ກອງປະຊຸມຝຶກອົບຮົມຍົກລະດັບຄວາມຮູ້ດ້ານເຕັກນິກ-ວິຊາການດ້ານບໍ່ແຮ່ ຢູ່ 6 ແຂວງພາກກາງ ແລະ ພາກໃຕ້

          ກອງປະຊຸມຈັດຂື້ນຢູ່ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ລະຫວ່າງວັນທີ 30 ສິງຫາ ຫາ ວັນທີ 1 ກັນຍາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົມມາ ຈັນທະວົງ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ. ນອກຈາກນີ້, ຍັງມີຄະນະພະແນກ ແລະ ພະນັກງານວິຊາການຈາກສະຖາບັນສົ່ງເສີມພະລັງງານ ແລະ ບໍ່ແຮ່, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ, ແຂວງ ບໍລິຄຳໄຊ, ສາວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
          ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບໂຄງສ້າງ ແລະ ເຕັກນິກ ພື້ນຖານ ຂອງການຂຸດຄົ້ນຫີນປູນແບບເປີດໜ້າດິນ ແລະ ໂຄງສ້າງ ແລະ ເຕັກນິກ ພື້ນຖານ ຂອງການຂຸດຄົ້ນຖ່ານຫີນແບບໃຕ້ດິນ, ການຂຸດຄົ້ນແບບບໍ່ເປີດໜ້າດິນ, ວຽກງານຊີເຈາະ ແລະ ລະເບີດ ແລະ ການຂົນສົ່ງໃນສະໜາມຂຸດຄົ້ນ ໃນຄັ້ງນີ້, ຈຶ່ງເຫັນວ່າມີຄວາມຈໍາເປັນ ແລະ ສໍາຄັນເປັນຢ່າງຍິ່ງທາງດ້ານວິຊາການຂອງຂະແໜງທໍລະນີສາດ ແລະ ບໍ່ແຮ່ ແລະ ເປັນເງື່ອນໄຂຈັດຕັ້ງການຝຶກອົບຮົມໂດຍແນໃສ່ເພື່ອເຮັດໃຫ້ພະນັກງານຂອງລັດທີ່ເຮັດວຽກງານຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່ ຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ສະຖາບັນການສຶກສາທີ່ໄດ້ເຂົ້າຮ່ວມຝຶກອົບຮົມ ແລະ ຜູ້ລົງທຶນດ້ານບໍ່ແຮ່ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ.
ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກ່າວ່າ: ຊຸດຝຶກອົບຮົມຄັ້ງນີ້ ລ້ວນແຕ່ແມ່ນເຕັກນິກກ່ຽວກັບການຂຸດຄົ້ນບໍ່ແຮ່ ເຫັນວ່າມີຄວາມສໍາຄັນຫຼາຍ ເພື່ອເຮັດໃຫ້ນັກສໍາມະນາກອນຮັບຮູ້ເຖິງວິທີການວ່າງແຜນໃນການຂຸດຄົ້ນໂດຍໃຫ້ຖືກຕ້ອງຕາມເຕັກນິກ, ການເຈາະຂອງເຄື່ອງຈັກ ແລະ ຄັດເລື່ອກເອົາເຄື່ອງຈັກມາໃຊ້ໃນວຽກງານຢ່າງເໝາະສົມ, ມີຄວາມຮູ້ພື້ນຖານກ່ຽວກັບວັດຖຸລະເບີດ ແລະ ອຸປະກອນທີ່ໃຊ້ໃນວຽກງານລະເບີດ, ຄິດໄລ່ ແລະ ອອກແບບເພື່ອການລະເບີດ, ຮັບຮູ້ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກການລະເບີດ. ຮັບຮູ້ຂໍ້ມູນພື້ນຖານກ່ຽວກັບການຂົນສົ່ງເບື້ອງຕົ້ນ, ພື້ນຖານເຕັກນິກ ແລະ ຮູບແບບການຂົນສົ່ງ, ເຕັກນິກການຄິດໄລ່ປະລິມານບັນຈຸດິນ-ຫີນ ແລະ ແຮ່ທາດ, ສາມາດກໍານົດຈໍານວນລົດຂົນສົ່ງ ລົດຈົກ-ຕັກ ໂດຍອິງຕາມປະລິມານຂຸດຄົ້ນ. ໃນການຝຶກອົບຮົມຄັ້ງນີ້ນອກຈາກຈະໄດ້ຮັບຮູ້ທາງດ້ານທິດສະດີແລ້ວຜູ້ເຂົ້າຮ່ວມຝຶກອົບຮົມຍັງຈະໄດ້ຮຽນຮູ້ ແລກປ່ຽນຄໍາເຫັນກ່ຽວກັບໂຄງສ້າງ ແລະ ເຕັກນິກ ພື້ນຖານຂອງການຂຸດຄົ້ນຫີນຫີນກາວເປີດໜ້າດິນ ຢູ່ພາກສະໜາມຂອງບໍລິສັດ ແຮ່ທາດສະຫວັນໂດຍຕົງ.

ຜ່ານການຝຶກອົບຮົມຄັ້ງນີ້ພວກເຮົາມີຄວາມຄາດຫວັງວ່າຈະເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກພາກລັດທີ່ເຮັດວຽກຄຸ້ມຄອງໂຄງການບໍ່ແຮ່, ສະຖາບັນການສຶກສາ ແລະ ຜູ້ລົງທຶນ ໄດ້ມີຄວາມຮູ້ພື້ນຖານ ກ້າວໄປເຖິງຄວາມເຂົ້າໃຈ ໃນທາງເລິກຫຼາຍຂື້ນ ໂດຍສະເພາະ ກ່ຽວກັບ ໂຄງສ້າງ ແລະ ເຕັກນິກ ພື້ນຖານຂອງການຂຸດຄົ້ນແບບເປີດໜ້າດິນ ແລະ ໃຕ້ດິນ, ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດປະຕິບັດໜ້າທີ່ຄົ້ນຄວ້າພິຈາລະນາເອກະສານບົດລາຍງານການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຂອງໂຄງການບໍ່ແຮ່, ວຽກງານ ການຄົ້ນຄວ້າ, ຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່ ແລະ ເປັນບ່ອນອິງເຂົ້າໃນການປັບປຸງຫຼັກສູດການຮຽນການສອນ.

ພາບ ແລະ ແຫຼ່ງຂໍ້ມູນ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່
ໂດຍ: ຄຳແສງ ແກ້ວປະເສີດ