ກະຊວງພະລັງງານ ແລະ ບໍ່ແຮ່ ຈັດຊຸດອົບຮົມໃຫ້ພະນັກງານອາສາສະໝັກຕິດຕາມຄະນະຜູ້ແທນແຕ່ລະປະເທດ (LO) ເພື່ອຮັບໃຊ້ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ

          ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນຂື້ນໃນວັນທີ 17 ມີຖຸນາ 2024, ທີ່ຫ້ອງປະຊຸມໃຫຍ່ຊັ້ນ5 ກະຊວງພະລັງງານ ແລະ ບໍ່ແຮ່. ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຮອງຫົວໜ້າກົມກວດກາ, ຫົວໜ້າອານຸກຳມະການ LO, ມີ ທ່ານ ນາງ ຕະນາວິລັດ ແກ້ງດວງດີ ວິທະຍາກອນຮັບເຊີນຈາກ ກົມພິທີການທູດ, ກະຊວງການຕ່າງປະເທດ ແລະ ບັນດາທ່ານ ໃນຄະນະອານຸກຳມະການຕິດຕາມຄະນະຜູ້ແທນແຕ່ລະປະເທດເຂົ້າຮ່ວມ.

ທ່ານ ຈັນທະເລດ ວໍລະບຸດ ຮອງຫົວໜ້າກົມກວດກາ, ຫົວໜ້າອານຸກຳມະການຕິດຕາມ ຄະນະຜູ້ແທນແຕ່ລະປະເທດ ໄດ້ກ່າວເປີດກອງປະຊຸມວ່າ: ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອຮຽນຮູ້ ກ່ຽວກັບວິທີການຕ່າງໆ ຂອງການ ຕ້ອນຮັບແຂກບ້ານແຂກເມືອງ ທີ່ຈະມາຮ່ວມປະຊຸມ ເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ 2024 ເຊິ່ງຈະຈັດຂຶ້ນໃນລະຫວ່າງ 24 ຫາ 28 ມິຖຸນາ 2024 ທີ່ ສ ປປລາວ ເຮົາໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນ ໂດຍສະເພາະແມ່ນຄວາມຮູ້ດ້ານທັກສະການສື່ສານ ແລະ ການເຈລະຈາ; ການຕິດຕໍ່ພົວພັນ, ປະສານງານ ແລະ ການຖ່າຍທອດຂໍ້ມູນທີ່ຊັບຊ້ອນຢ່າງຈະແຈ້ງ ແລະ ຮັດກຸມ. ການຝຶກອົບຮົມຄວນສຸມໃສ່ເຕັກນິກການສື່ສານທີ່ມີ ປະສິດຕິຜົນ, ລວມທັງການສື່ສານທາງວາຈາ ແລະ ບໍ່ແມ່ນຄໍາເວົ້າ, ເຊັ່ນດຽວກັນກັບທັກສະການເຈລະຈາເພື່ອ ສະຫນັບສະຫນູນຜົນປະໂຫຍດຂອງອົງການຈັດຕັ້ງຂອງພວກເຂົາ ເປັນຕົ້ນແມ່ນ:

(1) ການຄຸ້ມຄອງວິກິດການ ແລະ ການແກ້ໄຂບັນຫາ: ພະນັກງານຕິດຕໍ່ພົວພັນຄວນກຽມພ້ອມຮັບມື ກັບສິ່ງທ້າທາຍທີ່ບໍ່ຄາດຄິດ ຫຼື ຂໍ້ຂັດແຍ່ງທີ່ອາດຈະເກີດຂຶ້ນໃນລະຫວ່າງການປະຊຸມ. ການຝຶກ ອົບຮົມຄວນປະກອບມີການອອກກຳລັງກາຍທີ່ອີງໃສ່ສະຖານະການເພື່ອພັດທະນາທັກສະການຄຸ້ມ ຄອງວິກິດແລະຄວາມສາມາດໃນການແກ້ໄຂບັນຫາ ແລະ (2) ພິທີການ ແລະ ຈັນຍາບັນ: ຄວາມເຂົ້າໃຈກ່ຽວກັບພິທີການ ແລະ ຈັນຍາບັນທີ່ຄາດໄວ້ຢູ່ໃນກອງ ປະຊຸມລະດັບສູງ ແມ່ນມີຄວາມຈໍາເປັນສໍາລັບເຈົ້າຫນ້າທີ່ຕິດຕໍ່ພົວພັນທີ່ຈະປະຕິບັດຕົນເອງຢ່າງເປັນມືອາຊີບແລະເປັນຕົວແທນຂອງອົງການຈັດຕັ້ງຂອງພວກເຂົາດ້ວຍກຽດສັກສີ.

ຊຸດຝຶກອົບຍົກລະດັບຄວາມຮູ້, ຄວາມສາມາດການເປັນພະນັກງານອາສາສະໝັກຮັບໃຊ້ກອງປະຊຸມເຈົ້າໜ້າທີ່ອາວຸໄສພະລັງງານອາຊຽນຊຸດນີ້, ຈັດຂຶ້ນເພື່ອປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0930/ພບ, ລົງວັນທີ 15 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະເພາະ ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂືຶ້ນລະຫວ່າງວັນທີ 24-24 ມິຖຸນາ 2024 ທີ່ຈະມາເຖິງນີ້.

ພາຍຫຼັງສໍາເລັດຝຶກອົບຮົມພາກທິດສະດີແລ້ວ ນັກສໍາມະນາກອນກໍ່ໄດ້ພ້ອມກັນລົງຈັດຕັ້ງປະຕິບັດຢູ່ພາກສະໜາມເຊັ່ນ: ເບິງຮູບແບບ, ຂັ້ນຕອນ ແລະ ວິທີການຕ້ອນຮັບຄະນະຜູ້ແທນຢູ່ສະໜາມບິນສາກົນວັດໄຕ; ການນຳພາ, ຮັບສົ່ງ ຄະນະຜູ້ແທນເຂົ້າພັກຢູ່ບ້ານພັກ-ໂຮງແຮມ ທີ່ນອນຢູ່ໃນເປົ້າໝາຍຂອງກອງປະຊຸມ ແລະ ສະຖານທີ່ທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນຕື່ມອີກ.

ພາບ ແລະ ຂ່າວ: ວັນໄຊ ສີຊົມພູ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506