ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຫ້ອງການ ໃນຖານະທີ່ເປັນເສນາທິການໃຫ້ການນຳກະຊວງ ໃນໄລຍະຜ່ານມາ ແລະ ສະເໜີວຽກງານຈຸດສຸມໃນຕໍ່ໜ້າ. ຫຼັງຈາກນັ້ນ, ບັນດາ ທ່ານ ຮອງຫົວໜ້າຫ້ອງການ, ຄະນະພະແນກ ແລະ ພະນັກງານລັດຖະກອນ ໄດ້ຜັດປ່ຽນກັນແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ສະເໜີບາງຂໍ້ຄິດເຫັນ ເພື່ອໃຫ້ຂັ້ນເທິງໄດ້ພິຈາລະນາແກ້ໄຂ.
ຕອນທ້າຍຂອງກອງປະຊຸມ ທ່ານ ຮອງລັດຖະມົນຕີໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນໝົດ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫ້ອງການກະຊວງຍາດມາໄດ້ຕະຫຼອດໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າມີຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດທີ່ໜັກແໜ້ນ, ມີປະສິດທິພາບ, ມີປະສິດທິຜົນ.