ໃນຕອນບ່າຍຂອງວັນທີ 13 ທັນວາ 2024 ທີ່ຜ່ານມາ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີເຜີຍແຜ່ ເຊືີ່ອມຊຶມ ປາຖະກະຖາ ວັນຊາດທີ 02 ທັນວາ ທີ່ໝູນວຽນມາບັນຈົບຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ຂື້ນ, ໃຫ້ກຽດຂື້ນເຜຍແຜ່ເອກະສານເລົ່າມູນເຊື້ອ ໂດຍ ທ່ານ ປອ ຄຳມອນ ຈັນທະຈິດ, ກຳມະການບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ, ມີພະນັກງານຫຼັກແຫຼ່ງຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດ ອ້ອມຂ້າງກະຊວງ ເຂົ້າຮ່ວມ 400 ກວ່າທ່ານ.