
ໃນວັນທີ 9 ມັງກອນ 2025 ທີ່ຫ້ອງປະຊຸມຂອງບໍລິສັດ ເຂື່ອນໄຟຟ້ານ້ຳຕົກ ນ້ໍາແຈ1 ຈໍາກັດ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ລົງຊຸກຍູ້, ຕີດຕາມການຜະລິດກະແສໄຟຟ້າຢູ່ເຂື່ອນໄຟຟ້າ ນ້ຳແຈ1 ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ບຸນທຽມ ໄຊສົງຄາມ, ກຳມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ໃຫ້ກຽດຕ້ອນຮັບການລົງເຮັດວຽກໃນຄັ້ງນີ້ໂດຍທ່ານ ສຸພະສັກ ສິນທຸເຂດ ອຳນວຍການ ບໍລິສັດ ເຂື່ອນໄຟຟ້ານ້ຳຕົກ ນ້ໍາແຈ1 ຈໍາກັດ ຜູ້ເຂົ້າຮ່ວມມີ ພະນັກງານ-ລັດຖະກອນພາຍໃນພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງທ່າໂທມ ແລະ ພະນັກງານພາຍໃນເຂື່ອນໄຟຟ້ານ້ຳແຈ1 ທັງໝົດ 11 ທ່ານ.

ໃນກອງປະຊຸມ ທ່ານ ບຸນທຽມ ໄຊສົງຄາມ ໄດ້ກ່າວເປີດກອງປະຊຸມ ແລະ ມີຄຳເຫັນວ່າ ການລົງຊຸກຍູ້ໃນຄັ້ງນີ້ແມ່ນການລົງມາຊຸກຍູ້, ຕີດຕາມການຜະລິດກະແສໄຟຟ້າຂອງເຂື່ອນໄຟຟ້ານ້ຳແຈ1 ປະຈຳປີ 2024 ກໍຄືເປັນການຊຸກຍູ້, ຕີດຕາມ, ປຶກສາຫາລຶບັນຫາຕ່າງໆກ່ຽວກັບການຈັດຕັ້ງປະຕິບັດໜ້າທີວຽກງານຂອງເຂື່ອນໄຟຟ້ານ້ຳແຈ1 ໃນໄລຍະ 1 ປີຜ່ານມາ ວ່າມີຄວາມສະດວກ ແລະ ຫຍຸ້ງຍາກແນວໃດ, ແບບແຜນການເຮັດວຽກເປັນແນວໃດ ແລະ ອີກຢ່າງໜື່ງກໍເພື່ອເປັນການປຶກສາຫາລຶ-ກຳນົດທິດທາງແຜນການຕໍ່ໜ້າ. ຫຼັງຈາກນັ້ນກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງເຂື່ອນໄຟຟ້ານ້ຳແຈ1 ໃນໄລຍະຜ່ານມາ ເນື້ອໃນຂອງການລາຍງານໄດ້ເວົ້າເຖີງປະຫວັດຄວາມເປັນມາ, ຂໍ້ມູນໂຄງປະກອບສ້າງ, ການບໍລິຫານຈັດການນ້ຳ-ການຜະລິດກະແສໄຟຟ້າ, ການບຳລຸງຮັກສາເຂື່ອນ, ສະພາບລວມຂອງສິ່ງແວດລ້ອມ ແລະ ນະໂຍບາຍທີມີຕໍ່ພໍ່ແມ່ປະຊາຊົນ, ບ້ານ, ເມືອງທີຂື້ນກັບ ເຊິ່ງສະແດງຢູ່ໃນການຜະລິດກະແສໄຟຟ້າໄດ້ເກີນແຜນທີວາງໄວ້ໃນແຕ່ລະປີ, ການສົ່ງເສີມເບ້ຍຢາງພາລາໃຫ້ແກ່ປະຊາຊົນ, ການສົ່ງເສີມເຊຮຸ້ນຕ້ານຜິດງູໃຫ້ແກ່ຫ້ອງໜໍເມືອງ ແລະ ສົ່ງພະນັກງານໂຮງໜໍເມືອງໄປເຝິກອົບສະເພາະດ້ານຜິດງູຈຳນວນ 2 ທ່ານ.

ຈາກນັ້ນ ຜູ້ເຂົ້າຮ່ວມທັງໜົດພ້ອມກັນແລກປ່ຽນ, ປຶກສາຫາລຶຫາວິທີທາງແກ້ໄຂ ບັນຫາຕ່າງໆທີຍັງເຫັນວ່າຍັງຈັດຕັ້ງປະຕິບັດຍັງບໍ່ໄດ້ຕາມແຜນ ຫຼຶ ບໍ່ໄດ້ປະສິດທິພາບເປັນຕົ້ນແມ່ນ: ການບໍລິຫານຈັດການນ້ໍາທ້າຍເຂື່ອນແມ່ນໃຫ້ຄົ້ນຄວ້າຫາວິທີທາງແກ້ໄຂ ໃຫ້ສາມາດປະຕິບັດຖືກຕ້ອງຕາມກົດໜາຍວ່າດ້ວຍໄຟຟ້າ ກໍຄືການປ່ອຍນ້ໍາຊົດເຊີຍຕາມທຳມະຊາດ ຫຼຶ ນ້ຳຮັກສາສິ່ງແວດລ້ອມສຳລັບສາຍນ້ຳຢູ່ຕອນລຸ່ມຂອງເຂື່ອນບໍ່ໃຫ້ຫຼຸດ ສິບສ່ວນຮ້ອຍ ຂອງປະລິມານສະເລ່ຍຂອງນ້ຳໄຫຼເຂົ້າອ່າງເກັບນ້ຳໃນລະດູແລ້ງ ຫຼຶ ຕາມການກຳນົດຂອງ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ (ອິ່ງຕາມ ກົດໝາຍວ່າດ້ວຍໄຟຟ້າ(ສະບັບປັບປຸງ) ສະບັບເລກທີ 06/ສພຊ, ລົງວັນທີ 09/05/2017 ໃນມາດຕາ90 ຂໍ້ທີ13 ໄດ້ລະບຸໄວ້) ແລະ ໄດ້ລົງກວດກາເບິ່ງພາກສະໜາມຕົວຈີງຂອງເຂື່ອນຕາມແຕ່ລະຈຸດທິສຳຄັນ.
