ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຕ້ອນຮັບເອກອັກຄະລັດຖະທູດຣາຊະອານາຈັກ ອັງກິດ ເຂົ້າພົບປະ

          ໃນວັນທີ 25 ສິງຫາ 2022 ຜ່ານມານີ້, ຢູ່ຫ້ອງຮັບເເຂກຊັ້ນ 2 ກະຊວງພະລັງງານ ເເລະ ບໍ່ເເຮ່ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະ, ເຮັດວຽກກັບ ທ່ານ Kenneth james O’Flaherty ເອກອັກຄະລັດຖະທູດ ຣາຊະອານາຈັກ ອັງກິດ.
          ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອຍຮັບ ແລະ ຊົມເຊີຍຕໍ່ ທ່ານ ທູດ ທີ່ໄດ້ເຂົ້າມາພົບປະ ແລະ ເຮັດວຽກຮ່ວມກັບກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ ສອງປະເທດ ໂດຍສະເພາະການຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃຫ້ແໜ້ນແຟ້ນກວ່າເກົ່າ.
          ຂະນະທີ່ ທ່ານ ທູດ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຮອງລັດຖະມົນຕີ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນ ແລະ ສົນທະນາກັນໃນບັນຫາຕ່າງໆ ທີ່ທັງສອງຝ່າຍມີຄວາມສົນໃຈ ໂດຍສະເພາະແມ່ນ ປຶກສາຫາລືການຮ່ວມມືກັນໃນຕໍ່ໜ້າ ກ່ຽວກັບການສັງລວມວຽກງານການຫັນປ່ຽນສູ່ພະລັງງານກາກບອນຕ່ຳ ທີ່ຕິດພັນກ່ຽວກັບຂະເເໜງ ພະລັງງານ ເເລະ ບໍ່ເເຮ່.
ໂດຍ: ວິລະຊາດ ຊາຍອັດຕະປື