
ໃນຕອນບ່າຍ ວັນທີ 29 ຕຸລາ 2024 ຢູ່ທີ່ ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນໄດ້ເປີດກອງປະຊຸມປະມູນທາບທາມລາຄາມູນຄ່າໂຄງການກໍ່ສ້າງຫ້ອງການບ້ານພັນໄຊ ແລະ ໂຮງຮຽນປະຖົມສົມບູນ ບ້ານຫຼວງພັນໄຊ(ຄຸ້ມພູກອງເຂົ້າ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂອງທືນພັດທະນາທ້ອງຖິ່ນ ເມືອງລ້ອງແຈ້ງ ທີໄດ້ມາຈາກພັນທະຂອງບັນດາກິດຈະການ ພັດທະນາແຮ່ທາດ ທີຕີດພັນກັບບ້ານພັນໄຊ, ບ້ານຫຼວງພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງໄຊສົມບູນ ເຂົ້າຮ່ວມໃນຄັ້ງນີ້ມີ ຫົວໜ້າ, ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ຫົວໜ້າຂະແໜງພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ບັນດາພະແນກການທີກ່ຽວຂ້ອງຂອງແຂວງ, ເຈົ້າເມືອງລ້ອງແຈ້ງ, ຫົວໜ້າບັນດາຫ້ອງການເມືອງລ້ອງແຈ້ງທີກ່ຽວຂ້ອງ ແລະ ບັນດາບໍລິສັດທີເປີດຊອງປະມູນໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ທ່ານ ສຸກສະຫວາດ ວົງພູມເຫຼັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງໄຊສົມບູນ ໄດ້ກ່າວຈຸດປະສົງ ແລະ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມໃນຄັ້ງນີ້ແມ່ນຈັດຂື້ນເພື່ອເປັນການປະມູນທາບທາມລາຄາມູນຄ່າໂຄງການ 2 ໂຄງການຄື: ໂຄງການກໍ່ສ້າງຫ້ອງການບ້ານພັນໄຊ ແລະ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫຼວງພັນໄຊ(ຄຸ້ມພູກອງເຂົ້າ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເພື່ອຄັດເລືອກ-ເລືອກເຟັ້ນເອົາບໍລິສັດທີມີມາດຖານເງື່ອນໄຂຄົບຖ້ວນຕາມມາດຖານເງື່ອນໄຂຂອງການປະມູນທາບທາມລາຄາມູນຄ່າໂຄງການ ທັງນີ້ກໍເພື່ອຮັບປະກັນໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທີພາບປະສິດທີຜົນທ່ວງທັນຕາມກຳນົດເວລາ, ຖືກຕ້ອງຕາມລໍາດັບຂັ້ນຕອນ, ເຕັກນິກ ພ້ອມກັນນັ້ນ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊສົມບູນ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ການປະມູນ ຈັດຊື້-ຈັດຈ້າງ ໂຄງການກໍ່ສ້າງຫ້ອງການບ້ານພັນໄຊ ແລະ ໂຮງຮຽນປະຖົມສົມບູນ ບ້ານຫຼວງພັນໄຊ(ຄຸ້ມພູກອງເຂົ້າ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ສະບັບເລກທີ 1176/ຈຂ.ຊບ, ລົງວັນທີ 5 ກັນຍາ 2024 ແລະ ສະບັບເລກທີ 1177/ຈຂ.ຊບ, ລົງວັນທີ 5 ກັນຍາ 2024 ພ້ອມດ້ວຍຜ່ານບົດແນະນໍາກ່ຽວກັບການປະມູນທາບທາມລາຄາມູນຄ່າ 2 ໂຄງການກໍ່ສ້າງດັ່ງກ່າວ ຕໍ່ກອງປະຊຸມຮັບຊາບ.
