ສຳ​ເລັດເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານການ​ຮ່ວມ​ມື​ດ້ານ​ການ​ຄ້າ, ເສດ​ຖະ​ກິດ ແລະ ເຕັກ​ນິກ ລະ​ຫວ່າງ ສ​ປ​ປລາວ ແລະ ສ​ປ ຈີນ ປະ​ຈຳ​ປີ 2021

ກອງປະຊຸມສະຫຼຸບວຽກງານ​ການຮ່ວມມືລາວ-ຈີນ ປະຈໍາປີ 2021 ຈັດຂຶ້ນຕອນເຊົ້າວັນທີ 10 ກຸມພາ 2022 ນີ້ ຜ່ານລະບົບກອງ​ປະ​ຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ​ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະທິການຮ່ວມມືລາວ-ຈີນ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ຕາງໜ້າກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ນຳ​ພາ​ຄະ​ນະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ ໂດຍ ທ່ານ ປອ ສີ​ນາ​ວາ ສຸ​ພາ​ນຸ​ວົງ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ທັງ​ເປັນ​ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຮ່ວມ​ມື​ລາວ-ຈີນ ຂັ້ນ​ສູນ​ກາງ. ກອງປະຊຸມໄດ້ຮັບຟັງລາຍງານຜົນການຈັດຕັ້ງປະຕິບັດວຽກງານຮ່ວມມືລາວ-ຈີນ ປະຈໍາປີ 2021 ແລະ ແຜນປີ 2022, ການສະເໜີຫຍໍ້ກ່ຽວກັບດຳລັດຄະນະຮ່ວມມື ລາວ-ຈີນ ສະບັບໃໝ່ ພ້ອມຜ່ານຮ່າງຂໍ້ຕົກລົງການແບ່ງໜ້າທີ່ຄວາມຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກຂອງຄະນະຮ່ວມມື ລາວ-ຈີນ ຊຸດໃໝ່, ສະເໜີແຜນດຳເນີນງານຂອງຄະນະຮ່ວມມື ລາວ-ຈີນ ແຕ່ປີ 2022-2025, ການສະເໜີຫຍໍ້ກ່ຽວກັບແລວທາງເສດຖະກິດ ລາວ-ຈີນ ພ້ອມທັງການປະກອບຄໍາເຫັນຈາກບັນດາຂະແໜງການທັງ​ຢູ່​ສູນ​ກາງ ແລະ ທ້ອງຖິ່ນ.

ໃນປີ 2021 ມູນຄ່າການຄ້າລາວ-ຈີນ ບັນລຸ 4,35 ຕື້ໂດລາ (ເພີ່ມຂຶ້ນ 21,4%), ນໍາເຂົ້າ 1,67 ຕື້ໂດລາ (ເພີ່ມຂຶ້ນ 11,9%), ສົ່ງອອກ 2,68 ຕື້ໂດລາ (ເພີ່ມຂຶ້ນ 28,2%), ສປປລາວ ໄດ້ເກີນດຸນການຄ້າ ສປຈີນ 1,01 ຕື້ໂດລາ ແລະ ໃນຂະນະດຽວກັນ ສປຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດໃນ ສປປລາວ ມີທັງໝົດ 821 ໂຄງການ (16,07 ຕື້ໂດລາ) ແລະ ສະເພາະໃນປີ 2021 ມີ 20 ໂຄງການ (01 ຕື້ກວ່າໂດລາ)” ໃນນີ້, ມີໂຄງການຊ່ວຍເຫຼືອ ຈາກ ສປຈີນ ທີ່ສາມາດຈັດຕັ້ງປະຕິບັດສໍາເລັດທັງໝົດ 03 ໂຄງການ​ໃຫຍ່ຄື: ໂຄງການແສງສະຫວ່າງໃນເຂດເທດສະບານໃຈກາງຕົວເມືອງນະຄອນຫຼວງວຽງຈັນ ຊຸດທີ 01, ໂຄງການຮ່ວມມືສ້າງບ້ານຕົວແບບແກ້ໄຂຄວາມທຸກຍາກລາວ-ຈີນ (ຢູ່ບ້ານຊໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມ ນະຄອນຫຼວງພະບາງ ແຂວງຫຼວງພະບາງ), ໂຄງການກໍ່ສ້າງໂຮງໝໍມະໂຫສົດ ໄລຍະທີ 01; ສ່ວນ​ໂຄງ​ການລົງ​ທຶນ​ຂະ​ໜາດ​ໃຫຍ່ ແລະ ເປັນ​ຫວັດ​ສາດ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດນັ້ນ​ກໍ່​ຄື: ໂຄງ​ການກໍ່​ສ້າງ​ທາງ​ດ່ວນ ລາວ-ຈີນ ໄລ​ຍະ​ທີ່ 1 ແຕ່​ນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ ແລະ ໂຄງ​ການ​ທາງ​ລົດ​ໄຟ​ຄວ​າມ​ໄວ​ສູງ ລາວ-ຈີນ ນະ​ຄອນຫຼວງວຽງ​ຈັນ-ນະ​ຄອນ​ຄຸນ​ໝິງ.

ສຳ​ລັບ​ໂຄງ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ ແລະ ລົງ​ທຶນ ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່. ສ​ປ ຈີນ ກໍ່​ເປັ​ນ​ປະ​ເທດ​ໜຶ່ງ​ທີ່​ຢືນ​ຢູ່​ແຖວ​ໜ້າ ໃນ​ນີ້​ອັນ​ພົນ​ເດັ່ນ​ກວ່າ​ໝູ່​ແມ່ນ​ການ​ລົງ​ທຶນ​ດ້ານ​ພະ​ລັງ​ງານ ເຊິ່ງ​ມີຫຼາຍ​ໂຄງ​ການ​ທີ່​ພັດ​ທະ​ນາ​ໂດຍ ນັກ​ລົງ​ທຶນ​ຈາກ ສ​ປ ຈີນ ໄດ້​ກາຍ​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ທີ່​ສຳ​ຄັນ​ຂອງ ສ​ປ​ປ​ລາວເຊັ່ນ: ໂຄງ​ການ​ຮ່ວມ​ມື​ສ້າງ​ຕັ້ງບໍລິສັດສາຍສົ່ງແຫ່ງຊາດ (EDL-T), ໂຄງການສາຍສົ່ງສະໜອງໄຟໃຫ້ທາງລົດໄຟລາວ-ຈີນ (Railway Power Supply Transmission Line), ໂຄງການກໍ່​ສ້າງເຂື່ອນໄຟຟ້ານ້ຳງື່ມ 3, ໂຄງການສຶກສາຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດໂຄງການໄຟຟ້າແສງຕາເວັນ ຂະໜາດ 300 ເມກາວັດ ຢູ່ທີ່ເມືອງຊານໄຊ, ແຂວງອັດຕະປື, ໂຄງການໄຟຟ້າພະລັງງານແສງຕາເວັນເທິງໜ້ານ້ຳງື່ມ 1, ທີ່ມີກໍາລັງຕິດຕັ້ງ 1200 ເມກາວັດ ແລະ ໂຄງ​ການ​ອື່ນໆ.

 

ໃນ​ຂົງ​ເຂດ​ທໍ​ລະ​ນີ​ສາດ ແລະ ບໍ່​ແຮ່ ສ​ປ ຈີນ ໄດ້​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ ສ​ປ​ປ​ລາວ ໃນ​ໂຄງການສໍາຫຼວດສ້າງແຜນທໍລະນີສາດ ແລະ ສ້າງແຜນທໍລະນີເຄມີ ຢູ່​ບັນ​ດາ​ແຂວງ​ພາກ​ເໜືອ. ນອກ​ຈາກນີ້, ສ​ປ ຈີນ ຍັງ​ສົ່​ງ​ເສີມ​ຊຸກ​ຍູ້​ນັກ​ລົງ​ທຶນ​ຂອງ​ຕົນ​ເຂົ້າ​ມາ​ລົງ​ທຶນ​ດ້ານທໍ​ລະ​ນີ​ສາດ ແລະ ບໍ່​ແຮ່​ຕື່ມ​ອີກ. ມ​າ​ຮອດປັດຈຸບັນນີ້, ມີນັກລົງທຶນຈາກ ສປ. ຈີນທີ່ໄດ້ຮັບອະນຸມັດ​ຈາກ ລັດ​ຖະ​ບານ​ລາວ ເຂົ້າ​ມາສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດມີຈຳນວນ 54 ບໍລິສັດ, ລວມມີ 91 ກິດຈະການ; ເຊັນສັນຍາວ່າດ້ວຍການຊອກຄົ້ນ, ສໍາຫຼວດ ແລະ ສຶກສາບົດວິພາກເສດຖະກິດ-ເຕັກນິກ ມີຈໍານວນ 41 ບໍລິສັດ, 46 ກິດຈະການ ແລະ ໂຄງການຮ່ວມມື ບໍລິສັດຈີນ ຮ່ວມກັບ ກົມທໍລະນີສາດ ແລະ ແຮ່ທາດ ແລະ ລັດວິສາຫະກິດພັດທະນາແຮ່ທາດລາວ ເຊິ່ງໄດ້ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ເພື່ອ​ດຳ​ເນີນ​ການສຶກສາເບື້ອງຕົ້ນຂໍ້ມູນທ່າແຮງແຫຼ່ງແຮ່ທາດ ລວມທັງໝົດ ມີ 15 ບໍລິສັດ, ລວມມີ 20 ເຂດ.

 

ພາບ: ສົມ​ສະ​ໜຸກ ທອງ​ສະ​ຫງວນ

ແຫຼ່ງ​ຂໍ້​ມູນ: ກົມ​ແຜນ​ການ ແລະ ການ​ຮ່ວມ​ມື

ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ

ກວດ​ແກ້: ຄະ​ນະ​ບັນ​ນາ​ທິ​ການ​ໜັງ​ສື​ພິມ ພບ