ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຂະແໜງການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ທີ່ຍາດຜົນງານເດັ່ນມາໄດ້ໃນ ປີ 2024 ທີ່ຜ່ານມາ ແລະ ໄດ້ເນັ້ນຕື່ມໂດຍສະເພາະໃນການຄາດຄະເນທິດທາງ ແລະ ໜ້າທີ່ລວມໃນການພັດທະນາຂະແໜງການດັ່ງ ກ່າວ ສໍາລັບ ໄລຍະ 2026-2030 ແມ່ນຕ້ອງສູ້ຊົນເຮັດໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງເສດຖະກິດທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ທັງສະເພາະໜ້າ ແລະ ໄລຍະຍາວ, ສ້າງໃຫ້ກາຍເປັນປັດໄຈພື້ນຖານສໍາລັບການພັດທະນາຂະແໜງການອື່ນໆ. ເອົາໃຈໃສ່ເປັນພິເສດ, ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ແຕ່ນີ້ຮອດປີ 2030 ເຮັດແນວໃດຂະແໜງພະລັງງານ ແລະ ບໍ່ແຮ່ຕ້ອງບືນຕົວໃຫ້ແຂງແຮງ ແລະ ພະຍາຍາມສູ້ຊົນໃຫ້ບັນລຸໄດ້ 1/4 ຫຼື ປະມານ 25% ຂອງລວມຍອດຜະລິດຕະພັນພາຍໃນ (GDP). ສູ້ຊົນຮັກສາຈັງຫວະການຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສະເລ່ຍແຕ່ລະປີ ບໍ່ໃຫ້ຫຼຸດ 10-12%. ພ້ອມດຽວກັນນີ້, ກໍຕ້ອງເຮັດການບັງຄັບໃຊ້ກົດໝາຍ ແລະ ນິຕິກຳຕ່າງໆຢູ່ໃນຂະບວນການຄຸ້ມຄອງລັດໃນຂະແໜງພະລັງງານ ແລະ ບໍ່ແຮ່ ຢ່າງມີຜົນສັກສິດ, ສຸມໃສ່ແກ້ໄຂບັນຫາຕ່າງໆ ຢູ່ໃນຂອບເຂດຄວາມຮັບຜິດຊອບ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂວິກິດການການເງິນລວມ ຂອງປະເທດຊາດ, ການພັດທະນາວຽກງານພະລັງງານ ຕ້ອງຮັບປະກັນການນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ ແລະ ຍືນຍົງ, ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າທີ່ເປັນເສດຖະກິດ, ການຂະຫຍາຍລະບົບສາຍສົ່ງໄຟຟ້າ, ແນໃສ່ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ຢູ່ພາຍໃນເພື່ອເປັນທ່າແຮງໃນການພັດທະນາເສດຖະກິດຂອງຊາດສົມທົບກັບການພັດທະນາເພື່ອສົ່ງອອກ, ສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ສຸມໃສ່ແກ້ໄຂໜີ້ສິນຂອງລັດວິສາຫະກິດໄຟຟ້າລາວເປັນເທື່ອລະກ້າວ, ສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກໃນການພັດທະນາວຽກງານພະລັງງານໄຟຟ້າໃນຕໍ່ໜ້ານີ້ ຕ້ອງເອົາໃຈໃສ່ປັບປຸງການກຳນົດແຜນໃຫ້ລະອຽດ, ຊັດເຈນ, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ການພັດທະນາ ແຫຼ່ງຜະລິດກະແສໄຟຟ້າກັບການພັດທະນາລະບົບສາຍສົ່ງ-ສະຖານີ ແລະ ການຕະຫຼາດ. ນອກນັ້ນ ຕ້ອງສຸມໃສ່ການກໍານົດລາຄາໄຟຟ້າໃຫ້ເໝາະສົມກັບທຸກຝ່າຍໃນສັງຄົມ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ຕ້ອງເຄື່ອນໄຫວໃຫ້ແຂງແຮງກວ່າເກົ່າ ເພື່ອເຮັດບົດບາດເປັນຜູ້ພັດທະນາວຽກງານສາຍສົ່ງແບບຄົບວົງຈອນ, ດຶງດູດຍາດແຍ່ງການຮ່ວມລົງທຶນນັບທັງພາຍໃນ ແລະ ຕ່າງປະເທດ, ຫຼຸດຜ່ອນ, ແບ່ງເບົາພາລະການລົງທຶນ ແລະ ໜີ້ສິນຂອງລັດຖະບານ, ສ້າງເງື່ອນໄຂເຮັດໃຫ້ການພັດທະນາດ້ານນີ້ມີຄວາມສະດວກ ແລະ ຂະຫຍາຍຕົວໄວຂຶ້ນ, ປັບປຸງລັດວິສາຫະກິດໄຟຟ້າລາວໃຫ້ໜັກແໜ້ນ,ເຂັ້ມແຂງ, ການພັດທະນາເລື່ອງບໍ່ແຮ່ໃນຕໍ່ໜ້າຕ້ອງມີການເລືອກເຟັ້ນຢ່າງເຄັ່ງຄັດເຮັດດ້ວຍຄວາມລະມັດລະວັງ ແລະ ຮັບປະກັນການພັດທະນາໃຫ້ຖືກຕາມທິດຍືນຍົງ, ປັບປຸງການຄຸ້ມຄອງລັດໃນຂະແໜງທໍລະນີສາດ-ບໍ່ແຮ່ ໃຫ້ສອດຄ່ອງຕາມຫຼັກການຍືນຍົງ ແລະ ວິທີປະຕິບັດທີ່ດີຂອງສາກົນ, ເພີ່ມທະວີນຳພາວຽກງານພົວພັນຕ່າງປະເທດ ແລະ ການຮ່ວມມືກັບອົງການຈັດຕັ້ງສາກົນເພື່ຶຶອຍາດແຍ່ງການຊ່ວຍເຫຼືອຮ່ວມມືຫຼາຍຝ່າຍ ແລະ ສອງຝ່າຍກັບບັນດາປະເທດເພື່ອນມິດ ໂດຍສະເພາະບັນດາປະເທດອາຊຽນ, ອົງການການເງິນທີ່ສະໜັບສະໜູນທຶນຮອນ.