ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວຈັດກອງປະຊຸມເຜີຍແຜ່ເອກະສານການປະຢັດ ແລະ ອະນຸລັກພະລັງງານໃນພາກ ອາຄານ ແລະ ໂຮງງານ ຄວບຄຸມ

          ໃນວັນທີ 23 ພະຈິກ 2022 ທີ່ຫ້ອງປະຊຸມຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,ໄດ້ມີກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານໃນພາກອາຄານ ແລະ ໂຮງງານຄວບຄຸມ ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ທ່ານ ທຣິສຕັນ ເບວລິງແຮມ (Tristan Bellingham), ຫົວໜ້າຫ້ອງການອຳນວຍຄວາມສະດວກດ້ານພະລັງງານທົດແທນ ລະຫວ່າງ ສປປ ລາວ – ນີວຊີແລນ. ມີຜູ້ຕາງໜ້າຈາກ ໂຮງງານ ແລະ ອາຄານ ຄວບຄຸມ ຫຼາຍກວ່າ 50 ທ່ານ.

          ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມ ສົ່ງເສີມ ແລະ ປະຢັດພະລັງງານ ກ່າວວ່າ: ການປະຢັດພະລັງງານແມ່ນເປັນວຽກງານໜື່ງທີ່ລັດຖະບານ ສປປ ລາວ ໃຫ້ຄວາມສຳຄັນ ແລະ ສົ່ງເສີມການຈັດຕັ້ງປະຕິບັດ, ເວົ້າສະເພາະ, ວຽກງານດັ່ງກ່າວແມ່ນ ວິທີໜື່ງທີ່ສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງການນໍາໃຊ້ພະລັງງານໄດ້ດີ, ແຕ່ຍັງບໍ່ທັນຖືກນຳໃຊ້ຢ່າງກວ້າງຂວາງ ແລະ ເປັນຮູບປະທຳ. ເນື່ອງຈາກວ່າ: ໃນໄລຍະຜ່ານມາແມ່ນໄດ້ຮັບຜົນກະທົບ ຈາກການລະບາດ ຂອງພະຍາດ ໂຄວິດ 19 ເຮັດໃຫ້ການເຜີຍແຜ່ເອກະສານນິຕິກຳກ່ຽວກັບ ວຽກງານການປະຢັດ ແລະ ອະນຸລັກພະລັງງານ ສໍາລັບ 4 ຂະແໜງການເຊັ່ນ: ພາກອຸດສາຫະກໍາ, ພາກທີ່ຢູ່ອາໄສ, ພາກຕຶກ-ອາຄານ ທຸລະກິດ-ສໍານັກງານລັດ ແລະ ພາກຂົນສົ່ງ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ເທົ່າທີຄວນ, ໂດຍສະເພາະການໂຄສະນາ ເຜີຍແຜ່, ການໃຫ້ຄວາມຮູ້, ຄວາມເຂົ້າໃຈ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຜູ້ບໍລິຫານໂຮງງານ ແລະ ອາຄານ ຄວບຄຸມ ໃນ ສປປ ລາວ.
          ທ່ານ ທຣິສຕັນ ເບວລິງແຮມ (Tristan Bellingham), ຫົວໜ້າຫ້ອງການອຳນວຍຄວາມສະດວກດ້ານພະລັງງານທົດແທນ ລະຫວ່າງ ສປປ ລາວ – ນີວຊີແລນ ກ່າວ່າ: ວຽກງານ ການອະນຸລັກ ແລະ ປະຢັດພະລັງງານຍັງມີບົດບາດສຳຄັນໃນການ ປະກອບສ່ວນເພື່ອຫຼຸດຜ່ອນການປ່ອຍທາດອາຍກາກບອນ (CO2) ແລະ ນອກຈາກນີ້ຍັງເປັນການຊ່ວຍລັດຖະບານໃນການຫຼຸດຜ່ອນການນໍາເຂົ້າພະລັງງານຈາກຕ່າງປະເທດອີກດ້ວຍ ເຊັ່ນ: ການນຳເຂົ້ານ້ຳມັນເຊື້ອໄຟ. ພ້ອມທັງ ເພີ່ມຄວາມໝັ້ນຄົງ ແລະ ເພີ່ມຄວາມອາດສາມາດໃນການແຂ່ງຂັນ ທາງດ້ານທຸລະກິດໃນພາກການຜະລິດ ແລະ ການບໍລິການ. ຈາກຜົນປະໂຫຍດດັ່ງກ່າວ ເຮັດໃຫ້ ລັດຖະບານເກີດມີການພັດທະນາ ແລະ ນຳໃຊ້ນະໂຍບາຍແຫ່ງຊາດ ວ່າດ້ວຍ ການອະນຸລັກ ແລະ ປະຢັດພະລັງງານ ໃນປີ 2016. ເປົ້າໝາຍຂອງ ນະໂຍບາຍດັ່ງກ່າວ ແມ່ນເພື່ອບັນລຸ 10% ໃນປີ 2030ໂດຍການຫຼຸດຜ່ອນການຊົມໃຊ້ພະລັງງານ ຕາມການເຕີບໂຕທາງດ້ານເສດຖະກິດ.

           ຂະນະທີ່ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ຢືນຢັ້ນວ່າ: ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະຢັດ ແລະ ອະນຸລັກ ພະລັງງານໄດ້ຖືກຮັບຮອງໃນປີ 2020 ໂດຍໄດ້ກຳນົດ ຫຼັກການ, ລະບຽບ ແລະ ມາດຕະການ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍດັ່ງກ່າວ. ດຳລັດໄດ້ລະບຸຈະແຈ້ງກ່ຽວກັບຄວາມໝາຍຂອງ ໂຮງງານ ແລະ ອາຄານ ຄວບຄຸມ ແລະ ລະບຽບການທີ່ທາງໂຮງງານ ແລະ ອາຄານດັ່ງກ່າວຕ້ອງຈັດຕັ້ງປະຕິບັດ. ລະບຽບການລວມມີ ການແຕ່ງຕັ້ງຜູ້ບໍລິຫານ ພະລັງງານ, ການເກັບກຳ ແລະ ລາຍງານຂໍ້ມູນການຊົມໃຊ້ພະລັງງານ, ແລະ ການຈັດຕັ້ງປະຕິບັດ ລະບົບຄຸ້ມຄອງ ພະລັງງານເພື່ອການພັດທະນາ, ວຽກງານ ການອະນຸລັກ ແລະ ປະຢັດພະລັງງານ. ດັ່ງທີ່ກ່າວມາຂ້າງເທີງນັ້ນ, ມາດຕະການເຫຼົ່ານັ້ນຈະຊ່ວຍໃຫ້ ບັນດາ ໂຮງງານ ແລະ ອາຄານ ຄວບຄຸມ ຫຼຸດຜ່ອນ ຄ່າໃຊ້ຈ່າຍທາງດ້ານພະລັງງານ, ແລະ ລວມທັງເປັນການຊ່ວຍຫຼຸດຜ່ອນການປ່ອຍທາດອາຍກາກບອນ (CO2) ແລະ ການເພີ່ງພາການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ພ້ອມດ້ວຍເພີ່ມການແຂ່ງຂັນ ແລະ ຄວາມໝັ້ນຄົງດ້ານພະລັງງານ. ກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນ ໃນການຜັນຂະຫຍາຍການໂຄສະນາການເຜີຍແຜ່ນະໂຍບາຍ ແຫ່ງຊາດ ວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ ແລະ ດຳລັດວ່າດ້ວຍ ການອະນຸລັກ ແລະ ປະຢັດພະລັງງານ, ລະບຽບການ ທີ່ຕິດພັນກັບ ໂຮງງານ ແລະ ອາຄານ ຄວບຄຸມ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ