ກະຊວງ ພະລັງງານ ແລະ ບໍ່ແຮ່ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5ປີ 2015-2020

          ຕອນເຊົ້າວັນທີ 3 ກຸມພາ 2023 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຄະນະປະຈຳພັກ, ຄະນະພັກ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະຫ້ອງການ, ຄະນະກົມ, ຄະນະສະຖາບັນ ແລະ ຄະນະອໍາອວຍການລັດວິສາຫະກິດ ພ້ອມດ້ວຍຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ, ພະນັກງານ-ລັດຖະກອນ ພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາບໍລິສັດລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

          ໃນພິທີ ທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2015-2020 ຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່. ຈາກນັ້ນ, ສະຫາຍ ທອງຂັນ ພິມວິໄລ ຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ, ສະບັບເລກທີ 130/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ I,II,III ໃຫ້ບຸກຄົນດີເດັ່ນ ແລະ ກົມກອງລວມໝູ່ຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ;

          ຜ່ານດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 339/ນຍ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃນນີ້, ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ບຸກຄົນດີເດັ່ນຈໍານວນ 113 ທ່ານ, 14 ກົມກອງ; ຫຼຽນໄຊແຮງງານຊັ້ນ II ຈໍານວນ 281 ທ່ານ, 13 ກົມກອງ; ຫຼຽນໄຊແຮງງານຊັ້ນ III ຈຳນວນ 490 ທ່ານ, 9 ກົມກອງ; ຫຼຽນກາແຮງງານ ຈໍານວນ 906 ທ່ານ, 6 ກົມກອງ ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 3.233 ທ່ານ, 17 ກົມກອງ. ນອກຈາກນີ້, ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງພະລັງງານ ແລະ ບໍ່ແຮ່ ຈໍານວນ 1.083 ທ່ານ.

ໃຫ້ກຽດປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຂອງກະຊວງ ຄັ້ງນີ້ ໂດຍແມ່ນ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ຕອນທ້າຍຂອງພິທີ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ໄດ້ຂຶ້ນຜ່ານແຜນການຈັດຕັ້ງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5ປີ ແຕ່ປີ 2021-2025 ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມທັງຈັບມືຮ່ວມກັນຂອງຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ.

ກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານວຽກງານພະລັງງານ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ. ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 24 ກໍລະກົດ 2006, ຕາມດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 136/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ປະກອບມີ: 1 ຫ້ອງການ, 6 ກົມຄື:

ຫ້ອງການກະຊວງ; ກົມຈັດຕັ້ງ ແລະ ພະນັກງານ; ກົມກວດກາ; ກົມສົ່ງເສີມ ແລະ ພັດທະນາພະລັງງານ; ກົມໄຟຟ້າ; ກົມທໍລະນີສາດ; ກົມ ບໍ່ແຮ່; ນອກຈາກນີ້ ຍັງມີ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ແລະ ລັດວິສາຫະກິດຝຸ່ນຊີວະພາບ ຂຶ້ນກັບ.

ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ກະຊວງພະລັງງານແລະ ບໍ່ແຮ່ ໄດ້ຮັບການປັບປຸງກົງຈັກການຈັດຕັ້ງຂອງຕົນເປັນແຕ່ລະໄລຍະ. ໃນປີ 2021 ນາຍົກລັດຖະມົນຕີ ໄດ້ອອກດຳລັດສະບັບເລກທີ 624/ນຍ, ລົງວັນທີ 22 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພະລັງງານ ແລະ ບໍ່ແຮ່ ປະກອບມີ:

1 ຫ້ອງການ, 10 ກົມ ແລະ 1 ສະຖາບັນ. ນອກຈາກນີ້, ຍັງມີ 4 ລັດວິສາຫະກິດ ແລະ 1 ບໍລິສັດ ທີ່ຂື້ນກັບ. ມີພະນັກງານ-ລັດຖະກອນທັງໝົດ 1.776 ທ່ານ (ຍິງ 447 ທ່ານ). ໃນນີ້, ສັງກັດຢູ່ຂັ້ນສູນກາງ 453 ທ່ານ (ຍິງ 159 ທ່ານ), ຂັ້ນແຂວງ 688 ທ່ານ (ຍິງ 179 ທ່ານ), ຂັ້ນເມືອງ 635 ທ່ານ (ຍິງ 109 ທ່ານ). ມີພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ 17ແຂວງ, 1 ນະຄອນຫຼວງ ແລະ ມີຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳເມືອງ ຈຳນວນ 135 ເມືອງ ຈາກ148 ເມືອງ ໃນທົ່ວປະເທດ

ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ຂ່າວ: ຄໍາແສງ ແກ້ວປະເສີດ