
ກອງປະຊຸມ ເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງສູນກາງພັກ ສະໄໝທີ XI, ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ IX, ບັນດານິຕິກຳຕ່າງໆ ກ່ຽວກັບການ ກະກຽມ-ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເອກະສານມູນເຊື້ອສໍາຄັນຕ່າງໆຂອງຊາດ ໃຫ້ແກ່ສະມາຊິກພັກ ຂົງເຂດພະລັງງານ ແລະ ບໍ່ແຮ່ ແຂວງ, ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ລວມມີ: ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ມະຕິກອງປະຊຸມຄົບຄະນະກາງສະໄໝຂອງສູນກາງພັກ ສະໄໝທີ IX, ແຈ້ງການແນະນໍາ ຂອງຄະນະຈັດຕັ້ງແຂວງ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ໜ່ວຍພັກ, ພ້ອມທັງປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ປາຖະກະຖາ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນຄ້າຍວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100,


