ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ (SENIOR OFFICIALS MEETING ON ENERGY) 2024

          ສປປ ລາວ ໃນນາມເປັນປະທານກອງປະຊຸມອາຊຽນປະຈຳປີ 2024 ໃນຮອບ 10 ປີ ໝູນວຽນມາ. ໃນລະຫວ່າງ 24 – 28 ມິຖຸນາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແລະ ກອງປະຊູມກ່ຽວຂ້ອງ ຄັ້ງທີ 42 ຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ.ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ, ໂດຍມີຄະນະຜູ້ແທນຈາກ 10 ປະເທດອາຊຽນ (ແລະອີກ 1 ປະເທດ ຄື ປະເທດ ຕີມໍ ແລັດສະເຕ ທີ່ເປັນປະເທດສັງເກດການ), ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດຄູ່ຮ່ວມເຈລະຈາ 6 ປະເທດ, ອົງການຈັດຕັ້ງສາກົນ 5 ພາກສ່ວນເຂົ້າຮ່ວມ.

          ຈຸດປະສົງຫຼັກຂອງກອງປະຊຸມ ເພື່ອເປັນການລາຍງານຄວາມຄືບໜ້າຂອງບັນດາໜ້າວຽກຍ່ອຍ ທີ່ຕິດພັນກັບຂະແໜງພະລັງງານໃນໜ້າວຽກ 7Sub-Sector Network ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາໃນປີ 2023 ແລະ ແຜນວຽກໃນປີ 2024. ອັນພົ້ນເດັ່ນໃນກອງປະຊຸມຄັ້ງນີ້ ສປປ ລາວ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ຈະໄດ້ລາຍງານຄວາມຄືບໜ້າຂອງ 8 ວຽກເປົ້າໝາຍບູລິມະສິດດ້ານພະລັງງານ (Annual Priorities) ທີ່ໄດ້ກໍານົດໄວ້ໃນການຈັດຕັ້ງປະຕິບັດໃນປີ 2024 ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ປະຈໍາປີ 2024 ໃຫ້ແກ່ກອງປະຊຸມໄດ້ຮັບຊາບ. ເຊິ່ງຄວາມຄືບໜ້າຂອງບັນດາແຜນວຽກທັງໝົດແມ່ນຈະເປັນພື້ນຖານອັນສໍາຄັນໃຫ້ແກ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ທີ່ຈະຈັດຂຶ້ນໃນທ້າຍເດືອນກັນຍາ 2024 ນີ້ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ

          ຄູ່ຂະໜານກັບກອງປະຊຸມດັ່ງກ່າວ, ສປປ ລາວ ໃນນາມເປັນປະທານກອງປະຊຸມອາຊຽນກໍ່ໄດ້ຈັດກອງປະຊຸມສຳມະນາດ້ານວິຊາການເຕັກນິກພາຍໃຕ້ຫົວຂໍ້ “Seminar in Power Systems EHV and HV” ຈຸດປະສົງເພື່ອເປັນການຖອດຖອນບົດຮຽນ ແລະ ຄວາມສາມາດທາງດ້ານ Technology ກ່ຽວກັບການວິໃຈ ແລະ ການຄົ້ນຄວ້າທີ່ຕິດພັນທາງດ້ານໄຟຟ້າ Power systems EHV and HV ພ້ອມການຈໍາລອງແບບຕົວຈິງ (Real Time) ເຊຶ່ງຈະເປັນການຄິດໄລ່ທີ່ສາມາດຕອບສະໜອງຄວາມຕ້ອງການໃນປັດຈຸບັນ ແລະ ໃນອານາຄົດ ໃຫ້ແກ່ບັນດາແຂກຜູ້ເຂົ້າຮ່ວມ.

ພ້ອມນີ້, ກໍ່ໄດ້ມີກອງປະຊຸມສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ປະເທດ AMS ກັບ ບັນດາຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນ. ໃນນັ້ນ, ສປປ ລາວ ໄດ້ມີແຜນພົບປະສອງຝ່າຍ ລະຫວ່າງ ລາວ-ໄທ, ລາວ-ສິງກະໂປ, ລາວ-ມຽນມ້າ, ລາວ-ຈີນ ແລະ ອົງການຈັດຕັ້ງສາກົນອື່ນໆ ເພື່ອປຶກສາຫາລື ແລະ ເສີມຂະຫຍາຍຂອບການຮ່ວມມືພາຍໃຕ້ແຜນບູລິມະສິດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ.

         ຄຽງຄູ່ກັບກອງປະຊຸມດັ່ງກ່າວ ສປປ ລາວ ແມ່ນໄດ້ສໍາເລັດການປະກາດ ແລະ ລົງນາມໃນສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ Keppel ປະເທດ ສິງກະໂປໃນການສືບຕໍ່ໂຄງການຂາຍພະລັງງານໄຟຟ້າໄປສິງກະໂປໂດຍຜ່ານລະບົບສາຍສົ່ງ ຂອງ ປະເທດໄທ ແລະ ມາເລເຊຍ ຫຼື LTMS-PIP ໄລຍະ 2. ການສືບຕໍ່ໂຄງການດັ່ງກ່າວແມ່ນເປັນຂີດໝາຍສໍາຄັນ ແລະ ເນັ້ນຍໍ້າໃຫ້ເຫັນເຖິງ ການເຊື່ອມໂຍງເຊື່ອມຈອດລະບົບຕາຂ່າຍ ໄຟຟ້າອາຊຽນ ໃຫ້ຫຼາຍຂື້ນກວ່າເກົ່າ ເພື່ອຮັບປະກັນຄວາມໝັ້ນຄົງແລະ ສະຖຽນລະພາບດ້ານພະລັງງານຂອງບັນດາປະເທດສະມາຊິກ ແລະ ພາກພື້ນ ກ້າວໄປສູ່ການບັນລຸເປົ້າໝາຍຂອງແຜນງານ ແລະ ຍຸດທະສາດຂອງອາຊຽນດ້ານພະລັງງານ.
ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ຂ່າວ: ກອງເລຂາເນື້ອໃນ
ສາຍດ່ວນ: 1506