ກອງປະຊຸມວິຊາການ ປຶກສາຫາລືແລກປ່ຽນ ກ່ຽວກັບ ວຽກງານຄວາມປອດໄພຂອງເຂື່ອນ

           ຕອນເຊົ້າວັນທີ 21 ພຶດສະພາ 2024 ທີ່ແຂວງ ອຸດົມໄຊ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມ ປືກສາຫາລື ກ່ຽວກັບ ວຽກງານການຄຸ້ມຄອງດ້ານຄວາມປອດພຂອງເຂື່ອນໄຟຟ້າພະລັງງານນໍ້າ, ເຂື່ອນຫາງແຮ່ ແລະ ເຂື່ອນຊົນລະປະທານພາຍໃຕ້ການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ. ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ພູທະນູທອງ ໄຊສົມບັດ ຮອງຫົວໜ້າກົຄຸ້ມຄອງຄວ່ມປອດໄພອຸດສາຫະກໍາພະລັງງານ, ທ່ານ ທອງພັດ ເພັດສຸພາພອນ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ແລະ ທ່ານ ປອ ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້. ນອກນີ້ຍັງມີບັນດາທ່ານຜູ້ຕາງໜ້າຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ແລະ ເປັນຂິດໝາຍສຳຄັນ ໃຫ້ແກ່ ວຽກງານຄຸ້ມຄອງຄວາມປອດໄພເຂື່ອນລະຫວ່າງ ເຂື່ອນໄຟຟ້າພະລັງງານນ້ຳ, ເຂື່ອນຫາງແຮ່ ແລະ ເຂື່ອນຊົນລະປະທານ, ເພາະວ່າ ເຂື່ອນຊົນລະປະທານ ຫລືວ່າ ເຂື່ອນຫາງແຮ່ ກໍ່ໄດ້ມີການພັດທະນາມາຫລາຍ ແລະ ຍາວນານສົມຄວນ .ໃນໄລຍະທີ່ຜ່ານມາ ໂດຍສະເພາະພາຍຫຼັງທີ່ເກີດເຫດການບໍ່ເພີງປາດຖະໜາ ກ່ຽວກັບຄວາມປອດໄພຂອງເຂື່ອນ ເປັນຕົ້ນແມ່ນໃນປີ 2017 ແລະ 2018 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີການສຸມໃສ່ ວຽກງານຕິດຕາມກວດກາ ຄວາມປອດໄພຂອງເຂື່ອນ, ການຄຸ້ມຄອງ ແລະ ການບໍລິຫານຈັດການອ່າງນ້ຳຂອງເຂື່ອນ ເພື່ອຄວາມປອດໄພເຂື່ອນທັງໝົດ ທັງເຂື່ອນນ້ອຍ ແລະ ເຂື່ອນໃຫຍ່ ໃນຂອບເຂດທົ່ວປະເທດ; ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຕ່ງຕັ້ງ ຄະນະວິຊາການກວດກາດ້ານເຕັກນິກ ແລະ ກວດກາດ້ານນິຕິກຳ, ມີຄະນະຊ່ຽວຊານຂອງທະນາຄານໂລກ ແລະ ຄະນະຊ່ຽວຊານ ຂອງປະເທດນິວຊີແລນ ເຮັດໜ້າທີ່ ກວດກາດ້ານຄວາມປອດໄພຂອງເຂື່ອນ ໃນຂອບເຂດທົ່ວປະເທດ ໃນນັ້ນ ມີເຂື່ອນໃຫຍ່ 54 ເຂື່ອນ ແລະ ເຂື່ອນນ້ອຍ 42 ເຂື່ອນ ໄດ້ສໍາເລັດຢ່າງຈົບງານ ສະຫລຸບວ່າ ບັນດາໂຄງການເຂື່ອນ ແມ່ນມີຄວາມປອດໄພ ແຕ່ບາງເຂື່ອນຈະຕ້ອງໄດ້ເອົາໃຈໃສ່ ປັບປຸງຕາມການແນະນຳຂອງຊ່ຽວຊານ .

          ລັດຖະບານ ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ເນັ້ນໜັກຄຸ້ມຄອງ ຄວາມປອດໄພຂອງເຂື່ອນເວົ້າລວມ, ໂດຍສະເພາະເຂື່ອນໄຟຟ້າ, ເຂື່ອນຫາງແຮ່ ແລະ ແຜນຮັບມືສຸກເສີນຫຼາຍຂື້ນ. ມາຮອດ ວັນທີ 09 ກຸມພາ 2022 ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ປະກາດສ້າງຕັ້ງ ກົມໃຫ່ມຂື້ນ ຄື ກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ໂດຍມີ ໜ້າທີ່ຮັບຜິດຊອບ ໃນການຄຸ້ມຄອງ, ຕິດຕາມກວດກາ ຄວາມປອດໄພຂອງໂຄງການເຂື່ອນໄຟຟ້າ ໃນໄລຍະອອກແບບ, ກໍ່ສ້າງ ແລະ ດໍາເນີນງານ ລວມທັງ ມີໜ້າຊຸກຍູ້ສົ່ງເສີ່ມ ຜູ້ພັດທະນາໂຄງການເຂື່ອນໄຟຟ້າ ຈັດຕັ້ງປະຕີບັດຕາມ ລະບຽບການ, ລະບຽບກົດໝາຍ, ໃຫ້ຖຶກຕ້ອງສອດຄ່ອງຕາມມາດຕະຖານເຕັກນິກໄຟຟ້າຂອງລາວ ແລະ ມາດຕະຖານສາກົນ ເພື່ອໃຫ້ບັນດາເຂື່ອນໄຟຟ້າມີຄວາມປອດໄພ ແລະ ຍຶນຍົງ.

           ໃນປີ 2022 ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ໄດ້ຖຶກຮັບຮອງຈາກສະພາແຫ່ງຊາດ ແລະ ປະກາດນຳໃຊ້ຢ່າງເປັນທາງການ. ພ້ອມກັນນີ້, ໄດ້ສຳເລັດໃນການສ້າງກອບໜ້າວຽກໃນການສ້າງແຜນຮັບມືສຸກເສີນ (TOR EAP) ປະກາດນຳໃຊ້ຢ່າງເປັນທາງການໃນວັນທີ 25 ພຶດສະພາ 2023, ນອກຈາກນັ້ນຍັງມີ ບັນດາ ນິຕິກໍາ ລຸ່ມກົດ ໝາຍທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຂື່ອນ ທີ່ລັດຖະບານວາງອອກແຕ່ລະໄລຍະທີ່ໄດ້ປະກາດນຳໃຊ້ຢ່າງເປັນທາງການ ເປັນຕົ້ນແມ່ນ ຄຳແນະນຳ ໃນການຄຸ້ມຄອງ ມາດຕະຖານເຕັກນິກໄຟຟ້າຂອງລາວ, ຄູ່ມືກວດສອບ ກວດກາ, ຄໍາແນະນໍາ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ ຈຳນວນ 08 ສະບັບ ແລະ ການຜັນຂະຫຍາຍດຳລັດສະບັບເລກທີ 68/ນຍ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຮັບຮອງແຜນຮັບມືສຸກເສີນ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ແຫຼ່ງຂ້ໍມູນ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
Website : www.mem.gov.la
ສາຍດ່ວນ: 1506