ສປປລາວ ແລະ ສປ ຈີນ ຮ່ວມກັນສ້າງສູນສຶກສາພະລັງງານສີຂຽວ ຢູ່ ສປປລາວ

          ໃນວັນທີ 28 ຕຸລາ 2022 ທີ່ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດ ວິສະວະກຳພະລັງງານໄຟຟ້າຄຸນຫມິງ ຂອງ ສປ ຈີນ (Power China Kunming Engineering Corporation Limited ຫຼື KHIDI) ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍໂຄງການຮ່ວມມືດ້ານສູນການສຶກພະລັງງານສີຂຽວ (Green Energy Research Center in Laos). ບົດບັນທຶກຄວາມເຂົ້າໃຈສະບັບນີ້ ສ້າງຂຶ້ນໂດຍມີຈຸດປະສົງ ເພື່ອສະເໜີຂໍງົບປະມານນໍາລັດຖະບານ ສປ ຈີນ ເພື່ອມາສ້າງຕັ້ງສູນຄົ້ນຄ້ວາ ແລະ ພັດທະນາພະລັງງານສີຂຽວຂອງ ສປປ ລາວ (The National Green Energy Research and Development Center of Laos). ສູນການສຶກສາດັ່ງກ່າວ ຈະຊ່ວຍໃຫ້ຂະແໜງການສາມາດວາງແຜນ ແລະ ຈັດສັນພະລັງງານໄຟຟ້າ ເຊື່ອມຕໍ່ເຂົ້າລະບົບ ເພື່ອຮັບໃຊ້ພາຍໃນປະເທດ ຕາມການຂະຫຍາຍຕົວຂອງອຸດສາຫະກຳ ແລະ ຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າໃນແຕ່ລະໄລຍະໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ຕາງໜ້າໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ລົງນາມໂດຍ ທ່ານ ປອ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ແລະ ທ່ານ Xu Anquan ຫົວໜ້າຜຸ້ຕາງໜ້າຫ້ອງການ KHIDI ປະຈໍາ ສປປ ລາວ ຕາງໜ້າບໍລິສັດ ວິສະວະກຳພະລັງງານໄຟຟ້າຄຸນຫມິງ ຂອງ ສປ ຈີນ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ.

          ໂຄງການນີ້ຖືວ່າເປັນໂຄງການທີ່ສຳຄັນຫຼາຍ ເຊິ່ງຕິດພັນກັບວຽກຈຸດສຸມທີ 1 ຂອງວາລະແຫ່ງຊາດ ຂອງຂະແໜງການ ເປັນຕົ້ນແມ່ນການຮ່ວມມືກັບບັນດາປະເທດໃກ້ຄຽງໃນຮູບແບບການແລກປ່ຽນພະລັງງານໄຟຟ້າແບບ ລະບົບ ສູ່ ລະບົບ ໂດຍສະເພາະກັບ ສປ ຈີນ ເພື່ອສ້າງຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບດ້ານພະລັງງານ ໂດຍມີການຮ່ວມມືເຊິ່ງກັນ ແລະ ກັນ, ສາມາດສົ່ງພະລັງງານສ່ວນເກີນອອກໃນລະດູຝົນໄປຍັງ ສປ ຈີນ ແລະ ນຳເຂົ້າມາຄືນໃນລະດູແລ້ງ ໃນລາຄາທີ່ສົມເຫດສົມຜົນ. ອີກຢ່າງປັດຈຸບັນນີ້, ຫຼາຍປະເທດທົ່ວໂລກກຳລັງໃຫ້ຄວາມສຳຄັນໃນການຫັນປ່ຽນພະລັງງານ ແລະ ນຳໃຊ້ພະລັງງານສະອາດ ເພື່ອຫຼຸດຜ່ອນການປ່ອຍທາດອາຍກາກບອນ ທັງເປັນການສະໜັບສະໜູນໃຫ້ແກ່ COP26 ເຊິ່ງ ສປປ ລາວ ເຮົາກໍ່ກຳລັງເລີ່ມໃນການຫັນປ່ຽນພະລັງງານດັ່ງກ່າວ ເພື່ອໃຫ້ບັນລຸການຫຼຸດຜ່ອນ ການປ່ອຍທາດອາຍກາກບອນໃຫ້ເປັນສູນ ພາຍໃນປີ 2050.
ພາບ ແລະ ແຫຼ່ງຂໍ້ມູນ: ກົມນະໂຍບາຍ ແລະ ແຜນພະລັງງານ
ຂ່າວ: ຄຳແສງ ແກ້ວປະເສີດ