ໃນປີ 2021, ບໍລິສັດ THPC ໄດ້ມອບງົບປະມານທັງໝົດ 64,084 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ ເຊິ່ງລວມມີ ເງິນປັນຜົນ 38,66 ລ້ານໂດລາສະຫະລັດ, ອາກອນກຳໄລ 18,68 ລ້ານໂດລາສະຫະລັດ, ເງິນຄ່າພາກຫຼວງ 6,5 ລ້ານໂດລາສະຫະລັດ, ອາກອນເງິນເດືອນ 244.055 ໂດລາສະຫະລັດ (2.874.975.472 ກີບ). ນັບຕັ້ງແຕ່ການຜະລິດໄຟຟ້າຂອງໂຄງການຕັ້ງແຕ່ປີ 1998 ຫາ 2021, THPC ໄດ້ປະຕິບັດພັນທະໃຫ້ລັດຖະບານແລ້ວ 711,53 ລ້ານໂດລາ ສະຫະລັດ ເຊິ່ງໄດ້ຈາກເງິນປັນຜົນ, ພັນທະອາກອນ ແລະ ເງິນຄ່າພາກຫຼວງ.
ບໍລິສັດ THPC ໄດ້ຮັບອະນຸຍາດໃຫ້ພັດທະນາໂຄງການເທີນຫີນບູນໃນປີ 1994 ແລະ ເລີ່ມທຳການຜະລິດໄຟຟ້າໃນປີ 1998. ເນື່ອງຈາກຄວາມຕ້ອງການທາງດ້ານພະລັງງານຢູ່ພາຍໃນ ແລະ ປະເທດອ້ອມຂ້າງເພີ່ມຂຶ້ນ, ບໍລິສັດ THPC ໄດ້ເລີ່ມທຳການສຳຫຼວດໂຄງການເທີນ-ຫີນບູນ ພາກຂະຫຍາຍ ເຊິ່ງໄດ້ລົງມືກໍ່ສ້າງໃນປີ 2009 ແລະ ສຳເລັດໃນປີ 2012. ເລີ່ມແຕ່ການກໍ່ສ້າງໂຄງການ ເທີນ-ຫີນບູນ ພາກຂະຫຍາຍ ສຳເລັດເປັນຕົ້ນມາ ກຳລັງການຕິດຕັ້ງຂອງເຂື່ອນໄຟຟ້າ ເທີນ-ຫີນບູນ ເພີ່ມຂຶ້ນຈາກ 220 ເມກາວັດ ມາເປັນ 520 ເມກາວັດ.