໂຄງ​ການ​ທີ່​ຕິດ​ພັນ​ກັບ​​ການ​ຄຸ້ມ​ຄອງ​ຂອງຂະ​ແໜງ​ການ​ຕົນ. ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຫ່ງ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຕໍ່​ການ​ພົບ​ປະຂອງ​ການ​ນຳ​ສອງ​ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສ​ສ. ຫວຽດ​ນາມ ແລະ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ສ​​ປປ​ລາວ ໃນ​ຄັ້ງ​ນີ້ ພ້ອມ​ກັນ​ນີ້, ທ່ານ ຫວຽນ ຮົ່ງ ຢຽມ ກໍ່​ໄດ້​ສະ​ແດງ​ຊົມ​ເຊີຍ​ຕໍ່ ທ່ານ ປອ ດາວ​ວົງ ພອນ​ແກ້ວ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ ລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ສ​ປ​ປ​ລາວ ຜູ້​ໃໝ່. ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ຕາງ​ໜ້າ​ໃຫ້​ຄະ​ນະ​ພັກ, ຄະ​ນະ​ນຳ ແລະ ພະ​ນັກ​ງານ-ລັດ​ຖະ​ກອນ ທົ່ວ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ອ້າຍ​ນ້ອງ ທີ່​ຍາມ​ໃດ​ກໍ່​ໃຫ້​ຄວາມ​ຮ່ວມ​ມື, ຊ່ວຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ​ຂະ​ແໜງ​ການ​ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ. ໃນ​ຕໍ່​ໜ້ານີ້, ທ່ານ ລັດ​ຖະ​ມົນ​ຕີ ທັງ​ສອງ ເຫັນ​ພ້ອມ​ກັນ​ວ່າ: ທັງ​ສອງ​ກະ​ຊວງ ຈະ​ພ້ອມ​ກັນ​​ເພີ່ມ​ທະ​ວີຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຂະ​ແໜງ​ການ​ໃຫ້​ເລິກ​ເຊິ່ງ; ຕິດ​ຕາມ, ຊຸກ​ຍູ້ ແລະ ສ​ະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ ໃຫ້ລົງ​ທຶນຫຼາຍ​ຂຶ້ນກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ.

ໃນ​ເວ​ລາ​ຕໍ່​ມາ ທ່ານ ປອ ດາວ​ວົງ ພອນ​ແກ້ວ ລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ກໍ່​ໄດ້​ຕ້ອນ​ຮັບ​ການ​ຢ້ຽມ​ຂ່ຳ​ນັບ​ຂອງ ທ່ານ ຫວຽນ ດຶກ ກື (Nguyen Duc Cu) ປະ​ທານ​ສະ​ພາ​ບໍ​ລິ​ຫານ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ໄຟ​ຟ້າ​ຫວຽດ​ນາມ-ລາວ  ເຊິ່ງ​ເປັນ​ຜູ້​ສຳ​ປະ​ທານ​ໂຄງ​ການ​ໄຟ​ຟ້າ​ເຊ​ຂະ​ມານ 1, ເຊ​ຂະ​ໝານ​ຊານ​ໄຊ ຢູ່​ເມືອງ ຊານ​ໄຊ ແຂວງ ອັດ​ຕະ​ປື ແລະ ໂຄງ​ການ​ໄຟ​ຟ້າ​ເຊ​ຂ​ະ​ໝານ3 ຢູ່​ເມືອງ ດາກ​ຈຶງ ແຂວງ ເຊກອງ ແລະ ທ່ານ ເຈືອງ ກວັກ ຫວຽດ (Truong Quoc Viet) ອຳ​ນວຍ​ການ​ບໍ​ລິ​ສັດ ຂາ​ອອກ-ຂາ​ເຂົ້າ​ລັອງ​ແທັ່ງ ພ້ອມ​ຄະ​ນະ​ຕື່ມ​ອີກ.

ຫຼັງ​ຈາກນັ້ນ, ວັນ​ທີ 10 ມັງ​ກອນ 2022 ທ່ານ ລັດ​ຖະ​ມົນ​ຕີ ທັງ​ສອງກໍ່​ໄດ້​ເຂົ້າ​ຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກໍາມະທິການຮ່ວມມືທະວີພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈໍາປີ 2022. ກອງປະຊຸມ ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ Melia Hanoi ນະ​ຄອນຫຼວງ​ຮ່າ​ໂນ້ຍ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຄະ​ນະ​ຜູ້​ແທນຝ່າຍ ສ​ປ​ປ​ລາວ ນ​ຳ​ໂດຍ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ຝ່າຍ​ຫວຽດ​ນາມ ນຳ​ໂດຍ ທ່ານຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົ​ມ ຫວຽດນາມ. ກອງ​ປະ​ຊຸມ​ຄັ້ງ​ນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໃນປີ 2021 ທີ່ຜ່ານມາ, ເຊິ່ງສາມາດບັນລຸຜົນສຳເລັດໃນຫລາຍດ້ານ ເປັນຕົ້ນການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ,   ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ

ສຳລັບທິດທາງແຜນການຮ່ວມມື ໃນປີ 2022 ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຖະແຫລງການຮ່ວມ ແລະ ຂໍ້ຕົກລົງລະຫວ່າງ ການນໍາຂັ້ນສູງຂອງສອງປະເທດໃຫ້ເປັນຮູບປະທຳ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ;  ສອງຝ່າຍສູ້ຊົນຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂຶ້ນ 10-15% ທຽບໃສ່ປີຜ່ານມາ, ສືບຕໍ່ຜັນຂະຫຍາຍການບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ,ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ;ຄຽງຄູ່ກັນນີ້ ສອງຝ່າຍ ກໍຈະພ້ອມກັນສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂ ເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ;

ພາຍຫລັງສຳເລັດກອງປະຊຸມ, ສອງນາຍົກລັດຖະມົນຕີ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືຂອງບັນດາກະຊວງ ແລະ ພາກທຸລະກິດສອງປະເທດ ຈຳ ນວນ 09 ສະບັບ, ໃນນີ້ພາກລັດວິສາຫະກິດ 01 ສະບັບ ຄື: ມອບ-ຮັບໃບຢັ້ງຢືນຂໍ້ຜູກພັນກ່ຽວກັບການເພີ່ມອັດຕາສ່ວນກຳມະສິດຂອງ ລັດຖະບານລາວຈາກ 20% ຂຶ້ນເປັນ 60% ຂອງທ່າເຮືອຫວຸງອາງ 1,2,3 ທຶນຈົດທະບຽນ ໃນບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ; ຕິດພັນກັບຂະແໜງ ພະລັງງານ ແລະ ບໍ່ແຮ່ ແມ່ນໄດ້ເຊັນສັນຍາຊື້-ຂາຍໄຟຟ້າ ​​​(PPA) ໂຄງການເຂື່ອນໄຟຟ້ານໍ້າຊໍາ 3A ລະຫວ່າງບໍລິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ກັບ ລັດວິສຫະກິດໄຟຟ້າຫວຽດນາມ.

ພິເສດ, ສອງຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງ ການສະເຫລີມສະຫລອງ ປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນ ເພື່ອໃຫ້ຄົນຮຸ່ນຫລັງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ;

ຕອນ​ບ່າຍ​ຂອງມື້​ດຽວ​ກັນ, ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ​ ບໍ່​ແຮ່ ສ​ປ​ປ​ລາວ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສ​ສ ຫວຽດ​ນາມ ຍັງ​ໄດ້​ເຂົ້າ​ຮ່ວມກອງປະຊຸມພົບປະທຸລະກິດລາວ ແລະ ຫວຽດນາມ ໂດຍມີ 02 ນາຍົກລັດຖະມົນຕີ ເຂົ້າເປັນປະທານຮ່ວມກອງປະຊຸມດັ່ງກ່າວ ເພື່ອໃຫ້ນັກທຸລະກິດສອງຝ່າຍໄດ້ຮ່ວມມືລົງທຶນ, ຊຸກຍູ້-ຊອກຫາທາງອອກ, ສ້າງເງື່ອນໄຂຂໍ້ສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ຂອງບັນດາທຸລະກິດ ຫວຽດນາມ ລົງທຶນ ຢູ່ ລາວ ແລະ ທຸລະກິດລາວ ລົງທຶນ ຢູ່ຫວຽດນາມ

ຂໍ້​ມູນ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ