ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງຄຳມ່ວນ

           ໃນວັນທີ 16-17 ກຸມພາ ທີ່ຜ່ານມານີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຂະແໜງ ພະລັງງານ ແລະ ບໍ່ແຮ່ ຢູ່ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງໆ ຄຳມ່ວນ ພ້ອມດ້ວຍການນຳຂອງແຂວງ.

          ການເຄື່ອນໄຫວຊຸກຍູ້ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງໄປຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດ ລາວ-ຄາຍຢວນ ຈຳກັດ ແລະ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຢູ່ບ້ານນາມະລາດ ແລະ ບ້ານດົງໃຕ້ ເມືອງທ່າແຂກ ຕາມລໍາດັບ.

          ໃນການໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະຢູ່ແຕ່ລະບ່ອນ ທ່ານ ນາຍົກລັດຖະມົນຕີ ໄດ້ການຕ້ອນຮັບຈາກຄະນະອຳນວຍການ ແລະ ພະນັກງານຂອງບໍລິສັດບໍລິສັດ ລາວ-ຄາຍຢວນ ຈຳກັດ ແລະ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ. ພ້ອມກັນນີ້, ກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ສະພາບການຈັດຕັ້ງປະຕິບັດຂອງແຕ່ລະໂຄງການຈາກຜູ້ບໍລິຫານຂອງທັງ 2 ບໍລິສັດ.

          ໃນນີ້, ທ່ານ WANG DEQUAN ຄະນະອຳນວຍການ ບໍລິສັດ ລາວ-ຄາຍຢວນ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການ ຂຸດຄົ້ນ ແລະ ປຸງແຕ່ງ ເກືອໂປຕາສ ໄດ້ຮັບການສ້າງຕັ້ງຂື້ນ ໃນເດືອນ 6 ປີ 2009, ໂດຍມີທຶນຈົດຖະບຽນກວ່າ 83 ລ້ານ ໂດລາ ສະຫະລັດ, ຊຶ່ງປະຈຸບັນ ມີສບສິນຂອງບໍລິສັດ ທັງໝົດ 450 ລ້ານສະຫະລັດ, ໂຄງການດັ່ງກ່າວຕັ້ງຢູ່ບ້ານນາມະລາດ ເມືອງທ່າແຂກ, ແຂວງຄຳມ່ວນ, ໃນເຂດສຳປະທານທີ່ 1 ລວມມີເນື້ອທີ່ສຳປະທານ 41.69 km2 ມີປະລິມານແຮ່ທີ່ສາມາດຂຸດຄົ້ນໄດ້ 95 ລ້ານກວ່າໂຕນ, ຊຶ່ງເຂດສຳປະທານທີ່ 2 ແມ່ນກວມເອົາຢູ່ 2 ແຂວງ(ແຂວງຄຳມ່ວນ: ເມືອງທ່າແຂກ, ເມືອງເຊບັ້ງໄຟ. ແຂວງ ສະວັນນະເຂດ: ເມືອງໄຊບູລີ) ໃນເນື້ອທີ່ສຳປະທານ 92.24 km2 ເປີເຊັນຂອງແຮ່ KCI ສະເລ່ຍ 96% ຊຶ່ງສູງກວ່າຄ່າມາດຕະຖານແມ່ນ 95% ຂອງຜະລິດຕະພັນຄຸນນະພາບລະດັບຊາດປະເທດຈີນ, 

          ປະຈຸບັນ ຜະລິດຕະພັນດັ່ງກ່າວໄດ້ສົ່ງອອກຈຳໜ່າຍຫຼາຍກວ່າ 20 ປະເທດ, ໂດຍຫຼັກໆແມ່ນ ສປ ຈີນ, ຣາຊາອານາຈັກ ໄທ, ສສ ຫວໜດນາມ, ຍີ່ປຸນ, ມາເລເຊຍ, ອິນໂດເນເຊຍ, ຟິລິປິນ, ສິງກະໂປ ແລະ ປະເທດອື່ນໆອີກ.

          ໃນປີ 2022 ທາງບໍລິສັດ ໄດ້ມອບພັນທະອາກອນຕ່າງໆ ເຂົ້າພັກລັດ ລວມປະມານ 110 ລ້ານໂດລາສະຫະລັດ, ໃນນັ້ນ ໄດ້ມອບກອງທຶນພັດທະນາທ້ອງຖິ່ນ ຈຳນວນ ເກືອບ 10 ລ້ານໂດລາສະຫະລັດ. ບໍລິສັດ ໄດ້ດຳເນີນການຂຸດຄົ້ນໄລຍະທີ່ I ໃນປະລິມານ 5 ແສນໂຕນ/ປີ, ໄລຍະທີ II ໃນປະລິມານ 1 ລ້ານໂຕນ/ປີ ແລະ ໄລຍະທີ III ອີກ 1 ລ້ານໂຕນ/ປີ. ບໍລິສັດ ສະໜອງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນໃນເຂດທ້ອງຖິ່ນໄດ້ 3.500 ກວ່າຕຳແໜ່ງ, ບໍລິສັດ ຍັງໄດ້ເອົາໃຈໃສ່ໃນການປະກອບສ່ວນຊ່ວຍເຫຼືອພັດທະນາທ້ອງຖິ່ນ ມາຮອດ ເດືອນ ມິຖຸນາ 2022 ບໍລິສັດ ໄດ້ຊ່ວຍເຫຼືອເຂດບ້ານອ້ອມຂ້າງໂຄງການ, ຖະໜົນ-ຫົນທາງ, ທາງຫຼວງ ແລະ ງານສຳຄັນພາຍໃນແຂວງ ທັງໝົດກວ່າ 6 ລ້ານໂດລາສະຫະລັດ, ນອກຈາກນັ້ນ ທາງບໍລິສັດ ຍັງມີອີກຫຼາຍໆຜະລິດຕະພັນ ເຊັ່ນ: ເກືອໂບຼມ, ຣູບີດຽມ ແລະ ແມັກນິຊຽມ ແລະ ອື່ນໆອີກ.

          ຂະນະທີ່ ທ່ານ Tong Yongheng ຄະນະອຳນວຍການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ໄດ້ລາຍງານຕໍ່ຄະນະຕື່ມວ່າ: ບໍລິສັດ ຊີໂນ-ອາກຣີ ໂປຕາສ ມຸ້ງໝັ້ນທີ່ຈະກໍ່ສ້າງໂຄງການເກືອໂປຕາສຢູ່ລາວໃຫ້ເປັນໂຄງການສີຂຽວ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ພັດທະນາຢ່າງຍືນຍົງ. ພາຍໃຕ້ການສະໜັບສະໜູນອັນໃຫຍ່ຫລວງ ແລະ ນໍາພາຂອງພັກ-ລັດຖະບານທັງສອງປະເທດ ໂດຍປິ່ນອ້ອມວິໄສທັດ ແລະ ຍຸດທະສາດການພັດທະນາຂອງວິສາຫະກິດ ທີ່ຈະສ້າງ ຝຸ່ນໂປຕາສ ໃຫ້ເປັນອັນດັບໜຶ່ງໃນອາຊີ, ເປັນຜູ້ຜະລິດແລະຜູ້ສະໜອງເກືອໂປຕາສລະດັບໂລກ, ເພື່ອບັນລຸເປົ້າໝາຍໃນອານາຄົດທີ່ສວຍສົດງົດງາມກວ່າເກົ່າຂອງປະຊາຊົນສອງປະເທດ, ກ້າຫານບຸກເບີກ, ບຸກບືນກ້າວໄປຂ້າງໜ້າ, ສຸມທຸກເຫື່ອແຮງສ້າງເປັນໂຄງການແບບຢ່າງຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໃຊ້ພຶດຕິກໍາແລະຜົນງານ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລະຫວ່າງ ລາວ-ຈີນ. 

 ປະຈຸບັນໄດ້ສົ່ງໄປຈໍາໜ່າຍຢູ່ ຫວຽດນາມ, ອິນໂດເນເຊຍ, ໄທ, ມາເລເຊຍ, ໂມຣີຕຸສ, ຍີ່ປຸ່ນ, ສ. ເກົາຫລີ, ອິນເດຍ, ຟີຈີ, ນິວຊີແລນ, ສປ ຈີນ ແລະ ອີກຫລາຍປະເທດແລະຂົງເຂດຕ່າງໆ.
 ໃນປັດຈຸບັນບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ ມີພະນັກງານຄົນຈີນ-ລາວທັງໝົດ 3,791 ຄົນ, ຍິງ 387ຄົນ, ໃນນັ້ນມີພະນັກງານຄົນຈີນ 1,444 ຄົນ, ກວມເອົາອັດຕາສ່ວນ 38.08%, ພະນັກງານລາວ 2,347 ຄົນ, ກວມເອົາອັດຕາສ່ວນ 61.9%.
 ຊີໂນ ໂປຕາສ ໄດ້ມອບພັນທະການເງິນຕ່າງໆໃຫ້ລັດຖະບານຕາມກໍານົດເວລາ, ມາຮອດກາງປີ 2022 ໄດ້ມອບອາກອນຕ່າງໆໃຫ້ລັດຖະບານ ສະສົມລວມ 53,810,000 ໂດລາສະຫະລັດ, ມອບພັນທະຕ່າງໆ 9,650,000 ໂດລາສະຫະລັດ, ຊຶ່ງໄດ້ຊ່ວຍເຫລືອກໍ່ສ້າງ ແລະ ສ້ອມແປງ ໂຮງຮຽນປະຖົມ, ວັດວາອາຮາມ ແລະ ເສັ້ນທາງໃນໝູ່ບ້ານ ,ບັນເທົາໄພນໍ້າຖ້ວມ ລວມທັງໝົດ 2 ລ້ານໂດລາ.
 ພ້ອມນັ້ນ, ບໍລິສັດ ຍັງປະກອບສ່ວນສ້ອມແປງເສັ້ນທາງດົງໃຕ້-ນາສະອາດ ເມືອງ ທ່າແຂກ, ແຂວງ ຄໍາມ່ວນ ລວມມູນຄ່າ 2.5 ຕື້ກີບ ແລະ ສ້ອມແປງເສັ້ນທາງໜອງບົກ-ເຊບັ້ງໄຟ, ແຂວງ ຄໍາມ່ວນ ລວມມູນຄ່າ 1.7 ຕື້ກີບ. 

ຝຸ່ນໂປຕາສ ເອີ້ນເຕັມວ່າ ປຸ໋ຍໂປຕາສ (K), ເປັນປຸ໋ຍທີ່ມີສ່ວນປະກອບຂອງໂປຕາສເປັນຫຼັກ, ທົ່ວໄປແລ້ວລໍາຕົ້ນຂອງພືດມີໂປຕາສກວມເອົາ 0.2%~4.1% ຂອງນໍ້າໜັກແຫ້ງຂອງມັນ, ຮອງຈາກສານໄນໂຕຣເຈນ. ທົ່ວໄປມີໂປຕາສຊຽມຄລໍໄຣ (KCl), ໂປຕາສຊຽມຊັນເຟດ (K2SO4), ໂປຕາສຊຽມໄນເຕຣດ (KNO3), ໂປຕາສຊຽມຟອສເຟດ (K3PO4) ແລະ ອື່ນໆ

          ພາຍຫຼັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດກິດຈຳການຂອງທັງສອງບໍລິສັດແລ້ວ, ທ່ານນາຍົກລັດ ຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມເອົາໃຈໃສ່ ໃນການພັດທະນາກິດຈະການຂອງຕົນ ເຮັດໃຫ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດ ຕາມແຜນການທີ່ໄດ້ກຳນົດໄວ້. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາໃຫ້ແຕ່ລະຂະແໜງການ ແລະ ຜູ້ປະກອບການ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ: (1) ໃຫ້ສອງບໍລິສັດ ທີ່ຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ກັບຂະແໜງການກ່ຽວຂ້ອງ ກວດກາຄືນການຈັດຕັ້ງປະຕິບັດວຽກງານຂອງຕົນ, ລວມທັງການປະຕິບັດສັນຍາສຳປະທານ ໂດຍສະເພາະບັນຫາ ທີທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຂຶ້ນ ອັນໃດເຮັດໄດ້ແລ້ວ, ອັນໃດຍັງຄົງຄ້າງ ເພື່ອເຮັດໃຫ້ການເຄື່ອນໄຫວກິດຈະການ ຖືກຕ້ອງ ແລະ ສອດຄ່ອງກັບສັນຍາສຳປະທານ, ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ຮັບປະກັນການປະຕິບັດສິດ ແລະ ພັນທະຢ່າງຄົບຖ້ວນ ເພື່ອນຳເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ, ປະຊາຊົນ ແລະ ບໍລິສັດຜູ້ລົງທຶນ ຢ່າງສົມສ່ວນ ຕາມທີ່ກຳນົດໄວ້, ພ້ອມທັງ ໄດ້ຊີ້ນຳໃຫ້ບໍລິສັດ ປະຕິບັດພັນທະຕ່າງໆ ໂດຍຫັນການສຳລະຜ່ານລະບົບທະນາຄານພາຍໃນ ສປປ ລາວ.

ພາບ-ຂ່າວ: ສົມສະນຸກ