
ໃນຕອນເຊົ້າວັນທີ 06 ເມສາ 2023 ກົມສົ່ງເສີມ ແລະ ປະຢັດພະລັງງານ ຈັດພິທີແນະນຳເອກະສານ ສ້າງຈິດສຳນືກ ເພື່ອສົ່ງເສີມການປະຢັດ ແລະ ອະນູລັກພະລັງງານຢູ່ໃນ ສປປ ລາວ ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ Jonathan Kings ເອກອັກຄະລາດຖະທູດ ນິວຊີແລນປະຈຳໄທ, ລາວ, ແລະ ກຳປູເຈຍ ແລະ ທ່ານ John Pearson ເອກອັກຄະລາດຖະທູດ ອັງກິດ ປະຈຳ ສປປ ລາວ.

ຈຸດປະສົງ ເພື່ອເຕົ້າໂຮມເອົາພາກສ່ວນກ່ຽວຂ້ອງ ມາພົບປະກັນ ເພື່ອແລກປ່ຽນຂໍ້ມູນ ແລະ ຄວາມຮູ້ ກ່ຽວກັບທິດທາງ ຂອງ ສປປ ລາວ ແລະ ແຜນການຈັດຕັ້ງປະຕິດບັດ ລວມທັງ ການນໍາໃຊ້ຕົວຈິງ ຂອງວຽກງານການປະຢັດ ແລະ ອະນຸລັກພະລັງງານ. ໂດຍຜ່ານການປະສານສົມທົບກັນລະຫວ່າງ ພາກສ່ວນກ່ຽວຂ້ອງ ຂອງການປະຢັດ ແລະ ອະນຸລັກພະລັງງານ, ເພື່ອສືບຕໍ່ ພັດທະນາວິທີການໃນການສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ ພາກລັດ ແລະ ເອກກະຊົນ ເພື່ອເຂົ້າຮ່ວມວຽກງານດັ່ງກ່າວໃຫ້ຫຼາຍຂື້ນ ຊຶ່ງຈະຊ່ວຍໃຫ້ທຸກໆ ພາກສ່ວນເສດຖະກິດ ຂອງ ສປປ ລາວ ໄດ້ຮຽນຮູ້ ແລະ ໄດ້ຮັບຜົນປະໂຫຍດ ຈາກການນໍາໃຊ້ວິທີການຕ່າງໆ ເພື່ອຫຼຸດຜ່ອນການຊົມໃຊ້ ແລະ ຫຼຸດຜ່ອນຕົ້ນທຶນດ້ານພະລັງງານ.



ເພື່ອເຮັດໃຫ້ ການປະຢັດ ແລະ ອະນຸລັກພະລັງງານ ມີິຄວາມຍືນຍົງ ແລະ ສາມາດຜັນຂະຫຍາຍໄດ້ ແມ່ນຮຽກຮ້ອງເຖິງການຮ່ວມມື ຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ບໍລິຫານຂອງຂະແໜງເສດຖະກິດຕ່າງໆ. ເຊິ່ງຂ້າພະເຈົ້າ ຮຽກຮ້ອງເຖິງ ການຮ່ວມມືກັນ ກັບຫຼາຍພາກສ່ວນ ໂດຍລວມມີ ນັກການເມືອງ, ຜູ້ອອກນະໂຍບາຍ, ສະຖາບັນການເງິນ, ພາກທຸລະກິດ, ຜູ້ເຮັດວຽກຕົວຈິງ ໃນລະດັບ ທ້ອງຖິ່ນ ແລະ ສູນກາງ.

ພິທີເປີດຕົວນີ້ ແມ່ນໄດ້ຈັດຂື້ນໂດຍ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການສະໜັບສະໜູນຈາກ ກະຊວງການຕ່າງປະເທດ ແລະ ການຄ້າ (MFAT) ຂອງ ປະເທດ ນິວຊີແລນ ພາຍໃຕ້ໂຄງການອໍານວຍສະດວກ ດ້ານພະລັງງານທົດແທນ ຕ່າງໆໜ້າລັດຖະບານ ສປປ ລາວ, ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມຂອບໃຈ ມາຍັງ ລັດຖະບານ ນີວຊີແລນ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານເຕັກນິກວິຊາການໃນວຽກງານດັ່ງກ່າວ.
