ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມພິທີເຊັນສັນຍາຊື້-ຂາຍແຮ່ເຫຼັກ ລະຫວ່າງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ ກັບກຸ່ມບໍລິສັດ ຫຸ້ນສ່ວນເຫຼັກຫົວຟັດ ສສ ຫວຽດນາມ

          ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 1 ພະຈິກ 2022 ນີ້, ຢູ່ໂຮງແຮມ ເມື່ອງແທງ ນະຄອນຫຼວງວຽງຈັນ ຕາງໜ້າກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວລົງນາມໂດຍທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ ແລະ ຖືຫຸ້ນ 100% ແລະ ທ່ານ ເຈິນດິງລອງ ປະທານກຸ່ມບໍລິສັດ ຫົວຟັດ ສສ ຫວຽດນາມ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ; ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ລົງທຶນ ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການກະຊວງທີ່ກ່ຽວຂ້ອງ – ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ ແລະ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ແລະ ພາກສ່ວນທີ່ກ້ຽວຂ້ອງ ເຂົ້າຮ່ວມ.
          ໃນພິທີ ທ່ານ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ໄດ້ລາຍງານຫຍໍ້ສະພາບຂອງໂຄງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ເຊິ່ງບໍລິສັດໄດ້ເຊັນສັນຍາວ່າດ້ວຍການຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ໃນເນື້ອທີ 12,56 ກມ2 ຄັ້ງວັນທີ 28 ຕຸລາ 2021 ໃນອາຍຸສັນຍາ 14 ປີ ຢູ່ເຂດບ້ານຖໍ້າລາ ເມືອງຮ້ຽມ ແຂວງຫົວພັນ ແລະ ເຂດເມືອງຄຳ ແຂວງຊຽງຂວາງ ພ້ອມດຽວກັນນັ້ນ ບໍລິສັດ ນິກສັນ ຍັງມີສ່ວນຮ່ວມໃນການພັດທະນາທາງດ້ານພື້ນຖານໂຄງລ່າງ ທາງກຸ່ມ ບໍລິສັດ ນິກສັນ ໄດ້ຊ່ວຍສ້າງເສັ້ນທາງໃນເຂດຂຸດຄົ້ນຫາເມືອງຮ້ຽມ ແລະ ຍັງໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນເຂດດັ່ງກ່າວ.
           ຈາກນັ້ນ ທ່ານປະທານ ກຸ່ມບໍລິສັດ ຫຸ້ນສ່ວນເຫຼັກຫົວຟັດ ສສ ຫວຽດນາມ ກໍມີຄວາມຄິດຄວາມເຫັນທີ່ມີຄວາມໝາຍຄວາມສໍາຄັນຕໍ່ກັບເນື້ອໃນຂອງສັນຍາ ແລະ ການຮ່ວມມືພັດທະນາເສດຖະກິດຂອງສອງຊາດລາວ-ຫວຽດນາມ ທີ່ມີມາຕັ້ງແຕ່ດົນນານ ເພື່ອເປັນການເສີມຂະຫຍາຍຄວາມສາມັກຄີ ການພັດທະນາເສດຖະກິດຂອງສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນ ເປັນການປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານ ວາລະແຫ່ງຊາດ ເປັນການຊຸກຍູ້ເສດຖະກິດແຫ່ງຊາດໃຫ້ມີການຂະຫຍາຍຕົວ ສ້າງລາຍຮັບໃຫ້ລັດ ແລະ ເພື່ອເປັນການສົ່ງເສີມໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ ເທື່ອລະກ້າວ. ເນື້ອໃນສັນຍາ ທັງສອງຝ່າຍຕົກລົງເຫັນດີຈະມີການຊື້-ຂາຍ ອີງຕາມເນື້ອໃນສັນຍາ 14 ປີ ໃນຈຳນວນ 360.000 ໂຕນຕໍ່ປີ.
ພາບ ແລະ ແຫຼ່ງຂ່າວ: ວຽງຈັນໃໝ່
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ