ກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດຕິດຕັ້ງສະຕິກເກີ້ລົດນໍາໃຊ້ທາງລັດຖະການ

          ປະຕິບັດຕາມດຳລັດຂອງ ລັດຖະບານ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ໃຫ້ປະກົດຜົນເປັນຈິງ. ມາໃນວັນທີ 26 ຕຸລາ 2022 ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ ການເງິນ ໄດ້ຈັດພິທີ ຕິດສະຕິກເກີແຜ່ນກາໝາຍນໍາໃຊ້ QR code ໃສ່ລົດຂອງລັດທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການຮ່ວມຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຫົວໜ້າຄະນະຈັດສັນລົດບໍລິຫານລວມຂອງກະຊວງ ພະລັງງານ ແລະ ບໍ່ແຮ່. ນອກຈາກນີ້, ຍັງມີຄະນະຮັບຜິດຊອບຈາກຫ້ອງການກະຊວງ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງ ການເງິນ ເຂົ້າຮ່ວມຢ່າງພ້ອມພຽງ.
 

          ກະຊວງ ພະລັງງານ ແລະ ບໍ່ແຮ່ ແມ່ນເປັນກະຊວງໜຶ່ງ ທີ່ນອນໃນກົງຈັກຂອງລັດຖະບານ ມີພາລະບົດບາດ, ສິດ ແລະ ໜ້ນທີ່ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານວຽກງານພະລັງງານ ແລະ ບໍ່ແຮ່. ອີງຕາມການເກັບກຳ ແລະ ສັງລວມຂໍ້ມູນຂອງຄະນະຮັບຜິດຊອບ, ກະຊວງ ພະລັງງານ ແລະ ບໍ່ແຮ່ ມີລົດນຳໃຊ້ວຽກທາງລັດຖະການທີ່ຢູ່ໃນເປົ້າໝາຍຕິດສະຕິກເກີແຜ່ນກາໝາຍນຳໃຊ້ລົດທັງໝົດ 38 ຄັນ ໃນນີ້ມີລົດຕູ້ ຈຳນວນ 4 ຄັນ, ລົດກະບະ 27 ຄັນ, ລົດຈິບ 6 ຄັນ ແລະ ລົດເກັ່ງ 1 ຄັນ. ຜ່ານການເຄື່ອນໄຫວ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບຂອງຄະນະຮັບຜິດຊອບ ກໍ່ຄືທຸກພາກສ່ວນທີ່ກ່ຽວຂ້ອງ ມາຮອດທ້າຍເດືອນ ຕຸລາ 2022 ນີ້ ກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດການຕິດສະຕິກເກີແຜ່ນກາໝາຍນຳໃຊ້ລົດທີ່ຢູ່ໃນຄວາມຮັບຜິດຊອບຕົນຮ້ອຍສ່ວນຮ້ອຍ.

          ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ, ຮອງຫົວໜ້າຄະນະຈັດສັນລົດບໍລິຫານລວມກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ໃນຕໍ່ໜ້າ ກະຊວງ ພະລັງງານ ແລະ ບໍ່ແຮ່ ຈະສືບຕໍ່ເກັບກຳ, ສັງລວມ ແລະ ຂຶ້ນບັນຊີລົດຢູ່ບັນດາ ລັດວິສາຫະກິດ ທີ່ຂຶ້ນກັບກະຊວງຕື່ມອີກ ເນື່ອງຈາກວ່າໃນໄລຍະທຳອິດ ໄດ້ເກັບກຳສະເພາະແຕ່ພາກລັດບໍລິຫານ. ທ່ານ ກ່າວຕື່ມວ່າ: ການຕິດສະຕິກເກີໃສ່ລົດນຳໃຊທາງລັດຖະການ ແມ່ນມີເປົ້າໝາຍເພື່ອໃຫ້ການນໍາໃຊ້ລົດຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ໂດຍສະເພາະ ການນໍາໃຊ້ລົດທຸກຄັ້ງ ຕ້ອງໄດ້ຈອດໄວ້ບ່ອນຈອດສະເພາະຢູ່ສໍານັກງານຂອງຂະແໜງການຂອງຕົນທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ພ້ອມທັງມີການຄຸ້ມຄອງປົກປັກຮັກສາຢ່າງຖຶກຕ້ອງ ເພື່ອໃຫ້ຮັບປະກັນການເຄື່ອນໄຫວວຽກງານລວມ ແລະ ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ