ສປປລາວ ສຳເລັດການເປັນເຈົ້າພາບກອງປະຊຸມສູນກາງພະລັງງານ ອາຊຽນ ຄັ້ງທີ 30

           ກອງປະຊຸມໄດ້ຈັດຂຶ້ນລະຫວ່າງວັນທີ 02- 05 ພຶດສະພາ 2023 ທີ່ຜ່ານມາ ຢູ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍແມ່ນ ສປປລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນ. ກອງປະຊຸມປະຈຳປີ ຄັ້ງທີ 30 ຂອງສູນກາງພະລັງງານອາຊຽນ (ASEAN Centre for Energy: ACE) ໃນເຄືອຂ່າຍຍ່ອຍຂະແໜງພະລັງງານທົດແທນ (Renewable Energy Sub-Sector Network: RE-SSN) ຈັດຂຶ້ນຄັ້ງນີ້ ເພື່ອແນ່ໃສ່ເຮັດໃຫ້ ບັນດາປະເທດອາຊຽນ ໃຫ້ກ້າວໜ້າໄປຕາມແຜນການດຳເນີນງານອາຊຽນໃນການຮ່ວມມືດ້ານພະລັງງານ (APAEC) ໄລຍະທີ 2, ເປົ້າໝາຍການພັດທະນາພະລັງງານທົດແທນ (RE) ແລະ ແກ້ໄຂບັນດາອຸປະສັກທີ່ສຳຄັນ ໃນການບັນລຸຕາມເປົ້າໝາຍໃນພາກພື້ນ. ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຮອງເອົາບົດລາຍງານ ແລະ ໝາກຜົນຂອງກອງປະຊຸມທີ່ກ່ຽວຂ້ອງຂອງ RE-SSN ໂດຍມີການເຂົ້າຮ່ວມຂອງບັນດາປະເທດສະມາຊິກອາຊຽນ (AMS), ກອງເລຂາອາຊຽນ, ແລະ ສູນພະລັງງານອາຊຽນ(ACE) ຕື່ມອີກ.
          ສູນກາງພະລັງງານອາຊຽນ (ACE) ໄດ້ນໍາສະເຫນີຜົນໄດ້ຮັບ ແລະ ບົດລາຍງານຂອງກອງປະຊຸມ ທີ່ກ່ຽວຂ້ອງ RE-SSN ຄັ້ງທີ 30ນີ້. ເຊິ່ງໄດ້ມີການປະກາດລາງວັນ ASEAN RE Project Award 2023, ກອງປະຊຸມປຶກສາຫາລືກ່ຽວກັບແຜນພັດທະນາພະລັງງານທົດແທນອາຊຽນ (FDG on ASEAN RE Long-term Roadmap), ກອງປະຊຸມສໍາມະນາກ່ຽວກັບທ່າແຮງດ້ານພະລັງງານລົມ ແລະ ການປະຍຸກໃຊ້ໃນອາຊຽນ (Workshop on Offshore Wind Energy Potential and Applications in ASEAN), ແລະ ກອງປະຊຸມສຳມະນາກ່ຽວກັບການລວມພາຫະນະໄຟຟ້າເຂົ້າໃນແຜນຄົ້ນຄວ້າ-ວິໄຈກ່ຽວກັບເຊື້ອເພີງທາງຊີວະພາບ (Workshop on EV Integration into Biofuel R&D Roadmap).

          ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຢ່າງຮອບດ້ານກ່ຽວກັບພະລັງງານທົດແທນ ກັບອົງການຈັດຕັ້ງສາກົນ (Ios) ແລະ ຄູ່ເຈລະຈາ (DPs) ເຊິ່ງປະກອບມີ: International Renewable Energy Agency (IRENA), China Renewable Energy Engineering Institute (CREEI), Clean Energy Future Initiative for ASEAN (CEFIA), Energy Foundation China, National Science and Technology Development Agency of Thailand (NSTDA), United Nations Economic and Social Commission for Asia and the Pacific (UNESCAP) ແລະ The Cooperation with Norway – Implementation of ASEAN Climate Change and Energy Project (ACCEPT).

ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ ແລະ ກວດແກ້ຂ່າວ: ຄຳແສງ ແກ້ວປະເສີດ