
ຕອນແລງຂອງວັນທີ 17 ສິງຫາ 2022 ນີ້, ຢູ່ຫ້ອງຮັບແຂກ ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ Michael W. Michalak ຮອງປະທານອາວຸໂສສະພາທຸລະກິດອາຊຽນ-ອາເມລິກາ ພ້ອມຄະນະ ເຂົ້າພົບປະ ແລະ ເຮັດວຽກກັບກະຊວງ ພະລັງງານ ແລະ ບໍ່ແຮ່.


ໃນໂອກາດດັ່ງກ່າວນີ້, ທ່ານ Michael W. Michalak ໄດ້ຕາງໜ້າໃຫ້ຄະນະທີມງານສະພາທຸລະກິດອາຊຽນ-ອາເມລິກາ ໄດ້ສະເຫນີ ວັດຖຸປະສົງການເຂົ້າພົບ ແລະ ເຮັດວຽກກັບ ກະຊວງ ພະລັງງານ ແລະ ບໍ່ແຮ່ ຄັ້ງນີ້ ແມ່ນເພື່ອເປັນການເພີ່ມທະວີການພົວພັນທາງດ້ານການຄ້າໃນແຕ່ລະຂະແໜງການດ້ານເສດຖະກິດຂອງ ສປປ ລາວ ໂດຍສະເພາະການສົ່ງເສີມຮ່ວມມືໃນຂະແໜງພະລັງງານ ໃຫ້ມີການພັດທະນາໄປສູ່ທິດຍືນຍົງ, ຫາລືກ່ຽວກັບສິ່ງທ້າທ້າຍໃນການດໍາເນີນທຸລະກິດ ໃນ ສປປ ລາວ ເພື່ອຫາວິທີຊ່ວຍປັບປຸງສິ່ງແວດລ້ອມການດຳເນີນທຸລະກິດແກ່ບັນດາບໍລິສັດ ຂອງ ອາເມລິກາ ທີ່ເຂົ້າມາລົງທຶນໃນ ສປປ ລາວ, ຫາ ແນວທາງເພື່ອສະໜັບສະໜູນການສ້າງນະໂຍບາຍຕ່າງໆ ເປັນຕົ້ນແມ່ນເສດຖະກິດໃນຍຸກດິຈິຕໍ.


ຜ່ານມາ, ໃນຂະແໜງພະລັງງານເຮົາເອງ ຍັງບໍ່ໄດ້ມີການຮ່ວມມືໂດຍກົງກັບ US-ASEAN Business Council, ແຕ່ US-ASEAN Business Council ໄດ້ສະເໜີສ້າງຄູ່ຮ່ວມມືທາງດ້ານພະລັງງານກາກບອນຕໍ່າ ອາຊຽນ-ອາເມລິກາ ໂດຍສະຫາລັດອາເມລິກາ ສະເໜີໃຫ້ສະພາທຸລະກິດ ອາຊຽນ-ອາເມລິກາ ທີ່ເປັນໂຕແທນໃຫ້ ແກ່ລັດຖະບານສະຫະລັດອາເມລິກາ ສ້າງຄູ່ຮ່ວມມືທາງດ້ານພະລັງງານກາກບອນຕໍ່າອາຊຽນ-ອາເມລິກາ ໂດຍໄດ້ມີ ການລະດົມທາງພາກລັດ ແລະ ເອກະຊົນ ພາຍໃນສະຫະລັດອາເມລິກາ ເພື່ອລະດົມທຶນກັນເຂົ້າມາສະໜັບສະໜູນ ທຸລະກິດທາງດ້ານພະລັງງານກາກບອນຕໍ່າ ເຊິ່ງຄາດຄະເນວ່າຈະມີຄວາມຕ້ອງການໃນການລົງທຶນຫລາຍກວ່າ 2 ພັນ ຕື້ໂດລາ ໃນການລົງທຶນທາງດ້ານຖະໜົນ, ທາງລົດໄຟ, ທ່າເຮືອ, ສະຫນາມບິນ, ພະລັງງານ, ນໍ້າ, ແລະ ໂຄງສ້າງ ພື້ນຖານໂທລະຄົມນາຄົມໃນທົ່ວອາຊຽນ ເພື່ອຮັກສາລະດັບການເຕີບໂຕເສດຖະກິດໃນປະຈຸບັນ. ສະຫະລັດໄດ້ມີຂໍ້ ລິເລີ່ມຫຼາຍຢ່າງເພື່ອສະໜັບສະໜູນພື້ນຖານໂຄງລ່າງດັ່ງກ່າວການລົງທຶນລວມທັງດ້ານພະລັງງານຂອບການເຊື່ອມຕໍ່ ອາເມລິກາກັບອາຊຽນ ໃນເສົາຄໍ້າການເຊື່ອມຕໍ່, ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາຈະລົງທຶນໃນໄລຍະ 5 ປີຢູ່ອາຊຽນ ເພື່ອ ເພີ່ມທະວີການສະໜອງພະລັງງານທົດແທນທີ່ເຊື່ອມຕໍ່ຕາຂ່າຍໄຟຟ້າ. ການລົງທຶນນີ້ ລວມມີຢ່າງໜ້ອຍ 500MW ຂອງການຜະລິດພະລັງງານທົດແທນດ້ວຍຕາຂ່າຍໄຟຟ້າຂອງປະເທດລຸ່ມແມ່ນໍ້າຂອງ. ຊຶ່ງອົງການ Asia EDGE ຂອງລັດຖະບານສະຫະລັດ ໄດ້ລະດົມທຶນຫຼາຍກວ່າ 800 ລ້ານໂດລາສະຫະລັດ ໃນການລົງທຶນຂອງພາກເອກະຊົນ ແລະ ພາກລັດ ເພື່ອສະໜອງທຶນໃຫ້ 11 ໂຄງການພະລັງງານທົດແທນໃນ ອິນໂດເນເຊຍ ແລະ ສະໜັບສະໜູນ ຊ່ວຍຕະຫຼາດພະລັງງານແສງຕາເວັນທີ່ພວມເຕີບໂຕຂອງຫວຽດນາມ.


ດ້ານວິຊາການຕໍ່ກັບການສະເໜີ ຂອງສະພາເສດຖະກິດ ອາຊຽນ-ອາເມລິກາໃນການສະເໜີສ້າງຄູ່ຮ່ວມມື ທາງດ້ານພະລັງງານກາກບອນຕໍ່ອາຊຽນ-ອາເມລິກາ ທີ່ກ່ຽວພະລັງງານກາກບອນຕໍ່າແມ່ນເຫັນດີດ້ານຫຼັກການໃນ ການເຂົ້າຮ່ວມໃນກອບວຽກງານດັ່ງກ່າວ ບົນພື້ນຖານກົນໄກຂອບການຮ່ວມມືຂອງ 10 ປະເທດອາຊຽນຮ່ວມກັນ ເພື່ອຄວາມເປັນເອກະພາບພາຍໃນອາຊຽນ. ຕິດພັນກັບ ສປປ ລາວ ຈະຕ້ອງໄດ້ມີການກະກຽມຮູບແບບການຮ່ວມມືທາງດ້ານພະລັງງານກາກບ່ອນຕໍ່າ ຮ່ວມກັນກັບຂະແໜງການກ່ຽວຂ້ອງເພີ່ມຕື່ມ ເພື່ອຮ່ວມກັນຄົ້ນຄວ້າໃນວຽກງານ ການຮ່ວມມືທາງດ້ານວິຊາການໃນຕໍ່ໜ້າ ໃຫ້ເປັນແນວທາງດຽວກັບບັນດາປະເທດສະມາຊິກອາຊຽນ ທີ່ຈະຮ່ວມມື ກັບສະຫາລັດອາເມລິກາໃນວຽກງານດັ່ງກ່າວ.
