
ໃນຕອນເຊົ້າຂອງວັນທີ 23 ທັນວາ 2021 ຢູ່ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ມີພິທີມອບ-ຮັບອາກອນລາຍໄດ້ຈາກຜົນປະກອບການດໍາເນີນທຸລະກິດ ຂອງ ລັດວິສາຫະກິດຖືຮຸ້ນລາວ (ລຮລ) ປະຈໍາປີ 2021 ຈໍານວນ 38.545.456.609 ກີບ. ຕາງໜ້າ ລັດວິສາຫະກິດຖືຮຸ້ນລາວ ກ່າວມອບໂດຍ ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລັດວິສາຫະກິດຖືຮຸ້ນລາວ ແລະ ໃຫ້ກຽດເຂົ້າຮັບຂອງ ທ່ານ ໄພທູນ ທ່ຽງລະໄມ ຮອງຫົວໜ້າກົມສ່ວຍສາອາກອນ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ຮອງປະທານສະພາບໍລິຫານລັດວິສາຫະກິດຖືຮຸ້ນລາວ ແລະ ທ່ານ ທໍາມະລົດ ຣາຊະພົນ ຮັກສາການຫົວໜ້າກົມ ສວຍສາອາກອນ, ກະຊວງ ການເງິນ. ນອກຈາກນີ້, ຍັງມີບັນດາ ທ່ານ ຮອງຜູ້ອຳນວຍການ ລັດວິສາຫະກິດຖືຮຸ້ນລາວ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລັດວິສາຫະກິດຖືຮຸ້ນລາວ ກ່າວວ່າ: ການມອບອາກອນລາຍໄດ້ລ່ວງໜ້າ ໃນໄລຍະ 6 ເດືອນຕົ້ນປີ 2021 ຈໍານວນ 1 ຕື້ກີບ ແລະ 6 ເດືອນທ້າຍປິ ຈໍານວນ 37,54 ຕື້ກ່ວາກີບ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງເຂັ້ມງວດ ຂອງຄະນະຜູ້ບໍລິຫານຂອງ ລັດວິສາຫະກິດຖືຮຸ້ນລາວ ໃນການປະຕິບັດພັນທະມອບອາກອນເຂົ້າງົບປະມານລັດ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ທ່ານ ລາຍງານໃຫ້ຮູ້ຕື່ມວ່າ ໃນປີ 2021 ລັດວິສາຫະກິດຖືຮຸ້ນລາວ ສາມາດປະຕິບັດພັນທະຕາມສັນຍາຈ່າຍຊໍາລະຕົ້ນທຶນເງິນກູ້ຢືມ ແລະ ດອກເບັ້ຍ ໃຫ້ກະຊວງການເງິນ ໄດ້ທັງໝົດ 42,41 ລ້ານ ໂດລາສະຫະລັດ. ສໍາລັບປີ 2022 ລັດວິສາຫະກິດຖືຮຸ້ນລາວ ຈະມີລາຍຮັບຈາກການດໍາເນີນທຸລະກິດເພີ້ມຂຶ້ນຫຼາຍກ່ວາເກົ່າ ແລະ ຈະສາມາດມອບພັນທະອາກອນເຂົ້າງົບປະມານລັດໄດ້ຫຼາຍຂຶ້ນ.


ລັດວິສາຫະກິດຖືຮຸ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ກຸມພາ 2005, ຊຶ່ງເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີກະຊວງການເງິນເປັນເຈົ້າຂອງທຶນ 100%. ປະຈຸບັນ ລັດວິສາຫະກິດຖືຮຸ້ນລາວ ໄດ້ຮັບມອບໝາຍຈາກລັດຖະບານໃຫ້ເຂົ້າຮ່ວມຖືຮຸ້ນໃນ 4 ໂຄງການ, ຄື: ໂຄງການໄຟຟ້ານໍ້າເທີນ 2 (ຖືຮຸ້ນ 25%), ໂຄງການໄຟຟ້າຄວາມຮ້ອນຫົງສາ (ຖືຮຸ້ນ ພາກໂຮງໄຟຟ້າ 20% ແລະ ພາກບໍ່ແຮ່ 25%), ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ (ຖືຮຸ້ນ 24%) ແລະ ໂຄງການໄຟຟ້ານໍ້າງຽບ 1 (ຖືຮຸ້ນ 25%). ນອກຈາກນັ້ນ ລັດວິສາຫະກິດຖືຮຸ້ນລາວ ຍັງໄດ້ຮັບມອບໝາຍໃຫ້ດໍາເນີນທຸລະກິດຈໍາໜ່າຍຂີ້ເທົ່າລອຍ ແລະ ຢິບຊໍາ ໃນໂຄງການໄຟຟ້າຄວາມຮ້ອນຫົງສາ ຕື່ມອີກ.
ແຫຼ່ງຂໍ້ມູນ: ລັດວິສາຫະກິດຖືຮຸນລາວ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ