ກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

          ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນທີ 20 ກໍລະກົດ 1955-20 ກໍລະກົດ 2022 ໄດ້ຈັດຂຶ້ນຢ່າງຟົດຟື້ນ ແລະ ກວ້າງຂວາງໃນຂອບເຂດທົ່ວປະເທດ. ສະເພາະຢູ່ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2022 ນີ້ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ສະຫາຍ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ຍັງມີຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ອົງການຈັດຕັ້ງພາຄີ (ກຳມະບານ ແລະ ຊາວໜຸ່ມກະຊວງ), ພ້ອມດ້ວຍເອື້ອຍນ້ອງແມ່ຍິງອ້ອມຂ້າງກະຊວງເຂົ້າຮ່ວມ 800 ກວ່າທ່ານ.

          ໃນພິທີອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນນີ້, ສະຫາຍ ນາງ ສິລິກິດ ບຸບຜາ ຮອງປະທາງຄະນະບໍລິຫານງານສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດປະຖະກະຖາ ແລະ ເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງແມ່ຍິງລາວ ແລະ ຄວາມພິລະອາດຫານຂອງເອື້ອຍນ້ອງແມ່ຍິງລາວໃນໄລຍະການຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ບາງຕອນ ສະຫາຍ ໄດ້ກ່າວວ່າ: ອົງການຈັດຕັ້ງສະຫະພັນແມ່ຍິງລາວໄດ້ອຸທິດຕົນໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ ໂດຍສະເພາະແມ່ນ 5 ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ. ເນື່ອງຈາກເມື່ອກ່ອນ ປະເທດເຮົາ ຢູ່ໃຕ້ແອກປົກຄອງ ຂອງພວກລ່າເມືອງຂຶ້ນ ພວກເຂົາໄດ້ເຂັນຂ້າ ປະຊາຊົນລາວ ຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນລາວ ຕົກທຸກໄດ້ຍາກ, ລົ້ມຫາຍຕາຍໄປນັບມື້ນັບຫຼາຍຂຶ້ນ ຍ້ອນແນວນັ້ນຈຶ່ງເຮັດໃຫ້ປະຊາຊົນລາວ ຜູ້ຮັກຊາດໄດ້ລຸກຂຶ້ນຕໍ່ສູ້ ຢ່າງພິລະອາດຫານ, 

          ໃນຕະຫຼອດໄລຍະເວລາການຕໍ່ສູ້ກູ້ຊາດແມ່ຍິງລາວໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ເພື່ອໃຫ້ລູກຜົວຂອງຕົນຫຼຸດພົ້ນອອກຈາກການເກນໄປເປັນກູລີ ໂດຍບໍ່ໄດ້ຮັບຄ່າຈ້າງ ຊໍ້າບໍ່ພໍຍັງຖືກທຸບຕີທໍລະມານ ຢ່າງໂຫດຮ້າຍປ່າເຖື່ອນ, ດັ່ງນັ້ນ ແມ່ຍິງລາວຈໍານວນຫຼວງຫຼາຍ ໄດ້ເຂົ້າຮ່ວມຂະບວນການລຸກຮື້ ຂຶ້ນຍຶດອໍານາດ ຈາກພວກລ່າ ເມືອງຂຶ້ນ, ຂະບວນການເຄື່ອນ ໄຫວຂອງແມ່ຍິງລາວ ກໍໄດ້ຂະຫຍາຍຕົວອອກສູ່ທຸກຫົນແຫ່ງ ໃນຂອບເຂດທົ່ວປະເທດ ໂດຍ ພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ ເພື່ອເຮັດໃຫ້ແມ່ຍິງລາວ ໄດ້ຫຼຸດພົ້ນອອກຈາກແອກກົດຂີ່ຂູດຮີດ ຂອງພວກສັກດີນາ ແລະ ນາຍທຶນ. ຫຼັງຈາກ ນັ້ນບໍ່ພໍເທົ່າໃດພວກຈັກກະພັດ ອາເມຣິກາກໍໄດ້ເຂົ້າມາຮຸກຮານ ລາວອີກ ຈາກນັ້ນການຕໍ່ສູ້ກໍໄດ້ ເລີ່ມຂຶ້ນຢ່າງດຸເດືອດ ແຕ່ເຮັດ ແນວໃດພວກສັດຕູກໍບໍ່ສາມາດ ເອົາຊະນະໄດ້ຍ້ອນຄວາມອົງອາດກ້າຫານ, 

          ນໍ້າໃຈເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ການປະຕິວັດຂອງແມ່ຍິງລາວ. ມາຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍໄດ້ຮັບການ ສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບ ໂດຍກົງຕໍ່ພາລະກໍາປະຫວັດສາດ ຂອງການປະຕິວັດລາວ ແລະ ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການ ປຸກລະດົມຂົນຂວາຍກໍ່ສ້າງແມ່ ຍິງໃຫ້ມີຄວາມຕື່ນຕົວປະກອບ ສ່ວນພາລະກິດປະຕິວັດ ແລະ ຖື ເອົາແມ່ຍິງເປັນພາກສ່ວນໜຶ່ງໃນ ກໍາລັງແຮງຂອງພັກ. ມາໃນວັນທີ 20 ກໍລະກົດ 1955 ພັກ ໄດ້ແຕ່ງຕັ້ງຄົ້ນຄວ້າວຽກງານແມ່ຍິງຂຶ້ນ ຢ່າງເປັນທາງການ ແລະ ໄດ້ແຕ່ງ ຕັ້ງຄະນະໜ່ວຍເຊິ່ງປະກອບມີ 3 ທ່ານຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ. 

          ສະຫາຍ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຍັງໄດ້ກ່າວວ່າ: ພາຍຫຼັງຄະນະດັ່ງກ່າວໄດ້ຮັບການສ້າງຕັ້ງ ກໍ່ໄດ້ອຸທິດຕົນເພື່ອ ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວຕະ ຫຼອດໄລຍະ 67 ປີ ທີ່ຜ່ານມາ ນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍໄດ້ເຄື່ອນໄຫວຕາມພາລະບົດບາດທີ່ກໍານົດໄວ້ໃນກົດລະບຽບ, ໂຄງການ ດໍາເນີນງານຂອງຕົນ ແລະ ໄດ້ ປັບປຸງໃຫ້ສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງຂອງພັກໃນແຕ່ລະໄລຍະ. 

          ນອກຈາກໃນພິທີຈະຮັບຟັງການເລົ່າມູນເຊື້ອແລ້ວ, ສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ຈັດງານວາງສະແດງສິນຄ້າ ແລະ ຜະລິດຕະພັນ ທີ່ເປັນຜົນງານ ແລະ ສີໄມ້ລາຍມືຂອງເອື້ອຍນ້ອງແມ່ຍິງພາຍໃນກະຊວງຕື່ມອີກ ເພື່ອໃຫ້ຜູ້ເຂົ້າຮ່ວມພິທີໄດ້ທ່ຽວຊົມ, ອູດໜູນ ແລະ ເບີກບານມ່ວນຊື່ນ. 

ພາບ-ຂ່າວ:  ພະແນກ ປະຊາສຳພັນ ແລະ ໄອທີ