ບໍລິສັດ FOX Group ສ. ລັດເຊຍ ເຂົ້າຢ້ຽມຢາມ ການນຳກະຊວງ ພະລັງງານ ແລະ ບໍ່ແຮ່

          ໃນຕອນເຊົ້າວັນທີ 24 ເມສາ 2023 ທີ່ຫ້ອງຮັບແຂກ ຕຶກ 1 ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການຢ້ຽມຢາມ ຂອງຄະນະ ບໍລິສັດ FOX Group ສ. ລັດເຊຍ.

          ຊຶ່ງໃນການເຂົ້າພົບປະໃນຄັ້ງນີ້ ທ່ານ Igor Runets, the Founder and the CEO of FOX Group of Companies ໄດ້ມີຄວາມສົນໃຈຢາກມາລົງທຶນເຮັດໂຄງການສູນຂໍ້ມູນ ໃນ ສປປ ລາວ, ຊຶ່ງຕາມການສຶກສາຂອງບໍລິສັດດັ່ງກ່າວ ໃນການພັດທະນາໂຄງການໃນລະດັບສາກົນ ແມ່ນແນ່ເຫັນວ່າ ສປປ ລາວ ມີທ່າແຮງກ່ຽວກັບ ໂຄງການພະລັງງານໄຟຟ້ານ້ຳຕົກ, ດ້ວຍສາເຫດດັ່ງກ່າວ ບໍລິສັດຈຶ່ງມີຄວາມສົນໃຈ ແລະ ມີຄວາມພ້ອມທີ່ຈະມາພັດທະນາ ໃນຂົງເຂດດັ່ງກ່າວ ຊຶ່ງ ສປປ ລາວ ປັນຂົງເຂດຍຸດທະສາດໃນທະວີບອາຊີ ໃນການພັດທະນາດ້ານພະລັງງານ. ລວມທັງເປັນເງື່ອນໄຂທີ່ສາມາດສ້າງລາຍໄດ້ໃຫ້ແກ່ ສປປ ລາວ ສຳລັບເສດຖະກິດແບບດິຈິຕອນ ແລະ ອຸດສະຫາກຳທີ່ກ່ຽວຂ້ອງ.

          ບໍລິສັດ FOX Group ແມ່ນ ບໍລິສັດ ອິດສະລະຂະໜາດໃຫຍ່ຂອງ ສ. ລັດເຊຍ ທີ່ໃຫ້ບໍລິການລະດັບສາກົນ, ກ່ຽວກັບ ການຄຸ້ມຄອງຖານຂໍ້ມູນ, ການຂຸດຄົ້ນ Crypto currency ລວມທັງການພັດທະນາ Blockchain ແລະ ປັນຍາປະດິດໃຫ້ແກ່ສະຖາບັນລົງທຶນທົ່ວໂລກ. ໂດຍມີເປົ້າໝາຍໃນການສ້າງຕັ້ງສູນຂໍ້ມູນພະລັງງານທີ່ມີປະສິດຕິພາບ ແລະ ມີການປະເມີນຜົນຄວາມໄວສູງໃນລະດັບອຸດສາຫະກຳ. ບໍລິສັດດັ່ງກ່າວ ມີສູນຂໍ້ມູນທີ່ມີກຳລັງຕິດຕັ້ງຫຼາຍກວ່າ 1 GW, ຊຶ່ງປະຈຸບັນຢູ່ໃນຂັ້ນຕອນການກໍ່ສ້າງ.
          ທ່ານ ປອ ສີນາວາ ສຸພານຸວົງ ໄດ້ກ່າວສະແດງຄວາມຂອບໃຈນຳ ບໍລິສັດ ທີ່ໄດ້ເຫັນຄວາມສໍາຄັນໃນການລົງທຶນ ດ້ານພະລັງງານ, ລົງທຶນເຮັດໂຄງການສູນຂໍ້ມູນ ໃນ ສປປ ລາວ, ແລະ ການຮ່ວມມືໃນອານາຄົດ ແບບໃກຊິດຕິດແທດຕະຫຼອດມາ.
ພາບ-ຂ່າວ: ສົມສະນຸກ