ພິທີລົງນາມເຊັນສັນຍາຮ່ວມມືເພື່ອຂໍອະນຸຍາດສຳປະທານກັບ ລັດຖະບານ

          ໃນວັນທີ 11 ກໍລະກົດ 2022 ທີ່ຜ່ານມານີ້, ທີ່ໂຮງແຮມ ຄຣາວພລາຊາ ໄດ້ມີພິທີລົງນາມເຊັນສັນຍາຮ່ວມມືເພື່ອຂໍອະນຸຍາດສຳປະທານກັບ ລັດຖະບານ ໃນການລົງທຶນພັດທະນາແຮ່ທາດ ລະຫວ່າງ ລັດວິສາຫະກິດພັດທະນາແຮ່ທາດລາວ ແລະ ບໍລິສັດ ຊີຈີນ ລາວ ໂຮດິ້ງ ຈຳກັດ. ໂດຍມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນຍົງ ສີດາວົງ ຜູ້ອໍານວຍການ ລັດວິສາຫະກິດ ພັດທະນາແຮ່ທາດລາວ ເປັນປະທານ. ພ້ອມດ້ວຍຄະນະນຳຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມເປັນສັກຂີພະຍານໃນການເຊັນສັນຍາຮ່ວມໃນຄັ້ງນີ້.

          ໂດຍພາຍໃຕ້ການຕົກລົງເຫັນດີ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ຕາມໜັງສືແຈ້ງການ ສະບັບເລກທີ 2452 ພບ.ຫກ, ລົງວັນທີ 6 ກໍລະກົດ 2022 ວ່າດ້ວຍ “ເຫັນດີອະນຸມັດໃຫ້ ລັດວິສາຫະກິດ ພັດທະນາແຮ່ທາດລາວ ເຊັນສັນຍາ ເພື່ອເປັນເອກະສານປະກອບໂຄງການຂໍລົງທຶນນຳລັດຖະບານໃນຕໍ່ໜ້າ ໃນນາມຄູ່ຮ່ວມທຶນເຮັດທຸລະກິດກັນ” ເປົ້າໝາຍຂອງການຮ່ວມມື ລະຫວ່າງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ກັບ ບໍລິສັດ CHIN Laos Holding Ltd., ແມ່ນເພື່ອຮ່ວມກັນສຶກສາຊອກເຂດເນື້ອທີ່ທີ່ມີທ່າແຮງດ້ານແຮ່ທາດ ແລ້ວຮ່ວມກັນນໍາສະເໜີຂໍອະນຸຍາດ ປະທານນຳລັດຖະບານ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ສປປ ລາວ ກຳນົດ. ທາງລັດວິສາຫະກິດພັດທະນາແຮ່ທາດລາວ ມີຄວາມເຊື່ອໝັ້ນ ດ້ານຄວາມພ້ອມຕ່າງໆ ຂອງ ບໍລິສັດ CHIN Laos Holding Ltd.,ໂດຍສະເພາະແມ່ນຜົນງານການດຳເນີນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ຄຳ-ທອງ ເຊໂປນ ຂອງທິມງານ ບໍລິຫານ LXML. ການຄົ້ນຄວ້າເນື້ອໃນສັນຍາສະບັບນີ້ ຄະນະທິມງານທັງສອງຝ່າຍ ໄດ້ເຮັດວຽກຮ່ວມກັນຢ່າງຕັ້ງໜ້າ ເພື່ອຮັບປະກັນ ຜົນປະໂຫຍດ ແລະ ຄວາມກ້າວໜ້າທີ່ຈະເກີດມີຮ່ວມກັນ.
ໂດຍ: ພະແນກ ປະຊາສຳພັນ ແລະ ໄອທີ