ທ່ານ ລັດຖະມົນຕີ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ຂຸດຄົ້ນແຮ່ທາດແບບທົດລອງ

           ຕອນເຊົ້າວັນທີ 28 ມິຖຸນາ 2023 ເຊິ່ງເປັນທີ3 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາແຫ່ງຊາດຊຸດທີ IX, ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ ລັດຖະບານ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນ 4 ບັນຫາຕົ້ນຕໍ່ຄື:

ບັນຫາທີ 2: ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດຂອງບັນດາແຮ່ທາດແບບທົດລອງ. ທ່ານ ລັດຖະມົນຕີ ໄດ້ກ່າວວ່າ: ຮອດທ້າຍເດືອນມິຖຸນາ 2023 ລັດຖະບານໄດ້ອະນຸຍາດໃຫ້ບໍລິສັດສຳປະທານພັດທະນາບໍ່ແຮ່ ໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈໍານວນທັງໝົດກວ່າ 300 ບໍລິສັດ 400 ກວ່າກິດຈະການ ໃນນີ້ ມີບັນດາໂຄງການພັດທະນາແຮ່ທາດແບບທົດລອງທີ່ອະນຸມັດຜ່ານມາ ທັງໝົດ 91 ບໍລິສັດ, ກວມເນື້ອທີ່ສຳປະທານ 37.678 ເຮັກຕາ ຫຼື ກວມເອົາ 0,13% ຂອງເນື້ອທີ່ທົ່ວປະເທດ ແຮ່ທາດທີ່ໄດ້ຮັບການອະນຸມັດລາຍກວ່າໝູ່ມີ: ແຮ່ເຫຼັກ 38 ໂຄງການ, ຫີນມາໂບ 2 ໂຄງການ, ແຮ່ຄໍາເຄົ້າ 8 ໂຄງການ, ຄໍາຕົກຂ້ອນ 31 ໂຄງການ ແລະ ແຮ່ຫາຍາກ 12 ໂຄງການ.

           ຜ່ານການຈັດຕັ້ງປະຕິບັດຕົວຈິງ, ເຫັນວ່າໂຄງການຂຸດຄົ້ນແຮ່ທາດແບບທົດລອງ ໄດ້ປະຕິບັດພັນທະມອບເໝົາລ່ວງໜ້າ ແລະ ພັນທະຄ່າຊື້ສິດສຳປະທານ, ພັນທະທີ່ມອບໃຫ້ ລັດຖະບານ ລ້າ ແລະ ພັນທະມອບເໝົາຈາກການຈຳໜ່າຍຜະລິດຕະພັນແຮ່ທາດ ນັບແຕ່ປີ 2021 ຫາ 2023 ລວມມູນຄ່າທັງໝົດ 959,68 ຕື້ກີບ ແລະ 177,17 ລ້ານໂດລາສະຫະລັດ. ຈາກການປະເມີນຜົນການດຳເນີນງານຂອງທັງ 91 ບໍລິສັດ, ມີ 1 ບໍລິສັດ ໄດ້ຮັບຄະແນນລະດັບ ດີຫຼາຍ, 5 ບໍລິສັດ ໄດ້ຮັບຄະແນນດີ, 16 ບໍລິສັດ ໄດ້ຮັບຄະແນນປານກາງ ແລະ ຈຳນວນ 69 ບໍລິສັດ ໄດ້ຮັບຄະແນນອ່ອນ.

ແຫຼ່ງຂໍ້ມູນ: ກອງເລຂາການນໍາກະຊວງ
ຮຽບຮຽງ: ຄໍາແສງແກ້ວປະເສີດ