
ໃນໂອກາດກັບມາຮັບໜ້າທີ່ເປັນເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສາທາລະນະລັດ ຕວກກີ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຕອນເຊົ້າວັນທີ 23 ກຸມພາ 2022 ນີ້, ທ່ານ Orhan Isik ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຕວກກີ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່.
ໃນບັນຍາກາດທີ່ມີຄວາມໝາຍ ຄວາມສຳຄັນນີ້, ທ່ານ Orhan Isik ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຕວກກີ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ລັດຖະມົນຕີ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ເວົ້າລວມ, ເວົ້າສະເພາະ ບົດບາດຄວາມສຳຄັນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຕໍ່ລະບົບເສດຖະກິດຂອງ ສປປລາວ ເຊິ່ງເຫັນໄດ້ວ່າເປັນຂະແໜງການໜຶ່ງ ທີ່ ສປປລາວ ມີທ່າແຮງໃນການຊຸກຍູ້ໃຫ້ເສດຖະກິດຂອງປະເທດມີການຈະເລີນເຕີບໂຕ, ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນນັບມື້ ນັບຫຼຸດລົງ, ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງດີຂຶ້ນ.
ຕໍ່ມາໃນວັນທີ 25 ກຸມພາ 2022 ນີ້ ກໍ່ໄດ້ຕ້ອນຮັບ ທ່ານ ນາງ Annette KNOBLOCH ເອກອັກຄະລັດຖະທູດ ແຫ່ງ ສະພັນເຢຍລະມັນ ປະຈຳ ສປປລາວ ພ້ອມຄະນະເຂົ້າຢ້ຽມຂ່ຳນັບ ແລະ ປຶກສາຫາລື ເຖິງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະສືບຕໍ່ການສືບຕໍ່ຊຸກຍູ້, ສະໜັບສະໜູນຍົກລະດັບທາງດ້ານເຕັກນິກ-ວິຊາການໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ສປປລາວ ຂອງ ລັດຖະບານ ສ.ເຢຍລະມັນ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການທາງດ້ານບໍ່ແຮ່ ໃຫ້ສູງຂຶ້ນ ເພື່ອສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ; ສົ່ງຜູ້ຊ່ຽວຊານດ້ານຄວາມປອດໄພຂອງເຂື່ອນ ຮ່ວມກັບທະນາຄານໂລກ.
ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທູດ ທັງສອງໄດ້ທີ່ມາຢ້ຽມຢາມ ແລະ ພົບປະກັບ ກະຊວງ ພະລັງງານ ແລະ ບໍ່ແຮ່ ຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ກ່ຽວກັບຜົນສຳເລັດ ແລະ ທ່າແຮງບົ່ມຊ້ອນຂອງ ສປປລາວ ໃນການພັດທະນາພະລັງງານ ແລະ ບໍ່ແຮ່ ບາງຕອນ ທ່ານ ລັດຖະມົນຕີ ໄດ້ກ່າວວ່າ: ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍສະເພາະນັບແຕ່ພັກໄດ້ວາງແນວທາງການປ່ຽນແປງໃໝ່ ໃນປີ 1986 ເປັນຕົ້ນມາ, ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ເປັນຂະແໜງການໜຶ່ງທີ່ໄດ້ຮັບຄວາມສົນໃຈເຂົ້າມາລົງທຶນຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ການພັດທະນາພະລັງງານ ແລະ ບໍ່ແຮ່ ໄດ້ຄອຍໆເຕີບໃຫຍ່ຂະຫຍາຍຕົວ ແລະ ມີທ່າອ່ຽງເພີ່ມຂຶ້ນເລືອຍໆ ໂດຍສະເພາະໃນໄລຍະ 10 ປີມານີ້ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີການຂະຫຍາຍຕົວດ້ວຍບາດກ້າວທີ່ໜັກແໜ້ນ ແລະ ໝັ້ນທ່ຽງ. ເຮັດໃຫ້ຂະແໜງ ພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງການທີ່ສຳຄັນຕໍ່ການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດຈະເລີນເຕີບໂຕ. ພ້ອມກັນນີ້, ຂະແໜງການພະລັງງານ ແລະ ບໍ່ແຮ່ ຍັງເປັນຂະແໜງການທີ່ຊຸກຍູ້ ແລະ ການຫັນປ່ຽນຢ່າງຕັ້ງໜ້າ ຈາກເສດຖະກິດທໍາມະຊາດ ສູ່ເສດຖະກິດຕະຫຼາດຢູ່ ສປປລາວ. ຮອດທ້າຍປີ 2021 ນີ້, ສປປລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງແຕ່ 1 MW ຂຶ້ນໄປ ມີທັງໝົດ 86 ແຫ່ງ (ພະລັງງານນໍ້າ 73 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ), ລວມກໍາລັງຕິດຕັ້ງ 10.447,93 MW; ຄວາມອາດສາມາດຜະລິດພະລັງງານໄຟຟ້າສູງເຖິງ 54.050,93 GWh/ປີ; ມີລະບົບສາຍສົ່ງມີຄວາມຍາວທັງໝົດ 67.643 km. ໃນນັ້ນ, ແຮງດັນສູງ 500 kV: 674 km; 230 kV: 4.689 km; 115 kV: 7.213 km; ແຮງດັນກາງ 22 kV: 34.626 km ແລະ ແຮງດັນຕໍ່າ 0,4 kV: 20.441 km;ມີສະຖານີທັງໝົດ 84 ແຫ່ງ. ສໍາລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ກໍ່ເປັນອີກວຽກງານໜຶ່ງທີ່ ລັດຖະບານ ສປປລາວ ຖືເປັນວຽກງານບູລິມະສິດ ແລະ ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ປະຈຸບັນບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ມີທັງໝົດ 217 ບໍລິສັດ 316 ກິດຈະການ ໃນນັ້ນ ດ້ານທໍ ລະນີສາດແຮ່ທາດ 96 ບໍລິສັດ 116 ກິດຈະການ ແລະ ດ້ານບໍ່ແຮ່ 121 ບໍລິສັດ 200 ກິດຈະການ.
ສາທາລະນະລັດ ເຢຍລະມັນ ເປັນປະເທດໜຶ່ງທີ່ໄດ້ລົງທຶນ ແລະ ຮ່ວມມື ເຂົ້າໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ. ບັນດາໂຄງການທີ່ພົ້ນເດັ່ນປະກອບມີ: ໂຄງການເຂື່ອນໄຟຟ້ານ້ຳແຈ1 ມີກຳລັງຕິດຕັ້ງ 15 ເມັກກາວັດ ເຊິ່ງກໍ່ສ້າງສຳເລັດ ແລະ ເປີດຜະລິດໄຟຟ້າຢ່າງເປັນທາງການໃນປີ 2018; ໂຄງການກໍ່ສ້າງເຂື່ອນໄຟຟ້າເຊນ້ຳນ້ອຍ2-ເຊກະຕຳ1 ມີກຳລັງຕິດຕັ້ງ 20 ເມັກກາວັດ; ໂຄງການຮ່ວມມືດ້ານເຕັກນິກ ເພື່ອສະໜັບສະໜູນໃຫ້ແກ່ການພັດທະນາບໍ່ແຮ່ແບບຍືນຍົງ ລວມມູນຄ່າທັງໝົດ 6,5ລ້ານເອີໂຣ; ໂຄງການປັບປຸງຄວາມປອດໄພແລະ ການປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ ເຊິ່ງມີມູນຄ່າ 2,07 ລ້ານເອີໂຣ ແລະ ໂຄງການອື່ນໆ.
ຕອນທ້າຍຂອງພິທີ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ເຊີນຊວນນັກລົງທຶນຈາກ ຕວກກີ ແລະ ສ.ເຢຍລະມັນ ເຂົ້າມາລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ຫຼາຍຂຶ້ນກວ່າເກົ່າໂດຍສະເພາະແມ່ນການລົງທຶນດ້ານພະລັງງານໄຟຟ້າ ເພື່ອສະໜັບສະໜູນ ແລະ ຊຸກຍູ້ໃຫ້ ສປປລາວ ບັນລຸເປົ້າ ໝາຍສະຫັດສະວັດການພັດທະນາ ແລະ ກ້າວຂຶ້ນເປັນປະເທດທີ່ມີລາຍຮັບປານກາງ ຫາສູງ ແລະ ກາຍເປັນປະເທດ ຫຼຸດພົ້ນອອກຈາກຄວາມທຸກຫຍາກໃຫ້ໄດ້ຢ່າງສິ້ນເຊີງ.
ພາບ : ວິລະຊາດ ສາຍອັດຕະປື
ຂ່າວ : ຄຳແສງ ແກ້ວປະເສີດ