
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ກັນຍາ 2024 ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີ ຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ ແລະ ຜູ້ຕາງໜ້າຈາກສະຖາບັນອ້ອມຂອງທັງສອງພາກສ່ວນເຂົ້າຮ່ວມ.

ວຽກງານຕິດຕາມກວດກາການປະຕິບັດກົດໝາຍ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຕໍ່ການ ສ້າງລັດແຫ່ງກົດໝາຍ ແລະ ຂະແໜງການພະລັງງານ ແລະ ບໍ່ແຮ່ ກໍ່ຖືສໍາຄັນ ໃນການຄຸ້ມຄອງຂະແໜງການດ້ວຍ ລະບຽບກົດໝາຍ ໄປຄຽງຄູ່ກັບການຕິດຕາມກວດກາການປະຕິບັດກົດໝາຍໃນຂະແໜງການຂອງຕົນ ຢ່າງເປັນປົກກະຕິ. ຊຶ່ງອົງການໄອຍະການປະຊາຊົນສູງສຸດ ກໍ່ເປັນອົງການໜຶ່ງໃນ (ອົງການຕຸລາການ) ທີ່ເຮັດໜ້າທີ່ຕິດຕາມ ກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ. ສະນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ມີໜ້າທີ່ປະຕິບັດກົດໝາຍ ໄປຄຽງຄູ່ກັບການຕິດຕາມກວດກາ ການປະຕິບັດກົດໝາຍໃນຂະແໜງການຂອງຕົນ. ຕໍ່ກັບວຽກງານດັ່ງກ່າວ ໂດຍສະເພາະແມ່ນ ການມີສ່ວນຮ່ວມ ຂອງ ອົງການໄອຍະການປະຊາຊົນສູງສຸດ ໃນການປະຕິບັດກົດໝາຍ ແລະ ການຕິດຕາມກວດກາ ຂອງຂະແໜງ ພະລັງງານ ແລະ ບໍ່ແຮ່ກໍ່ເປັນເງື່ອນໄຂໜຶ່ງທີ່ດີ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງປະຕິບັດກົດໝາຍ ແລະ ກໍລະນີ ມີ ການລະເມີດກົດໝາຍທີ່ເປັນອາຈີນ ຫຼື ຮຸນແຮງ ກໍ່ຄວນໄດ້ມີການດໍາເນີນຕາມຂະບວນການຍຸຕິທໍາ ຫຼື ສັ່ງຟ້ອງຂຶ້ນ ສານ ຕາມລະບຽບການ ບົນພື້ນຖານການປະຕິບັດໜ້າທີ່ຂອງອົງການໄອຍະການ ເພື່ອຫັນສູ່ເຂົ້າການຄຸ້ມຄອງດ້ວຍ ລະບຽບກົດໝາຍຢ່າງຈິງຈັງ ແລະ ຮັບປະກັນການລະເມີດກົດໝາຍໃນຂົງເຂດວຽກງານພະລັງງານ ແລະ ບໍ່ແຮ່.
