ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບການປະຕິຮູບດ້ານພະລັງງານ ທີ່ປະເທດ ຕວກກີ

          ລະຫວ່າງວັນທີ 5-9 ກຸມພາ 2024 ນີ້, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າປະຕິຮູບ ລັດວິສາຫະກິດໄຟຟ້າລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານປະຕູຮູບຂະແໜງພະລັງງານ ກັບ ກະຊວງພະລັງງານ ແລະ ຊັບພະຍາກອນທໍາມະຊາດ ແລະ ພາກສ່ວນກ່ຽວຂ້ອງ ຂອງ ປະເທດຕວັກກີ ຮ່ວມກັບ ທ່ານ Dr. Zafer Demircan ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ຊັບພະຍາກອນທໍາມະຊາດ ແລະ ພາກສ່ວນກ່ຽວຂ້ອງ ຂອງ ປະເທດ ຕວັກກີ. ກອງປະຊຸມຄັ້ງນີ້, ໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ພະນະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ທີ່ກຳລັງເຄື່ອນໄຫວປະຕິບັດໜ້າທາງລັດຖະກິດ ຢູ່ປະເທດຕວັກກີ ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ ທະນາຄານ ພັດທະນາອາຊີ ຫຼື ADB.
         ໃນໄລຍະຜ່ານມາ ສປປ ລາວ ໄດ້ສຸມໃສ່ກໍ່ສ້າງ ໂຄງການແຫຼ່ງຜະລິດພະລັງງານໄຟຟ້າ ແລະ ລະບົບສາຍສົ່ງ ຢ່າງຫຼວງຫຼາຍ ໂດຍນຳໃຊ້ເງິນກູ້ຢືມ ຈາກ ພາຍໃນ ແລະ ຕ່າງປະເທດ ລວມທັງອະນຸຍາດ ໃຫ້ນັກລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ມາລົງທຶນໃນໂຄງການຜະລິດໄຟຟ້າເອກະຊົນ ຫຼື IPP ເພື່ອຂາຍໄຟຟ້າ ແລະ ສະໜອງໄປຍັງປະເທດເພື່ອນບ້ານ ແລະ ຂາຍ ແລະ ສະໜອງ ເພື່ອການຊົມໃຊ້ພາຍໃນປະເທດ ໂດຍລາຄາໄຟຟ້າເປັນສະກຸນເງິນໂດລາ ຈຶ່ງເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ທີ່ໄດ້ຊື້ໄຟຈາກໂຄງການ IPP ເປັນເງິນໂດລາ ເປັນສ່ວນຫຼາຍ ແລະ ມາຂາຍເປັນ ສະກຸນເງິນທ້ອງຖີ່ນ ຫຼື ສະກຸນເງິນກີບລາວ. ນອກນັ້ນ ລາຄາໄຟຟ້າພາຍໃນປະເທດ ຍັງເປັນລາຄາໄຟຟ້າເກື້ອກູນຈາກນະໂຍບາຍຂອງລັດຖະບານ ເພື່ອຊ່ວຍປະຊາຊົນໃນຂອບເຂດທົ່ວປະເທດ ທີ່ຍັງມີລາຍໄດ້ຕໍ່າ ໂດຍຈຸດປະສົງ ແມ່ນລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ສົ່ງເສີມການເປັນຜະລິດເປັນສິນຄ້າ ຈຶ່ງນໍາໃຊ້ນະໂຍບາຍລາຄາໄຟຟ້າເກື້ອກູນໃນພາກຄົວເຮືອນ. ບວກກັບ ສະພາບເສດຖະກິດ ຂອງ ສປປ ລາວ ໃນປະຈຸບັນ ໄດ້ປະສົບບັນຫາໄພເງິນເຟີ້ ແລະ ລາຄາສີນຄ້າ ມີການເໜັງຕີງຫຼາຍ, ຍິ່ງສົ່ງຜົນກະທົບສູງຕໍ່ການດໍາເນີນທຸລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ ທີ່ມີລາຍຮັບເປັນເງິນກີບ ເປັນສ່ວນໃຫຍ່ ແລະ ໜີ້ສິນສ່ວນໃຫຍ່ ຂອງ ລັດວິສາຫະກິດໄຟຟ້າ ກໍ່ ເປັນເງິນໂດລາ ທີ່ຕ້ອງຈ່າຍໃຫ້ແກ່ໂຄງການໄຟຟ້າ IPP ແລະບັນດາທະນາຄານຜູ້ປ່ອຍກູ້ ທີ່ເປັນເຈົ້າໜີ້ ຂອງ ໄຟຟ້າລາວ ທີ່ໄດ້ກູ້ຢືມມາເງິນມາພັດທະນາ ໂຄງການລະບົບແຫຼ່ງຜະລິດໄຟຟ້າ ແລະ ລະບົບສາຍສົ່ງແລະສະຖານີໄຟຟ້າແຮງດັນສູງ ໃນເມື່ອກ່ອນ.

          ຈຸດປະສົງຂອງການມາຢ້ຽມປະເທດ ຕັວກກີ ໃນຄັ້ງນີ້ ແມ່ນເພື່ອມາແລກປ່ຽນບົດຮຽນອັນລໍ້າຄ່າ ຂອງ ປະເທດ ຕວັກກີ ໃນການບໍລິຫານຄຸ້ມຄອງ ແລະ ການອອກແບບ ແຜນນະໂຍບາຍ ສໍາລັບຂະແໜງການພະລັງງານ ພາຍໃນປະເທດ. ເພາະວ່າ ປະເທດ ຕວັກກີ ກໍ່ມີຈຸດພິເສດຄ້າຍຄືກັບປະເທດລາວ ທີ່ເປັນປະເທດສົ່ງອອກພະລັງງານໄຟຟ້າປະຍັງປະເທດໃກ້ຄຽງ ແລະ ມີແຫຼ່ງຜະລິດໄຟຟ້າ ທີ່ເປັນພະລັງງານທົດແທນ ເປັນສັດສ່ວນຫຼາຍ ແລະ ໄລຍະຜ່ານມາ ປະເທດຕວັກກີ ກໍ່ປະສົບບັນຫາໄພເງິນເຟີ້ ແລະ ລາຄາສິນຄ້າມີການເໜັງຕີງສູງ ແຕ່ປະເທດຕວັກກີ ກໍ່ສາມາດຜ່ານຜ່າ ບັນຫາແລະສິ່ງທ້າແທນ ເຫຼົ່ານັ້ນ ມາໄດ້. ສະນັ້ນ ສປປ ລາວ ເຫັນວ່າ ບົດຮຽນອັນລໍ້າຄ່າ ຂອງ ປະເທດຕວັກກີ ຈະເປັນປະໂຫຍດອັນໃຫຍ່ຫຼວງ ຕໍ່ການບໍລິຫານຄຸ້ມຄອງ ແລະ ການອອກແບບ ວາງແຜນນະໂຍບາຍ ທີ່ຈໍາເປັນ ສໍາລັບ ລັດຖະບານ ລາວ ໃນການບໍລິຫານຄຸ້ມຄອງຂະແໜງການໄຟຟ້າ ໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງໃນຕໍ່ໜ້າ.

ພາບ ແລະ ຂ່າວ: ກອງເລຂາການນຳ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506