
ກອງປະຊຸມໄດ້ຈັດຂື້ນໃນວັນທີ 5 ກຸມພາ 2025 ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ຊ່ຽວຊຊານດ້ານກົດໝາຍ ແລະ ນິຕິກຳຈາກພາກສ່ວນຕ່າງໆເຂົ້າຮ່ວມໃນນີ້ລວມມີ: ຫ້ອງການ, ບັນດາກົມ,ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່; ກະຊວງການເງິນ; ກະຊວງແຜນການ ແລະ ການລົງທຶນ ແລະ ບັນດາອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຫົວຂໍ້ທີ່ຄ້າຍຄືກັນເຂົ້າຮ່ວມປຶກສາຫາລື.

ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ກອງປະຊຸມປຶກສາຫາລືໃນຫົວຂໍ້ “ການສ້າງອົງການຄຸ້ມຄອງພະລັງງານ (Regulatory Body) ໃນ ສປປ ລາວ” ເປັນການສືບຕໍ່ ໃຫ້ການຊ່ວຍເຫຼືອຈາກ WB ໃນໂຄງການ Power Sector Sustainable Development Support (Power Sustainable Dev ole Development Advisory Services and Analytics, PASA – P179306) ທີ່ໃຫ້ການຊ່ວຍເຫຼືອ ແລະ ວິເຄາະດ້ານການພັດທະນາແບບຍືນຍົງຂອງຂະແໜງພະລັງງານ ໂດຍສະເພາະ ແມ່ນໃນໂຄງການຊ່ວຍເຫຼືອດ້ານວິຊາການ (TA) ທີ່ຈະສະໜອງໃຫ້ແກ່ລັດວິສາຫະກິດໄຟຟ້າລາວ (EDL) ແລະ ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ໃນການແກ້ໄຂບັນຫາຕ່າງໆທີ່ສໍາຄັນເພື່ອຟື້ນຟູຄວາມຍືນຍົງທາງດ້ານການ ເງິນ ແລະ ການດໍາເນີນງານຂອງຂະແຫນງພະລັງງານໃນ ສປປ ລາວ. ໂດຍມີເປົ້າໝາຍໃນການວິເຄາະບັນຫາຂອງການ ພັດທະນາລະບົບຕ່າງໆໃນຂະແໜງພະລັງງານຂອງ ສປປ ລາວ ສະເພາະແມ່ນບັນດາຍຸດທະສາດທີ່ຈະບັນລຸທາງດ້ານ ພະລັງງານແບບຍືນຍົງ. ໃນຮ່າງຂອບວຽກ TOR ຈະມີ 04 ຫົວຂໍ້ຄື: ຫົວຂໍ້ທີ (1) ການເຕີບໂຕຂອງຄວາມຕ້ອງການ ໄຟຟ້າພາຍໃນປະເທດ ແລະ ຄວາມປອດໄພໃນການສະໜອງໄຟຟ້າ, ຫົວຂໍ້ທີ (2) ການປະເມີນຍຸດທະສາດການ ອໍານວຍຄວາມສະດວກໃນການສົ່ງອອກພະລັງງານ, ຫົວຂໍ້ທີ (3) ການປະຕິຮູບລະບຽບການ ແລະ ການປະເມີນລາຄາ ໄຟຟ້າ ແລະ ຫົວຂໍ້ທີ (4) ການຄຸ້ມຄອງວິສາຫະກິດ ແລະ ການຄຸ້ມຄອງການເງິນຂອງ EDL.

ນອກຈາກນີ້, ຍັງມີເປົ້າໝາຍເພື່ອນໍາເອົາຜົນການຄົ້ນຄວ້າຂອງ WB ໂດຍສະເພາະຫົວຂໍ້ທີ (3) ການປະຕິຮູບລະບຽບການ ແລະ ການປະເມີນລາຄາໄຟຟ້າ ທີ່ຈະຖືກນໍາມາຜັນຂະຫຍາຍ ແລະ ລົງເລິກສືບຕໍ່ຄົ້ນຄວ້າສ້າງທາງເລືອກໃນການສ້າງອົງການ ຄຸ້ມຄອງພະລັງງານ (Regulatory Body) ໃນ ສປປ ລາວ ທີ່ຈະມີບົດບາດ ເປັນຕົວກາງໃນການກວດກາດ້ານການ ອະນຸມັດ ແລະ ຕິດຕາມໂຄງການຂະແໜງພະລັງງານໃຫ້ຖືກຕ້ອງຕາມແຜນການລົງທຶນ ແລະ ລະບຽບການ, ເປັນຜູ້ ກວດກາດ້ານເຕັກນິກຂອງບັນດາໂຄງການ ລວມທັງເປັນຜູ້ວິເຄາະໂຄງສ້າງລາຄາໄຟຟ້າຂອງບັນດາໂຄງການເພື່ອໃຫ້ ເກີດເສດຖະກິດໃຫ້ແກ່ ສປປ ລາວ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄໍາແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506