
ຕອນເຊົ້າຂອງວັນທີ 16 ພຶດສະພາ 2023 ນີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະການນຳຂອງແຂວງ, ເມືອງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ໂຄງການ ທີ່ໄດ້ເຊັນສັນຍາສໍາປະທານ (CA) ເພື່ອທົດລອງຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຄໍາ, ແຮ່ມັງການ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ. ການລົງເຄື່ອນໄຫວຢູ່ແຕ່ລະບ່ອນນັ້ນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະນຳບໍລິສັດ ແລະ ພະນັກງານກຳມະກອນພາຍໃນບໍລິສັດ.

ຈຸດປະສົງການລົງຕິດຕາມ ແລະ ຊຸກຍູ້ບັນດາໂຄງການລົງທຶນດ້ານບໍ່ແຮ່ ຂອງ ທ່ານ ເຈົ້າແຂວງຄັ້ງນີ້, ກໍ່ເພື່ອແນໃສ່ຮັບປະກັນໃຫ້ໂຄງການດັ່ງກ່າວ ດຳເນີນການເຄື່ອນໄຫວວຽກງານໄປຕາມຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບ, ຫຼັກການ ທັງສາມາດສ້າງຜົນປະໂຫຍດຮ່ວມກັນ. ທ່ານ ຢັງ ຮົງເວີຍ ອໍານວຍການບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ແລະ ທ່ານ ວັນດີ ກວາລີວົງ ປະທານບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ໄດ້ຕາງໜ້າໃຫ້ຄະນະອຳນວຍການ ແລະ ພະນັກງານຂອງທັງສອງບໍລິສັດ ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ ພາຍຫຼັງທີ່ເຊັນສັນຍາກັບລັດຖະບານເປັນຕົ້ນມາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ນັບຕັ້ງແຕ່ຂັ້ນຕອນການກະກຽມ, ການຂຸດຄົ້ນ, ການຜະລິດ, ການແຍກຄຸນນະພາບຂອງແຮ່ທາດ, ກຳລັງການຜະລິດຂອງເຄື່ອງຈັກ ລວມທັງສະພາບອາກາດທີ່ບໍ່ເອື້ອຍອໍານວຍຄວາມສະດວກ, ການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ, ຜົນຜະລິດທີ່ໄດ້ຮັບ, ການມອບພັນທະອາກອນໃຫ້ລັດ ແລະ ອື່ນໆອີກ.
