ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ ເຂົ້າພົບ ຄະນະການນໍາລະດັບສູງ ແຫ່ງ ສປປ ລາວ Post author:mem admin Post published:10/04/2023 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນລະຫວ່າງວັນທີ 6-7 ເມສາ 2023 ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ ເຂົ້າພົບ ຄະນະການນໍາລະດັບສູງ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ເຊັ່ນ: ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ງາມປະສົງ ເມືອງມານີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ຈຸດປະສົງໃນການເຂົ້າພົບການນໍາລະດັບສູງ ແຫ່ງ ສປປ ລາວ ໃນຄັ້ງນີ້, ເພື່ອລາຍງານຄວາມກ້າວໜ້າໃນການດໍາເນີນງານຂອງ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ຖືໂອກາດນີ້ອວຍພອນປີໃໝ່ ເນື່ອງໃນໂອກາດປີໃໝ່ລາວ ປີ 2023.ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ You Might Also Like ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງຜົນສຳເລັດ ການຜະລິດໂຄງການ ໂບຣມິນ 10.000 ໂຕນ/ປີ 07/06/2023 ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືດ້ານທຸລະກິດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ 09/10/2024 ກອງປະຊຸມທາບທາມຄຳຄິດເຫັນຕໍ່ການປັບປຸງກົດໝາຍ ວ່າດ້ວຍແຮ່ທາດ 04/07/2023
ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງຜົນສຳເລັດ ການຜະລິດໂຄງການ ໂບຣມິນ 10.000 ໂຕນ/ປີ 07/06/2023
ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືດ້ານທຸລະກິດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ 09/10/2024