
ພິທີປະກາດການຈັດຕັ້ງຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2022 ຜ່ານມານີ້, ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຂັນຕິ ສິລະວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆ ເຊກອງ. ມີຜູ້ຕາງໜ້າຈາກ ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ພະລັງງານ ແລະ ບໍ່ແຮ່, ຄະນະຈັດຕັ້ງແຂວງ, ຄະນະກວດກາ ແລະ ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ເຂົ້າຮ່ວມ.

ໃນພິທີ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 319/ພບ, ລົງວັນທີ 16 ກຸມພາ 2022 ວ່າດ້ວຍການຍົກຍ້າຍ, ຊັບຊ້ອນພະນັກງານ-ລັດຖະກອນພາຍໃນຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍໄດ້ຍົກຍ້າຍຊັບຊ້ອນ ທ່ານ ປອ ສຸກວິສັນ ຄິນສະໝອນ ຫົວໜ້າພະແນກ ເລຂານຸການ ແລະ ພິທີການ, ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄປປະຈຳການຢູ່ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ. ຫລັງຈາກນັ້ນ, ຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງໆເຊກອງ ສະບັບເລກທີ 047ຈຂ.ຊກ, ລົງວັນທີ 4 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ໃນນີ້, ເຈົ້າແຂວງໆ ເຊກອງ ໄດ້ຕົກລົງແຕ່ງຕັ້ງ ທ່ານ ປອ ສຸກວິສັນ ຄິນສະໝອນ ເປັນຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ

ຈາກນັ້ນ, ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຂັນຕິ ສິລະວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆ ເຊກອງ ກໍ່ໄດ້ພັດປ່ຽນກັນມີຄຳເຫັນ, ໂອ້ລົມ ເຊິ່ງກ່ອນອື່ນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ, ຄະນະພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ທີ່ໄດ້ປັບປຸງການຈັດຕັ້ງ ໂດຍສະເພາະການແຕ່ງຕັ້ງຮອງຫົວໜ້າພະແນກຄົນໃໝ່ ເຊິ່ງເປັນກົນໄກ, ແບບແຜນ ແລະ ແມ່ນບົນພື້ນຖານປະຕິບັດຕາມທິດມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການ ໂດຍອີງໃສ່ເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ.
ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ການປັບປຸງການຈັດຕັ້ງຂອງຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາໃນເທື່ອນີ້ ກໍແມ່ນນອນຢູ່ໃນຂະບວນການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ, ລົງວັນທີ 29 ກັນຍາ 2021 ແລະ ຄໍາແນະນໍາ ຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 01/ນຍ, ລົງວັນທີ 06 ທັນວາ 2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ, ແນໃສ່ເຮັດໃຫ້ການຈັດຕັ້ງແທດເໝາະກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຂະແໜງການພວກເຮົາໃນໄລຍະໃໝ່. ທ່ານ ປອ. ສຸກວິສັນ ຄິນສະໝອນ ແມ່ນເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ມີບົດຮຽນໃນການນໍາພາ, ການຄຸ້ມຄອງວຽກງານໃນລະດັບອັນແນ່ນອນ ແລະ ການຈັດຕັ້ງຂອງກະຊວງ ກໍມີຄວາມເຊື່ອໝັ້ນ ທັງແມ່ນພະນັກງານທີ່ເປັນຫຼັກແຫຼ່ງທີ່ຈະສືບທອດປ່ຽນແທນຂອງພວກເຮົາໃນຕໍ່ໜ້າ ແລະ ກໍຍັງແມ່ນພະນັກງານປັນຍາຊົນທີ່ມີລະດັບຄວາມຮູ້ດ້ານວິຊາສະເພາະ-ວິຊາການອັນແນ່ນອນ, ມີຄວາມຮູ້ພາສາຕ່າງປະເທດໂດຍສະເພາະແມ່ນພາສາອັງກິດ ແລະ ພາສາຍີ່ປຸ່ນ ໃນລະດັບທີ່ດີ ແລະ ໄດ້ຜ່ານຂະບວນການກໍ່ສ້າງ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ໄດ້ຜ່ານການດໍາລົງຕໍາແໜ່ງຂັ້ນຫົວໜ້າພະແນກຢູ່ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງຜ່ານມາ, ອາດຈະມີບົດຮຽນ, ມີປະສົບການໃນການນໍາພາ-ຄຸ້ມຄອງວຽກງານມະຫາພາກຢູ່ກະຊວງ, ໂດຍສະເພາະແມ່ນການເປັນຜູ້ຊ່ວຍວຽກການນໍາຢູ່ກະຊວງ. ແຕ່, ກໍຍັງບໍ່ທັນພຽງພໍເທື່ອ. ສະນັ້ນ, ມັນຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ສືບຕໍ່ຝຶກຝົນຮຽນຮູ້ ແລະ ເກັບກ່ຽວເອົາປະສົບການຕື່ມອີກ, ໂດຍສະເພາະແມ່ນບົດຮຽນການນໍາພາ-ຄຸ້ມຄອງຢູ່ຂັ້ນທ້ອງຖິ່ນ. ອັນນີ້, ແມ່ນສໍາຄັນຫຼາຍສໍາລັບການກໍ່ສ້າງ, ຝຶກຝົນຫຼໍ່ຫຼອມເພື່ອກ້າວຂຶ້ນຂອງພະນັກງານ, ສະມາຊິກພັກເຮົາ ໃນການຈະສ້າງໃຫ້ເປັນພະນັກງານສືບທອດປ່ຽນແທນໃນອະນາຄົດ.
ພາບ ແລະ ຂໍ້ມູນ: ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ
ຂ່າວ: ຄຳແສງ ແກ້ວປະເສີດ