ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ລົງຕິດຕາມສະພາບການການຈັດຕັ້ງປະຕິບັດຂອງບັນດາເຂື່ອນ ຢູ່ແຂວງບໍລິຄຳໄຊ.

          ໃນວັນທີ 17 ກໍລະກົດ 2022​, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້ານ້ຳເທີນ 1, ທີ່ແຂວງບໍລິຄຳໄຊ, ໂດຍທ່ານ ບົວເທບ ມາໄລຄຳ, ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ບໍລິສັດ ຜູ້ພັດທະນາ.
          ທ່ານ ຍັງໄດ້ກ່າວຕື່ມວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ ມີໜ້າທີ່ໃນການສົ່ງເສີມ , ຄຸ້ມຄອງ -ຕິດຕາມກວດກາ ໂຄງການພັດທະນາເຂື່ອນໄຟຟ້າໃນທົ່ວປະເທດ ໃຫ້ສອດຄ່ອງຕາມມາດຕະຖານເຕັກນິກໄຟຟ້າຂອງລາວ ແລະ ບັນດາລະບຽບການຕ່າງໆເພື່ອໃຫ້ໂຄງການມີຄວາມປອດໄພ. ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ທີ່ຕັ້ງຢູ່ແຂວງບໍລິຄໍາໄຊ, ມີກຳລັງຕິດຕັ້ງທັງໝົດ 650MW, ປະເພດເຂື່ອນເປັນເບຕົງອັດແຮງ ທີ່ມີຄວາມແຂງແກ່ນ Roller Compact Concrete ( RCC)
ໃນນາມລັດຖະບານ ກໍ່ຄື ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ມີການຕິດຕາມກວດກາເອກະສານ ນັບແຕ່ການເຮັດບົດວິພາກເສດຖະກິດເຕັກນິກ, ການອອກແບບ ແລະ ຕິດຕາມກວດກາການກໍ່ສ້າງໂຄງການຢ່າງເປັນລະບົບ ເພື່ອໃຫ້ສອດຄ່ອງຕາມມາດຕະຖານເຕັກນິກໄຟຟ້າຂອງລາວ ແລະ ມາດຕະຖານສາກົນ.ໃນໄລຍະການກໍ່ສ້າງ , ກໍ່ໄດ້ມີການຕິດຕາມກວດກາຈາກພາກລັດ , ທີ່ປຶກສາລັດຖະບານ, ທີປຶກສາໂຄງການ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ.
          ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ມີແຜນລົງໄປກວດກາ ເປັນແຕ່ລະໄລຍະຢ່າງປົກກະຕິ ແລະ ລ້າສຸດຄືໃນວັນທີ່ 25\6\2022 ທາງກົມ ກໍ່ໄດ້ລົງໄປຕິດຕາມກວດກາ ແລະ ເຫັນວ່າ : ມີນໍ້າຊືມອອກມາທາງເບື້້ອງຂວາຂອງເຂື່ອນ ແທ້ ແຕ່ ມີປະລິນມານທີ່ຫນ້ອຍ, ບໍ່ເປັນອັນຕະລາຍ , ບໍ່ມີຜົນກະທົບໃສ່ຕົວເຂື່ອນ , ເຂື່ອນມີຄວາມປອດໄພ ແລະ ທາງກົມ ກໍ່ໄດ້ແຈ້ງໃຫ້ໂຄງການ ຊອກຫາຈຸດຊືມ ແລະ ມີມາດຕະຖານແກ້ໄຂຢ່າງຮີບດ່ວນ ທີ່ພາກສະຫນາມເລີຍ ແລະ ຍັງໄດ້ມີຫນັງສືແຈ້ງການເປັນທາງການຫາໂຄງການອີກໃນວັນທີ່ 30\6\2022.
           ໂດຍທົ່ວໄປ : ບັນດາໂຄງການກໍ່ສ້າງເຂື່ອນຕ່າງໆໃນໂລກນັ້ນ , ພາຍຫລັງກັກເກັບນໍ້າແລ້ວແມ່ນມີນໍ້າຊື່ມ ຖືວ່າເປັນເລື່ອງປົກກະຕິ ແລະ ແຕ່ລະໂຄງການກໍ່ໄດ້ມີວີທິການ, ມາດຕະການໃນການແກ້ໄຂບັນຫາດັ່ງກ່າວ.
          ໃນໄລຍະທີ່ໂຄງການພວມດຳເນີນການຊີເຈາະ ເພື່ອຊອກຫາຈຸດນໍ້າຊືມອອກມາ ແລະ ວາງແຜນແກ້ໄຂບັນຫາດັ່ງກ່າວ, ປະກົດວ່າ ໃນວັນທີ 16/7/2022 ກໍ່ໄດ້ເຫັນຂ່າວໃນຊສື່ອອນລາຍ ທີ່ເວົ້າເຖິງນໍ້າຊື່ມ ຈາກໂຄງການດັ່ງກ່າວ ແລະ ໃນວັນທີ 17/7/2022 ກະຊວງ ພະລັງງານ ແລະ ບໍ່ແຮ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກໍ່ໄດ້ຮີບຮ້ອນລົງມາຕິດຕາມກວດກາພາກສະໜາມຄືນ, ຜ່ານການລົງຕິດຕາມກວດກາໃນຄັ້ງນີ້ ເຫັນວ່າ : ຍັງມີນໍ້າຊື່ມອອກມາ ແຕ່ມີປະລິມານທີ່ຫນ້ອຍ , ນໍ້າຊື່ມອອກມາແມ່ນບໍ່ໄດ້ເພີ່ມຂື້ນ ເມືອທຽບໃສ່ການລົງໄປກວດກາໃນຄັ້ງວັນທີ່ 25\6\2022, ນໍ້າທີ່ຊືມອອກມາແມ່ນເປັນນໍ້າທີ່ໃສ , ຂະຫນາດຂອງຮູນໍ້າຊື່ມແມ່ນບໍ່ໄດ້ຂະຫຍາຍຕົວ, ບໍ່ເປັນອັນຕະລາຍ, ບໍ່ມີຜົນກະທົບໃສ່ຕົວເຂື່ອນ ແລະ ເຂື່ອນມີຄວາມປອດໄພ.
          ສ່ວນຮູບພາບທີ່ທ່ານເຫັນໃນອອນລາຍທີ່ໂຄງການເປີດປະຕູລະບາຍນໍ້ານັ້ນ ແລ້ວເວົ້າວ່າ : ເຂື່ອນຈະແຕກພັງ ແລະ ໂຄງການປ່ອຍນໍ້າອອກ, ນີ້ບໍ່ແມ່ນຄວາມຈິງ . ການປ່ອຍນໍ້າ ຫລື ການກັກເກັບນໍ້າ ແມ່ນການບໍລິຫານຈັດການນໍ້າ ແມ່ນການຄວມຄຸມປະລິນມານນໍ້າອ່າງ ເພື່ອຮັບປະກັນໃຫ້ແກ່ການຜະລິດພະລັງງານໄຟຟ້າ, ຮອງຮັບນໍ້າ ທີ່ຈະໄຫລເຂົ້າມາໃນອ່າງ ແລະ   ການຄວບຄຸມການປ່ອຍນໍ້າຢູ່ລຸ່ມເຂື່ອນ.
          ການຈັດຕັ້ງປະຕິບັດໂຄງການ ນໍ້າເທີນ1 ກໍ່ໄດ້ມີແຜນຮັບມືກໍລະນີສຸກເສີນ ທີ່ກະຊວງ ພະລັງງານ ແລະ ບໍ່ແຮ່ ຮັບຮອງແລ້ວ ໃນເດືອນກັນຍາ 2021 ແລະ ໂຄງການກໍ່ໄດ້ມີການປະຊາສຳພັນຫາຜູ້ຢູ່ລຸ່ມເຂື່ອນ ແລະ ເທິງເຂື່ອນ ຕາມຂັ້ນຕອນ.ໂຄງການກໍ່ໄດ້ມີມາດຕະການ ແລະ ວິທີແກ້ໄຂ ຢ່າງເປັນລະບົບ ເຊັ່ນ : ທາງໂຄງການກໍ່ໄດ້ຊອກຫາສາເຫດ : ໂດຍໄດ້ຊີເຈາະ ແລະ ໄດ້ພົບຈຸດທີ່ມີການຮົ່ວຊື່ມ ຢູ່ໃຕ້ຖານເຂື່ອນ ທີ່ເລິກລົງໄປປະມານ 35 ແມັດ ຈາກຮາກຖານເຂື່ອນ ແລະ ນໍ້າສ່ວນນຶ່ງແມ່ນໄຫລລົງມາຈາກເທິງພູ.
ຊ່ຽວຊານຈາກໂຄງການ ( ບໍລິສັດ AFRY ຈາກປະເທດສະວີຊີແລນ) ກໍ່ໄດ້ຢືນຢັນ ໃນວັນທີ່ 17 ກໍລະກົດ2022 ຕາມເອກະສານສະບັບເລກທີ່ : 115001073 ນທ1 ວ່າ ຊ່ຽວຊານ ຢືນຢັນວ່າ : ບໍ່ມີຜົນກະທົບໃສ່ເຂື່ອນ. ເຂື່ອນມີຄວາມປອດໄພ ແລະ ມີຄວາມຫມັ້ນຄົງ ແລະ ສາມາດດຳເນີນການຜະລິດພະລັງງານໄຟຟ້າໄດ້ປົກກະຕິ.
ໂຄງການວາງແຜນການຄືຈະໃຊ້ເວລາປະມານ 3 ອາທິດ ໃນການແກ້ໄຂວຽກງານດັ່ງກ່າວໃຫ້ສຳເລັດ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ຕິດຕາມການແກ້ໄຂບັນຫາດັ່ງກ່າວຢ່າງໃກ້ສິດ ແຕ່ຫົວທີ ນັບແຕ່ມື້ທີ່ພົບເຫັນ ແລະ ໃນວັນທີ່ 27 ກໍລະກົດ 2022 ທີມງານຈາກ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຈະສົມທົບກັບຊ່ຽວຊານໂຄງການ ໄປກວດກາພາກສະຫນາມອີກຄັ້ງ.
          ສະນັ້ນ , ຂໍແຈ້ງໃຫ້ບັນດາທ່ານຊາບຕື່ມອີກວ່າ : ບົດຮຽນທີ່ເຂື່ອນພັງຢູ່ ປະເທດເຮົາ ແມ່ນເປັນເຂື່ອນດິນ, ສ່ວນໂຄງການເຂື່ອນໄຟຟ້ານໍ້າເທີນ1 ເປັນເຂື່ອນເບຕົງອັດແຮງ, ການທີ່ມີນໍ້າຊືມອອກມາແມ່ນ ມີປະລິນມານທີ່ຫນ້ອຍ , ປະລິນມານນໍ້າຊື່ມອອກມາແມ່ນບໍ່ໄດ້ເພີ່ມຂື້ນ, ບໍ່ເປັນອັນຕະລາຍ , ບໍ່ມີຜົນກະທົບໃສ່ຕົວເຂື່ອນ ແລະ ເຂື່ອນມີຄວາມປອດໄພ.
ສະເຫນີໃຫ້ຜູ້ທີ່ເອົາຮູບພາບລົງໃນສື່ອອນລາຍນັ້ນ ໃຫ້ພິຈາລະນາລະອຽດ ເພາະອາດຈະສົ່ງຜົນກະທົບດ້ານລົບຕໍ່ສັງຄົມ.
          ຖ້າທ່ານໃດ ມີຄວາມສົນໃຈ ຢາກຮູ້ລະລາຍອຽດເພີ່ມຕື່ມກ່ຽວກັບດ້ານເຕັກນິກຂອງເຂື່ອນໄຟຟ້ານໍ້າເທີນ1 ແມ່ນ ທ່ານສາມາດຕິດຕໍ່ ພົວພັນ ໄດ້ຕາມເບີ ທີ່ສະແດງໃຫ້ເຫັນນີ້ .
ພາບ-ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ