ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ

           ກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານວຽກງານພະລັງງານ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ. ປະຈຸບັນປະກອບມີ: 1 ຫ້ອງການ, 10 ກົມ ແລະ 1 ສະຖາບັນ. ນອກຈາກນີ້, ຍັງມີ 4 ລັດວິສາຫະກິດ ແລະ 1 ບໍລິສັດ ທີ່ຂື້ນກັບ. ມີພະນັກງານ-ລັດຖະກອນທັງໝົດ 1.776 ທ່ານ (ຍິງ 447 ທ່ານ). ໃນນີ້, ສັງກັດຢູ່ຂັ້ນສູນກາງ 453 ທ່ານ (ຍິງ 159 ທ່ານ), ຂັ້ນແຂວງ 688 ທ່ານ (ຍິງ 179 ທ່ານ), ຂັ້ນເມືອງ 635 ທ່ານ (ຍິງ 109 ທ່ານ). ມີພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ 17ແຂວງ, 1 ນະຄອນຫຼວງ ແລະ ມີຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳເມືອງ ຈຳນວນ 135 ເມືອງ ຈາກ148 ເມືອງ ໃນທົ່ວປະເທດ;

          ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຕໍ່ກອງປະຊຸມ ສະຫຼຸບຂະແໜງພະລັງງານ ແລະ ບໍ່ແຮ່ ທົ່ວປະເທດປະຈໍາປີ 2022. ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 1 ປີຜ່ານມາວ່າ: ພາຍໃຕ້ການຊີ້ນຳ-ນໍາພາ ຂອງພັກ ແລະ ລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແລະ ອຸດສາຫະກຳບໍ່ແຮ່ ຢູ່ປະເທດພວກເຮົາດ້ວຍຜົນສຳເລັດ ແລະ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ຕໍ່ເນື່ອງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຕັ້ງໜ້າ. ໃນນີ້ອັນພົ້ນເດັ່ນ ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດບັນລຸໄດ້ມູນຄ່າການຜະລິດ 66.623 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂື້ນ 53%, ທຽບໃສ່ທິດທາງແຜນການປີ ເພີ່ມຂື້ນ 51%; ໃນນັ້ນ, ຂະແໜງພະລັງງານ ປະຕິບັດໄດ້ 41.196 ຕື້ກີບ, ຂະແໜງບໍ່ແຮ່ ປະຕິບັດໄດ້ 25.426 ຕື້ກີບ.

          ມາຮອດປັດຈຸບັນທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງໝົດ 94 ແຫ່ງ, ລວມກໍາລັງຕິດຕັ້ງ 11.661,14 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 58.813 GWh/y; ສຳລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ມີບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 327 ບໍລິສັດ, ໃນນີ້ ຢູ່ໃນຂັ້ນຕອນການຊອກຄົ້ນ, ສໍາຫຼວດ ມີທັງໝົດ 131 ບໍລິສັດ 147 ກິດຈະການ ແລະ ຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ-ປຸງແຕ່ງ ມີທັງໝົດ 196 ບໍລິສັດ, 288 ກິດຈະການ; ຮອດທ້າຍປີ 2022 ທົ່ວປະເທດມີໄຟຟ້າຊົມໃຊ້ແບບຖາວອນກວມເອົາ 95% ຂອງຈໍານວນຄົວເຮືອນທັງໝົດ, ມີສະຖານີກະຈ່າຍໄຟຟ້າ 104 ແຫ່ງ, ມີລະບົບສາຍສົ່ງແຮງດັ່ນສູງ 500 ກວ, 230 ກວ, 115 ກວ; ລະບົບຕາຂ່າຍແຮງກາງ ແລະ ແຮງຕໍ່າ ເຊິ່ງເປັນເສັ້ນເລືອດໃຫຍ່ ໃນການລໍາລຽງກະຈ່າຍໄຟຟ້າໃນຂອບເຂດທົ່ວປະເທດ ທັງໝົດ 67 ພັນກວ່າກິໂລແມັດ.

          ສັງລວມແລ້ວ ຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນ ໃນການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດ ມີການຈະເລີນເຕີບໂຕຢ່າງໜັກແໜ້ນ; ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍທັງທາງກົງ ແລະ ທາງອ້ອມເປັນຕົ້ນແມ່ນ: ການສ້າງວຽກເຮັດງານທຳ, ກໍ່ສ້າງພື້ນຖານໂຄງລ່າງ (ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ໄຟຟ້າ, ນໍ້າສະອາດ, ຕະຫຼາດ, ວັດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ). ນອກຈາກນີ້, ຍັງເປັນຂະແໜງການສົ່ງອອກທີ່ສຳຄັນ ນຳເອົາເງິນຕາຕ່າງປະເທດເຂົ້າປະເທດນັບມື້ ນັບມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ຂ່າວ: ຄໍາແສງ ແກ້ວປະເສີດ