ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ສະໜັບສະໜຸນ ລົດຮັບສົ່ງຄົນເຈັບ ແລະ ອຸປະກອນທາງການແພດໃຫ້ກັບ ໂຮງໝໍຊຸມຊົນ ເມືອງເງິນ

          ໃນວັນທີ 14 ມີນາ 2024 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບ ໂຮງໝໍຊຸມຊົນ ເມືອງເງິນ ຈັດພິທີມອບ-ຮັບ ລົດຮັບສົ່ງຄົນເຈັບ ແລະ ອຸປະກອນທາງການແພດໃຫ້ກັບ ໂຮງໝໍຊຸມຊົນ ເມືອງເງິນ ທີ່ ໂຮງໝໍດັ່ງກ່າວ. ໃຫ້ກຽດກ່າວມອບຂອງ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ກ່າວຮັບຂອງ ທ່ານ ທະວີສັກ ໄຊຍະວົງ ເລຂາພັກເມືອງ, ເຈົ້າເມືອງ ເມືອງເງິນ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານ ຂອງຄະນະແພດ, ພະຍາບານ, ເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ ແລະ ພະນັກງານຂອງບໍລິສັດ ໄຟຟ້າຫົງສາ ຈຳກັດ.

          ຈຸດປະສົງຂອງການມອບໃນຄັ້ງນີ້, ເພື່ອເປັນການຍົກລະດັບງານທາງດ້ານສາທາລະນະສຸກໃຫ້ເປັນໄປຕາມເງື່ອນພັນທະສັນຍາການຂະຫຍາຍສໍາປະທານເພີ່ມ ບ້ານປາງບົງ ແລະ ບ້ານກິ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີ ໃນເລື່ອງຂອງການເບີ່ງແຍງຊີວິດຄວາມເປັນຢູ່ ແລະ ການເບີ່ງແຍງສຸຂະພາບຂອງປະຊາຊົນ ຕາມແຜນຕິດຕາມ ແລະ ຄຸ້ມຄອງເບີ່ງແຍງສຸຂະພາບຂອງຊຸມຊົນ ແລະ ເພື່ອໃຫ້ທາງ ໂຮງໝໍຊຸມຊົນ ເມືອງເງິນ ໄດ້ນໍາລົດລົດຮັບສົ່ງຄົນເຈັບ ແລະ ອຸປະກອນທາງການແພດ ໄປໃຊ້ປະໂຫຍດທາງການແພດ ແລະ ເພື່ອຊ່ວຍເຫຼືອ ແລະ ເຄື່ອນຍ້ານຄົນເຈັບ ໃນກໍລະນີສຸກເສີນໄດ້ຢ່າງທັນທີ.
ແຫຼ່ງຂ່າວ: ບໍລິສັດໄຟຟ້າຫົງສາ ຈຳກັດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506