ກອງປະຊຸມ ທາບທາມຄຳຄິດຄຳເຫັນ ຕໍ່ (ຮ່າງ) ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035

          ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ແລະ X ຂອງພັກປະຊາຊົນປະຕິວັດລາວ ໄດ້ເນັ້ນວ່າ: ພວກເຮົາຈະຕ້ອງສືບຕໍ່ພັດທະນາຂະແໜງອຸດສາຫະກໍາແຮ່ທາດ ຕາມທິດມີຈຸດສຸມ, ມີຄວາມຮອບຄອບ ແລະ ເລີ່ມຈາກອັນທີ່ຈໍາເປັນສໍາລັບການສະສົມທຶນໃນເບື້ອງຕົ້ນເພື່ອໃຫ້ລັດເຮົາມີຄວາມສາມາດດ້ານທຶນຮອນ ແລະ ມີຄວາມເປັນເຈົ້າການໃນການປະຕິບັດແຜນພັດທະນາອຸດສາຫະກຳບໍ່ແຮ່ ໃຫ້ໝັ້ນຄົງໃນຕໍ່ໜ້າ, ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ, ຍືນຍົງ ແລະ ສາມາດເຊື່ອມໂຍງກັບເຄືອຂ່າຍການຜະລິດ ຂອງພາກພື້ນ ແລະ ສາກົນ.
          ດັ່ງນັ້ນ, ໃນຕອນເຊົ້າວັນທີ 19 ມິຖຸນາ 2023 ທີ່ໂຮງແຮມທະວີສຸກ, ເມືອງ ວັງວຽງ, ແຂວງ ວຽງຈັນ ສະພາແຫ່ງຊາດ ຮ່ວມ ກັບ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເປີດກວ້າງ ທາບທາມຄວາມຄິດເຫັນຕໍ່ (ຮ່າງ) ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຮສ.ປອ ລິນຄຳ ດວງສະຫວັນ ປະທານກຳມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ. ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືລາວ-ເຢຍລະມັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກຂະແໜງບໍ່ແຮ່ ສປປລາວ.

           ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ສປປ ລາວ ຕັ້ງຢູ່ລະຫວ່າງກາງຂອງຫຼາຍໂຄງສ້າງທໍ່ລະນີສາດ ທີ່ອຸດົມ ສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ໂດຍສະເພາະຊັບພະຍາກອນແຮ່ທາດ ທີ່ເປັນການດືງດູດນັກລົງທຶນ ແລະ ສ້າງລາຍຮັບໃຫ້ແກ່ປະເທດຊາດຂອງ ພວກເຮົາຫຼາຍພໍສົມຄວນ. ຜ່ານການຈັດຕັ້ງປະຕິບັດ, ສຶກສາຄົ້ນຄ້ວາ, ຕີລາຄາ ແລະ ຖອດຖອນບົດຮຽນ ຈາກຜົນສໍາເລັດ ແລະ ຈຸດຄົງຄ້າງ ໃນໄລຍະຜ່ານມາ, ບວກກັບການປະເມີນບັນດາທ່າແຮງບົ່ມຊ້ອນ ແລະ ກາລະໂອກາດ ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ ໃນປະຈຸບັນ ແລະ ວິໄສທັດ ຮອດປີ 2030, ຍຸດທະສາດການພັດທະນາ 2025 ແລະ ແຜນພັດທະນາພະລັງງານ ແລະ ບ ໍ່ແຮ່ 5 ປີ ຄັ້ງທີ VIII 2016- 2020 ສະບັບເດືອນທັນວາ 2017

           ເພື່ອຜັນຂະຫຍາຍ ບັນດານະໂຍບາຍ, ນິຕິກຳຕ່າງໆ ທີ່ພວມຫັນໄປສູ່ການຈັດຕັ້ງປະຕິບັດ ໂດຍເຫັນໄດ້ຄວາມຈໍາເປັນ ແລະ ຄຸນປະໂຫຍດທີ່ສໍາຄັນ ລັດຈື່ງໄດ້ອອກກົດໝາຍວ່າດ້ວຍບໍ່ແຮ່ ສະບັບເລກທ 04/ສພຊ, ລົງວັນທ 12 ເມສາ 1997, ກົດໝາຍວ່າ ດ້ວຍແຮ່ທາດ ສະບັບເລກທ 02/ສພຊ, ລົງວັນທ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍແຮ່ທາດ (ສະບັບປັບປຸງ) ສະບັບເລກທ 31/ສພຊ, ລົງວັນທ 3 ພະຈິກ 2017. ນອກນັ້ນ, ຍັງໄດ້ມີນິຕິກໍາໃຕ້ກົດໝາຍ ຈໍານວນໜື່ງ ເພື່ອເປັນເຄື່ອງມືຮັບໃຊ້ໃນການຈັດຕັ້ງປະຕິບັດວຽກງານການພັດທະນາແຮ່ທາດ. ໃນຕະຫຼອດໄລຍະຜ່ານມາ ລັດໄດ້ຊຸກຍູ້, ສົ່ງເສີມ ໃຫ້ມີການພັດທະນາວຽກງານແຮ່ທາດ ດ້ວຍການກໍານົດຍຸດທະສາດກາພັດທະນາແຮ່ທາດ, ແຜນພັດທະນາແຮ່ທາດ ໃນການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ ທາດ, ຕິດພັນກັບການຄຸ້ມຄອງການນໍາໃຊ້ແຮ່ທາດ ຢ່າງປະຢັດ, ມີປະສິດທິພາບ ແລະ ປະສິດທິຜົນສູງຕາມທິດພັດທະນາ ເປັນອຸດສາຫະກໍາ ແລະ ທັນສະໄໝ, ສີຂຽວ ແລະ ຍືນຍົງ.
          ຍຸດທະສາດການພັດທະນາແຮ່ທາດ ແມ່ນການວາງແຜນ ທີມີເປົ້າໝາຍ, ຄາດໝາຍ ແລະ ຈຸດສຸມທີ່ມີລັກສະນະ ເປັນລະບົບ ແລະ ຕໍ່ເນື່ອງ ໂດຍໄດ້ຄົ້ນຄວ້າ ແລະ ສ້າງຂື້ນສອດຄ່ອງຕາມກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະ ລວມທັງ ແນວໂນ້ມ ແລະ ສິ່ງທ້າທາຍຕໍ່ການພັດທະນາແຮ່ທາດ ຢູ່ພາຍໃນ ປະເທດ, ພາກພື້ນ ແລະ ສາກົນ. ການສ້າງຍຸດທະສາດການພັດທະນາແຮ່ທາດ ແມ່ນອີງໃສ່ຫຼັກການພື້ນຖານ ຕາມທີກໍານົດໄວ້ໃນມາດຕາ 13 ຂອງກົດໝາຍວ່າດ້ວຍແຮ່ທາດ ຄື : ❶ ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ; ❷ ຮັບປະກັນຄວາມສົມດູນ ລະຫວ່າງ ການສະຫງວນ ແລະ ການຂຸດຄົ້ນ, ການນໍາໃຊ້ຢ່າງປະຢັດ ແລະ ມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ; ❸ ນໍາໃຊ້ຜົນການສໍາຫຼວດທໍ່ລະນີສາດ ແລະ ແຮ່ທາດ ຂັ້ນພື້ນຖານ; ❹ ຮັບປະກັນການສະໜອງແຮ່ທາດ ແລະ ຜະລິດຕະພັນແຮ່ທາດຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອພັດທະນາເສດຖະກິດ-ສັງຄົມ; ແລະ ❺ ສອດຄ່ອງ ກັບສັນຍາສາກົນ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ. ຍຸດທະສາດການພັດທະນາແຮ່ທາດ ປະກອບດ້ວຍ 4 ພາກ, 6 ເປົ້າໝາຍ, 31 ຄາດໝາຍ ແລະ 49 ວຽກຈຸດສຸມ.

          ຮ່າງຍຸດທະສາດການພັດທະນາແຮ່ທາດ 2021-2030 ແລະ ວິໄສທັດ ຮອດປີ2035 ສະບັບນີ້, ມາຮອດປະຈຸບັນໄດ້ຜ່ານກອງປະຊຸມລັດຖະບານ 2 ຄັ້ງ ແລະ ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ຖືວ່າໄດ້ດໍາເນີນຕາມຫຼັກການ, ລະບຽບການ ແລະ ຂັ້ນຕອນ ຂອງການສ້າງນິຕິກໍາ ຢ່າງຖືກຕ້ອງ ແລະ ຄົບຖ້ວນສົມບູນ. ຕາມແຜນແລ້ວຈະສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນ ມິຖຸນາ 2023 ເພື່ອພິຈາລະນາຮັບຮອງຢ່າງເປັນທາງການ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ