
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 9 ສິງຫາ 2022 ນີ້ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດຖືຮຸ້ນລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່. ໃຫ້ກຽດເຂົ້າຮ່ວມໃນພິທີມີ ສະຫາຍ ນາງ ຈັນສະຫວາດ ບຸບຜາ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ສະຫາຍ ບົວລິດ ຂຸນສີ ຮອງເລຂາໜ່ວຍພັກ, ຮອງຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ. ນອກຈາກນີ້, ຍັງມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈໍາ ແລະ ຄະນະບໍລິຫານງານ ຊປປລ ພບ, ພ້ອມດ້ວຍບັນດາ ສະຫາຍ ເລຂາ, ຮອງເລຂາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງກະຊວງເຂົ້າຮ່ວມ 63 ສະຫາຍ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ການຊີ້ນຳ-ນໍາພາວຽກງານຊາວໜຸ່ມພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໂດຍສະເພາະໃນໄລຍະ 6 ເດືອນຕົ້ນປີ 2022 ເຊິ່ງມີຫຼາຍດ້ານໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ທີ່ເປັນສະມາຊິກຊາວໜຸ່ມ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກ; ມີຄວາມມີຄວາມອຸ່ນອຽນ, ທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກເວົ້າລວມ, ເວົ້າສະເພາະຕໍ່ການຊີ້ນຳນຳພາຂອງຄະນະພັກກະຊວງກໍຄືຂອງ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່; ມີຄວາມຕື່ນຕົວ, ຫ້າວຫັນ, ບຸກບືນ, ຊື່ສັດ-ບໍລິສຸດ ຕໍ່ໜ້າທີ່ວຽກງານຂອງຕົນ; ບຸກບືນໃນການຮຽນຮູ້ດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ຄວາມຮູ້ດ້ານພາສາຕ່າງປະເທດ.

ປະຈຸບັນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ປະກອບມີ 4 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ ແລະ 13 ໜ່ວຍຮາກຖານຂຶ້ນກັບ; ມີສະມາຊິກທັງໝົດ 2.335 ສະຫາຍ, ຍິງ 743 ສະຫາຍ; ມີຄະນະບໍລິຫານງານ ຊປປລ ກະຊວງ 22 ສະຫາຍ, ຍິງ 06 ສະຫາຍ; ມີເລຂາ 1 ສະຫາຍ, ຮອງເລຂາ 3 ສະຫາຍ ແລະ ຄະນະປະຈໍາ 8 ສະຫາຍ; ມີສະມາຊິກຊາວໜຸ່ມເປັນສະມາຊິກພັກທັງໝົດ 526 ສະຫາຍ, ຍິງ 192 ສະຫາຍ.


