
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2024 ນີ້ ຢູ່ສຳນັກງານກະຊວງພະລັງງານ ແລະ ບໍ່ແຮ່ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສູນກາງສະຫະພັນແມ່ຍິງລາວ ມີບັນດາ ທ່ານ ການນຳກະຊວງ, ຄະນະນຳແມ່ຍິງ ພ້ອມດ້ວຍເອື້ອຍນ້ອງແມ່ຍິງ ອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍແຮ່ ໄດ້ຫວນຄືນເຖິງຄວາມເປັນມາຂອງວັນແມ່ຍິງສາກົນໂດຍຫຍໍ້ ຊຶ່ງກຳເນີດເກີດຂຶ້ນ ໃນທ່າມກາງທີ່ສະພາບເສດຖະກິດ ຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວ. ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ. ຕໍ່ສະພາບດັ່ງກ່າວ, ກຳມະກອນແມ່ຍິງ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ. ໃນວັນທີ 8 ມີນາ 1908, ແມ່ຍິງໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ລົງຮັບສະໝັກເລືອກຕັ້ງ. ການເດີນຂະບວນປະທ້ວງດໍາເນີນໄປ ພາຍໃຕ້ຄໍາຂວັນ: ເຂົ້າຈີ່ ແລະ ດອກກຸຫຼາບ. ເຂົ້າຈີ່ ໝາຍເຖິງ ເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງ ຄຸນນະພາບຊີວິດທີ່ດີ. ປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍອອກໄປສູ່ທະວີບເອີຣົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນ ຢູ່ປະເທດດານມາກ ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ, ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ຈຶ່ງເປັນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ. ທວງໃຫ້ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ. ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງໄດ້ຮັບການສະເຫຼີມສະຫຼອງ ຢູ່ໃນຫຼາຍປະເທດທົ່ວໂລກ









