ກອງປະຊຸມປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ປີ 2016-2020 ແລະ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແຕ່ປີ 2021-2025 ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 25-26 ຕຸລາ 2021, ໂດຍການເປັນປະທານຂອງ ທ່ານ ວິທະຍາ ພົມມະຈັນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີບັນດາ ທ່ານ ຄະນະພະແນກ, ຄະນະຂະແໜງ, ບັນດາແຂກຖືກເຊີນພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ສົມຫວັງ ສີລາເພັດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະພະແນກ ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນໄລຍະ 5 ປີ(2016-2020) ແລະ ທິດທາງແຜນການ (2021-2025) ເຊິ່ງຜົນສໍາເລັດຫລາຍດ້ານ ລວມທັງດ້ານດີ-ດ້ານອ່ອນ ແລະ ບົດຮຽນຖອດຖອນໄດ້, ໃນການຈັດຕັ້ງນໍາພາ-ຄຸ້ມ ຄອງ, ການຕິດຕາມກວດກາ,ປັບປຸງ,ບໍາລຸງກໍ່ສ້າງ,ຍົກຍ້າຍ, ແຕ່ງຕັ້ງ, ບັນຈຸຊັບຊ້ອນ ພະນັກງານທີ່ນອນໃນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂະແຫນງການເພື່ອແນໃສ່ປັບປຸງໂຄງປະກອບບຸກຄະລາກອນຢູ່ແຕ່ລະຂະແໜງການພາຍໃນພະແນກພະລັງງານແລະ ບໍ່ແຮ່ ໃຫ້ມີຄວາມຫນັກແຫນ້ນ,ເຂັ້ມແຂງ ແລະ ສາມາດສັງລວມໄດ້ຕາມເປົ້າຫມາຍທີ່ວາງໄວ້.
ພ້ອມນີ້, ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດທາບທາມຄັດເລືອກບຸກຄະລາກອນນໍາພາ-ຄຸ້ມຄອງຂັ້ນພະແນກ,ຂະແໜງ ໂດຍຜ່ານຮອບ1,ຮອບ 2 ແລະ ຮອບ 3 ເພື່ອຄັດເລືອກເອົາບຸກຄະລາກອນໄດ້ມາດຕະຖານເພື່ອບັນຈຸເຂົ້າແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນ5 ປີຕໍ່ຫນ້າບັນລຸຕາມຄາດຫມາຍທີ່ວາງໄວ້.
ແຫຼ່ງຂ່າວ: ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ