ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ສະຫຼຸບຕີລາຄາ , ກວດກາ ແລະ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024.

          ກອງປະຊຸມ ສະຫຼຸບຕີລາຄາ, ກວດກາ ແລະ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ຂອງຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ປະຈຳປີ 2024 ໄດ້ໄຂຂຶ້ນໃນວັນທີ 5 ພະຈິກ 2024 ນີ້ ທີ່ຫ້ອງປະຊຸມຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງໄຊສົມບູນ ໂດຍການເປັນປະທານຂອງ ສະຫາຍ ບຸນທຽມ ໄຊສົງຄາມ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ມີ ຄະນະເລຂາໜ່ວຍພັກ ຕະຫຼອດຮອດຄະນະຮັບຜິດຊອບປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ ທັງໝົດ 41 ທ່ານ, ຍິງ 3 ທ່ານ.

          ໃນກອງປະຊຸມ ສະຫາຍ ບຸນທຽມ ໄຊສົງຄາມ ໄດ້ມີຄຳເຫັນວ່າ ການປະເມີນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ແມ່ນເພື່ອເກັບກ່ຽວຜົນໄດ້ຮັບ ຈາກການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກໃນໄລຍະ 1 ປີ ຜ່ານມາ ກໍຄືສະແດງໃຫ້ເຫັນເຖີງຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ຂອງໜ່ວຍພັກ ແລະ ຂອງບຸກຄົນໃນສະມາຊິກພັກ ທີ່ຈະໄດ້ພ້ອມກັນປຶກສາຫາລຶ-ຄົ້ນຄວ້າ, ຕີລາຄາ ແລະ ຊອກຫາວິທີປັບປຸງ, ແກ້ໄຂ ໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ສະມາຊິກພັກ ມີຄວາມເຂັ້ມແຂງ, ໜ່ວຍພັກມີຄຸນນະພາບ ສາມາດປະຕິບັດພາລະກິດຂອງພັກ ສໍາເລັດ ຕາມຈຸດໝາຍ, ແຜນການທີ່ວາງໄວ້.

          ຈາກນັ້ນ ຄະນະໜ່ວຍພັກ ຍັງໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງຕົນ ຊຶ່ງໄດ້ຍົກໃຫ້ເຫັນ ໃນໄລຍະ 1 ປີ ຜ່ານມາ ຄະນະພັກ ໄດ້ສຸມໃສ່ການນໍາພາ-ຊີ້ນໍາ 5 ວຽກງານທີ່ສໍາຄັນ ເປັນຕົ້ນ ແມ່ນວຽກງານຊິນຳ-ນໍາພາການເມືອງ-ແນວຄິດ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນໍາພາຈັດຕັັ້ງປະຕິບັດວຽກງານວິຊາສະເພາະ, ວຽກງານພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານປັບປຸງກໍ່ສ້າງພັກ ເຮັດໃຫ້ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ພ້ອມທັງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໃນວຽກງານວິຊາສະເພາະ ກໍຄືໜ້າທີ່ການເມືອງ ທີພັກ-ລັດ ວາງອອກ ຫຼັງຈາກນັ້ນສະມາຊິກ ແລະ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄີດເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ມີເນື້ອໃນທີຄົບຖ້ວນ, ຖືກຕ້ອງ ແລະ ພ້ອມກັນຮັບຮອງຢ່າງເປັນເອກະສັນ ນອກນັ້ນ, ບັນດາສະມາຊິກພັກແຕ່ລະສະຫາຍ ໄດ້ຜັດປ່ຽນກັນຜ່ານໃບສໍາຫຼວດຕົນເອງ ຕໍ່ກອງປະຊຸມເພື່ອໃຫ້ໝູ່ຄະນະໄດ້ປະກອບຄໍາຄິດ-ຄໍາເຫັນ ຕໍ່ບາງຈຸດທີ່ເຫັນວ່າຍັງຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ.

          ຕໍ່ຈາກນັ້ນຄະນະຮັບຜິດຊອບປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ສະຫຼຸບ ແລະ ລາຍງານຜົນການປະເມີນໜ່ວຍພັກ ຊຶ່ງສາມາດກວດກາປະເມີນຕົວຈີງຈາກການຕີລາຄາໜ່ວຍພັກ ຕາມ 5 ເນື້ອໃນ ສາມາດປະເມີນໜ່ວຍພັກພະແນກລັງງານ ແລະ ບໍ່ແຮ່ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໄດ້ປະເພດ ແຂງ ພ້ອມນີ້ຜ່ານການປະເມີນຕົວຈີງເຫັນວ່າມິສະມາຊິກພັກແຂງ ທັງໝົດ 40 ສະຫາຍ ເທົ່າ 100%.

ພາບ ແລະ ຂ່າວ: ກົງເມັງ ລີຕົ່ງປາວ
ຮຽບຮຽງ: ບຸນທຽມ ໄຊສົງຄາມ
ສາຍດ່ວນ: 1506