ບໍລິສັດ ຊີໂນອາກຣີ ໂປຕາສ ໄດ້ຮັບສິດຈາກລັດຖະບານ ໃຫ້ດຳເນີນການສໍາຫຼວດ ພັດທະນາບໍ່ແຮ່ ເກືອໂປຕາສ ຢູ່ແຂວງຄຳມ່ວນ

          ວັນທີ 28 ພະຈິກ 2022 ຜ່ານມາ, ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີການລົງນາມໃນສັນຍາວ່າດ້ວຍການສໍາຫຼວດແຮ່ເກືອໂປຕາສ ຢູ່ເຂດບ້ານໜອງລົ່ມ ເມືອງໜອງບົກ ແຂວງຄໍາມ່ວນ ໃນເນື້ອທີ່ 48,52 ກິໂລຕາແມັດ. ຕາງໜ້າລັດຖະບານ ລົງນາມໂດຍ ທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ປະທານບໍລິສັດ ຊີໂນອາກຣີ ໂປຣາສ ເປັນຜູ້ລົງນາມຕາງໜ້າບໍລິສັດ. ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງໆ ຄຳມ່ວນ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

          ການເຊັນສັນຍາຄັ້ງນີ້, ບໍລິສັດ ຊີໂນອາກຣີ ໂປຕາສ ຈະໄດ້ຊີເຈາະເພື່ອສໍາຫຼວດແຮ່ເກືອໂປຕາສ. ເມື່ອໂຄງການກໍ່ສ້າງສຳເລັດ ຈະເປັນຖານການຜະລິດຝູ່ນໂປຕາສ ທີ່ໃຫຍ່ອັນດັບ 4 ຂອງໂລກ. ບໍລິສັດຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາ ສປປ ລາວ ໃນປີ 2009 ເພື່ອດຳເນີນທຸລະກິດດ້ານການຂຸດຄົ້ນ ແລະ ຈຳໜ່າຍຝຸ່ນໂປຕາສ, ຮອດປັດຈຸບັນ ບໍລິສັດ ໄດ້ດໍາເນີນການຂຸດຄົ້ນ ແລະຜະລິດເກືອໂປຕາສແລ້ວ 13 ປີ ແລະ ໄດ້ຮັບສິດສໍາປະທານເກືອໂປຕາສທັງໝົດໃນແຂວງຄໍາມ່ວນ, ມີຊັບພະຍາກອນສໍາຮອງ ໂປຕາສຊຽມ ຄລໍໄຣ ຫຼາຍກວ່າ 829 ລ້ານໂຕນ, ເປັນວິສາຫະກິດທີ່ມີຊັບພະຍາກອນ ເກືອໂປຕາສໃຫຍ່ທີ່ສຸດໃນລາວ ແລະ ອາຊີ. ໃນປີ 2011, ບໍລິສັດ ໄດ້ສໍາເລັດການກໍ່ສ້າງໂຄງການຝຸ່ນໂປຕາສແບບອຸດສາຫະກໍາທັນສະໄໝ, ຂະໜາດການຜະລິດໃຫຍ່ອັນດັບໜຶ່ງຂອງປະເທດລາວ. ໃນເດືອນມັງກອນ 2020, ຫຼັງຈາກທີ່ ທີມບໍໍລິຫານໃໝ່ຂຶ້ນດໍາລົງຕໍາແໜ່ງ, ກໍເຮັດໃຫ້ການດໍາເນີນງານມີປະສິດທິຜົນສູງຂຶ້ນ, ເຮັດໃຫ້ຄົນພາຍນອກເຫັນໄດ້ໃນຄວາມມະຫັດສະຈັນດັ່ງກ່າວ.
           ໃນເດືອນ ກັນຍາ 2021, ບໍລິສັດໄດ້ສໍາເລັດການກໍ່ສ້າງໂຄງການຝຸ່ນໂປຕາສຂະໜາດ 1 ລ້ານໂຕນແຫ່ງທໍາອິດ ໃນ ສປປ ລາວ, ຊຶ່ງໃຊ້ເວລາພຽງແຕ່ 17 ເດືອນ, ໃນກໍ່ສ້າງໂຄງການຝຸ່ນໂປຕາສທີ່ໃຫຍ່ທີ່ສຸດ ໃນອາຊີຕາເວັນອອກ ສ່ຽງໃຕ້, ສະແດງໃຫ້ເຫັນຄວາມເຂັ້ມແຂງທາງດ້ານການເງິນ, ເຕັກໂນໂລຊີທີ່ກ້າວໜ້າ ແລະ ຄວາມສາມາດໃນການຄຸ້ມຄອງແບບມືອາຊີບຂອງທີມງານບໍລິຫານຄຸ້ມຄອງ, ກາຍເປັນການດໍາເນີນງານດ້ານແຮ່ເກືອໂປຕາສອັນດັບໜຶ່ງຂອງປະເທດລາວ. 

          ໂຄງການຜະລິດຝຸ່ນໂປຕາສ ຂະໜາດ 1 ລ້ານໂຕນຕໍ່ປີແຫ່ງທີ 2 ຄາດວ່າຈະເລີ່ມດຳເນີນການທົດລອງໃນທ້າຍປີນີ້, ໄລຍະເວລາການກໍ່ສ້າງຂອງໂຮງງານພຽງແຕ່ 10 ເດືອນ. ໂຄງການຜະລິດຝຸ່ນໂປຕາສແຫ່ງທີສາມທີ່ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ ຈະໄດ້ເລີ່ມກໍ່ສ້າງ ແລະ ຄາດວ່າທ້າຍປີ 2023 ກໍ່ສາມາດທົດລອງຜະລິດໄດ້.
          ໃນຂະນະການໄດ້ຮັບສິດສໍາປະທານແຮ່ເກືອໂປຕາສ, ທາງ ຊີໂນອາກຣີ ໂປຕາສ ໄດ້ຖືເອົາໂອກາດທີ່ຕົນເອງມີກໍາລັງແຮງ ເພື່ອສ້າງປະສິດຕິພາບ ການຜະລິດທີ່ໄວໃນລາວ ແລະ ສ້າງສະຕິຖິຕິໃໝ່ດ້ານການພັດທະນາບໍ່ແຮ່ໃນລາວ ໃຫ້ບັນລຸການດໍາເນີນງານທີ່ວ່ອງໄວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈລະດັບສູງຈາກລັດຖະບານ ສປປ ລາວ.
          ໃນໄລຍະຜ່ານມາ, ທາງ ຊີໂນອາກຣີ ໂປຕາສ ໄດ້ກໍານົດແຜນການສໍາຫຼວດທີ່ລອຽດ ແລະ ຊີໂນ-ອາກຣີ ໂປຕາສ ໄດ້ເພີ່ມຈໍານວນຂຸມເຈາະສໍາຫຼວດທີ່ໄດ້ມາດຕະຖານຕາມຂັ້ນຕອນການຂຸດຄົ້ນ ໂດຍເພີ່ມຂຶ້ນຈາກ 37 ເປັນ 46, ເກີນມາດຕະຖານການຂຸດເຈາະ ໃນພື້ນທີ່ຂຸດຄົ້ນບໍ່ແຮ່ເບື້ອງຕົ້ນໃນໄລຍະການຂຸດຄົ້ນບໍ່ແຮ່. ພ້ອມນັ້ນຍັງໄດ້ມີການກໍານົດເຈດຈໍານົງການສໍາຫຼວດກັບ 2 ບໍລິສັດ, ສາມາດຮວບຮວມເຄື່ອງຂຸດເຈາະໄດ້ 23 ເຄື່ອງ, ຮອດປັດຈຸບັນແມ່ນມີ 10 ກວ່າເຄື່ອງ ທີ່ມາຮອດສະໜາມ ແລະ ສາມາດນໍາໃຊ້ໄດ້ແລ້ວ, ສ່ວນທີ່ເຫຼືອແມ່ນກໍາລັງທະຍອຍມາ.

ພາບ ແລະ ແຫຼ່ງຂໍ້ມູນ: ປະຊາຊົນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ