ລັດຖະບານ ອົດສະຕາລີ ສະໜັບສະໜູນໂຄງການພະລັງງານສະອາດ ຢູ່ ສປປ ລາວ

          ໃນຕອນເຊົ້າວັນທີ10 ສິງຫາ 2023 ທີ່ໂຮງແຮມ ຄລາວພຼາຊ່າ ສະຖານທູດອົດສະຕາລີໄດ້ຈັດກອງປະຊຸມ LASEP Inaugural Steering Committee, ໂດຍການເປັນປະທານຮ່ວມຂອງທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Paul Kelly ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ສປປ ລາວ. ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

          ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນກອງປະຊຸມວ່າ: ໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານ ອົດສະຕາລີ ໂດຍຜ່ານໂຄງການເພື່ອການຮ່ວມມື ແລະ ຊ່ວຍເຫຼືອໂຄງລ່າງພື້ນຖານ (P41). ຜ່ານມາວັນທີ 15 ພຶດສະພາ 2023, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ລົງນາມໃນສັນຍາຂໍ້ຕົກລົງເພີ່ມເຕີມ (SA) ຂອງໂຄງການ LASC ຮ່ວມກັບ ລັດຖະບານ ອົດສະຕາລີ. ຈຸດປະສົງຂອງ SA ຈະປະກອບມີ 03 ຂົງເຂດຫຼັກຄື: (1) ປັບປຸງ ກອບ ແລະ ຂະບວນການວາງແຜນ, ການຄັດເລືອກ ແລະ ພັດທະນາໂຄງການພະລັງງານ, (2) ເສີມສ້າງຄວາມສາມາດໃນການປັບປຸງການວາງແຜນ, ລະບຽບການ ແລະ ການຄຸ້ມຄອງຂະແໜງພະລັງງານ ແລະ (3) ເສີມສ້າງຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີໃໝ່ທີ່ຊ່ວຍໃນການຫຼຸດຜ່ອນການ ປ່ອຍທາດກາກບອນ ເພື່ອເປັນການສະໜັບສະໜູນການຫັນປ່ຽນພະລັງງານໃນລາວ.

          ປັດຈຸບັນນີ້, ໂລກເຮົາໄດ້ມີການປ່ຽນແປງຫຼາຍຕໍ່ກັບການຫັນປ່ຽນສູ່ Net Zero Emission. ສະນັ້ນ, ຈຶ່ງໄດ້ມີນະໂຍບາຍ ແລະ ທິດທາງການນໍາໃຊ້ພະລັງງານສະອາດເປັນມິດກັບສິ່ງແວດລ້ອມ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ສາມາດນຳໃຊ້ຫັນປ່ຽນ ມາເປັນພະລັງງານໄຮໂດຼເຈນ, ພ້ອມດຽວກັນນັ້ນ ດ້ານເຕັກໂນໂລຊີກໍໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະນະວັດຕະກຳໃໝ່ໆທີ່ມານຳໃຊ້ໃນທ້ອງຕະຫຼາດພະລັງງານ, ສໍາລັບ ສປປ ລາວ ລັດຖະບານ ໄດ້ມີຍຸດທະສາດກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງ ໂດຍສະເພາະການຫັນມານໍາໃຊ້ພະລັງງານທົດແທນ ແລະ ການຄົ້ນຄວ້າພະລັງງານໄຣໂດຣເຈນ ພ້ອມດຽວກັນນັ້ນ ລັດຖະບານ ກຳລັງຮ່າງຍຸດທະສາດກ່ຽວກັບພະລັງງານທົດແທນ ແລະ ເອກະສານດ້ານ ນິຕິກຳທີ່ກ່ຽວຂ້ອງເພື່ອສົ່ງເສີມວຽກງານພະລັງງານສີຂຽວ.

          ໂຄງການດັ່ງກ່າວ ເຫັນວ່າມີຄວາມໝາຍຄວາມສໍາຄັນສໍາລັບພວກເຮົາໃນການກໍານົດຍຸດທະສາດ ກ່ຽວກັບພະລັງງານສະອາດໃນອານາຄົດໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ແມ່ນລະບົບການ ເກັບຮັກສາ, ຄວາມປອດໄພ, ການຜະລິດໄຟຟ້າ, ຂະແໜງຄົມມະນາຄົມຂົນສົ່ງທີ່ມີຕົ້ນທືນຕໍ່າ, ຂະແໜງອຸດສາຫະກໍາບໍ່ແຮ່-ອຸດສາຫະກຳໜັກ ແລະ ຂະແໜງກະສິກຳ ເພື່ອປະກອບສ່ວນໃນການຫລຸດຜ່ອນມົນລະຜິດ ຕາມນະໂຍບາຍການປ່ຽນແປງດີນຟ້າອາກາດ ແລະ ການພັດທະນາສີຂຽວຕາມ ທິດຍືນຍົງຕາມພັດທະນາເສດຖະກິດ-ສັງຄົມຄັ້ງທີ 08 ຂອງລັດຖະບານ ແລະ ແຜນພັດທະນາຂະແໜງ ພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX. ພ້ອັມກັນນັ້ນ, ໂຄງການນີ້ຍັງມີການສົ່ງເສີມການສ້າງຄວາມອາດສາມາດພະນັກງານວິຊາການ ແລະ ສົ່ງເສີມຄວາມຮູ້ຄວາມສາມາດທາງດ້ານການນຳໃຊ້ພະລັງງານສະອາດໃນ ສປປ ລາວ ໂດຍ ສະເພາະຈະໄດ້ຮັບການພັດທະນາເຕັກໂນໂລຊີພະລັງງານສະອາດໃໝ່ເຊັ່ນ: Pumped Hydro Energy Storage (PHES), ການສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ Solar Rooftop, Green Hydrogen. ໃນກອງປະຊຸມຄັ້ງນີ້ຈະເປັນການລິເລີມອັນສໍາຄັນໃຫ້ແກ່ກະຊວງພວກເຮົາກໍຄື ລັດຖະບານ ເພື່ອກຳນົດທິດທາງ ແລະ ການຫັນໄປສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງໃນອານາຄົດ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ