
ພິທີໄດ້ຈັດຂຶ້ນຢ່າງສົມກຽດຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໃນຕອນບ່າຍວັນທີ 26 ມີນາ 2025 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີບັນດາ ສະຫາຍ ກຳມະການຄະນະປະຈຳພັກກະຊວງ, ກຳມະການຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກອ້ອມຂ້າງອົງຄະນະພັກກະຊວງ ພ້ອມດ້ວຍອາດີດການນຳກະຊວງ, ພະນັກງານອາວຸໂສບຳນານ ເຂົ້າຮ່ວມ.

ສະຫາຍ ນາງ ແສງເດືອນ ວົງອິນ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການປະດັບຫຼຽນກາລະນຶກ 70ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ສະມາຊິກພັກກະຊວງພະລັງງານ ແລະ ບໍ່ແຮ່ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນ 34 ສະຫາຍ ໃນນີ້ເປັນສະມາຊິກພັກບຳນານ ຈຳນວນ 33 ສະຫາຍ ແລະ ສະມາຊິກພັກປະຈຳການຈຳນວນ 1 ສະຫາຍ. ຫຼັງຈາກນັ້ນ, ສະຫາຍ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການມອບຫຼຽນກາລະນຶກ 70ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານລັດຖະກອນ ຂະແໜງຈັດຕັ້ງ ກະຊວງພະລັງງານ ແລະ ບໍ່ແຮ່ ຈຳນວນ 25 ສະຫາຍ ໃນນີ້ເປັນພະນັກງານຍັງປະຈຳການ 22 ສະຫາຍ ແລະ ພະນັກງານບຳນານ 3 ສະຫາຍ.

ໃຫ້ກຽດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ສະມາຊິກພັກປະຈຳການ 1 ສະຫາຍ ຄື: ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໂດຍແມ່ນ ສະຫາຍ ຈັນທະບູນ ສຸກອາລຸນ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ບັນດາ ສະຫາຍ ສະມາຊິກພັກບຳນນານ ແລະ ມອບຫຼຽນກາລະນຶກ 70ປີວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານລັດຖະກອນ ຂະແໜງຈັດຕັ້ງ ໂດຍແມ່ນ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ການປະດັບຫຼຽນກາລະນຶກ 70 ປີ ຄັ້ງນີ້ ຊຶ່ງເປັນຫຼຽນກາກຽດຕິຄຸນອັນສູງສົ່ງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກ ອາວຸໂສບໍານານ ທີ່ມີຜົນງານອັນໃຫຍ່ຫຼວງ, ມີວິລະກໍາອັນເລີດລໍ້າ ຊຶ່ງໄດ້ປະກອບສ່ວນອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ຂອງຊາດເຮົາຕະຫຼອດໄລຍະ 70 ປີຜ່ານມາ. ເພື່ອປະຕິບັດຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການຂອງສູນກາງພັກ ກໍຄືຄະນະຮັບຜິດຊອບວຽກງານຍ້ອງຍໍ ໂດຍອີງຕາມມາດຕະຖານ-ເງື່ອນໄຂທີ່ກໍານົດໄວ້ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຮັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທັງໝົດ 34 ຫຼຽນ. ຊຶ່ງພິທີໃນຄັ້ງນີ້ເປັນການສະແດງໃຫ້ເຫັນເຖິງການຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈົດຈໍາຜົນງານຄຸນງາມຄວາມດີ ຂອງບັນດາສະຫາຍທີ່ໄດ້ອຸທິດເຫື່ອແຮງ, ຄວາມຮູ້ຄວາມສາມາດ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະກໍຄື ຜົນງານການປະກອບສ່ວນສ້າງສາພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ນັບແຕ່ວັນສ້າງຕັ້ງກະຊວງໃນປີ 2006 ຈົນເຖິງປັດຈຸບັນ ເປັນເວລາ 19 ປີ.


