ກອງປະຊຸມ ປຶກສາຫາລືລະດັບສູງ ແລະ ກອງປະຊຸມສຳມະນາພາກພື້ນອາຊຽນ ກ່ຽວກັບການຫັນໄປສູ່ພະລັງງານກາກບອນຕໍ່າ Post author:mem admin Post published:07/08/2024 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງວັນທີ 25-26 ກໍລະກົດ 2024 ນີ້, ຢູ່ນະຄອນຫຼວງວຽງຈັນ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງ ພ້ອມກັນນີ້ ກໍ່ພ້ອມກັນແລກປ່ຽນບົດຮຽນກ່ຽວກັບການພັດທະນາພະລັງງານຢູ່ໃນພາກພື້ນທີ່ເປັນມິດກັບສິ່ງແວດລ້ອມ ຫຼື ພະລັງງານທີ່ມີກາກບອນຕໍ່າ ໂດຍແມ່ນກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນ. ກອງປະຊຸມຄັ້ງນີ້, ໄດ້ຮັບກຽດກ່າວເປີດກອງປະຊຸມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ແທນຈາກ 10 ປະເທດອາຊຽນ, ປະເທດສັງເກດການ ແລະ ປະເທດຄູ່ຮ່ວມມື ພ້ອມດ້ວຍອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ບັນຫາທີ່ນຳມາປຶກສາຫາລື ແລະ ຄົ້ນຄວ້າຮ່ວມກັນໃນຄັ້ງນີ້ມີຫຼາຍປະເດັ່ນ ທີ່ຕິດພັນກັບການວາງນະໂຍບາຍພັດທະນາພະລັງງານສະອາດຢູ່ໃນພາກພື້ນເປັນຕົ້ນແມ່ນ: ການນຳໃຊ້ຜົນປະໂຫຍດຈາກລະບົບສາຍສົ່ງໄຟຟ້າຂອງຊຽນ ເພື່ອຫຼຸດຜ່ອນການປ່ອຍກາກບອນໃນພາກອຸດສາຫະກຳພະລັງງານອາຊຽນ; ການວາງນະໂຍບາຍໄປສູ່ເສດຖະກິດກາກບອນຕໍ່າ ໃນແຜນແມ່ບົດການພັດທະນາພະລັງງານຢູ່ໃນພາກພື້ນອາຊຽນໃນຕໍ່ໜ້າ ແລະ ການກ້າວໄປສູ່ການຫັນປ່ຽນພະລັງງານກາກບອນຕໍ່າ ໂດຍສະເພາະແມ່ນໂອກາດ ທາງການເງິນ ແລະ ເຕັກໂນໂລຊີ ທີຜ່ານການຮ່ວມມືໃນຂອບອາຊຽນ. ກອງປະຊຸມປຶກສາຫລືລະດັບສູງຂອງອາຊຽນ ແລະ ການສຳມະນາລະດັບພາກພື້ນ ກ່ຽວກັບນະໂບາຍພະລັງງານກາກບອນຕໍ່າ ຄັ້ງນີ້ ແມ່ນແນ່ໃສ່ການສ້າງໃຫ້ພາກພື້ນອາຊຽນກາຍເປັນພາກພື້ນທີມີການປ່ອຍກາກບອນຕໍ່າ ໂດຍສະເພາະແມ່ນການພັດທະນາໃນພາກອຸດສາຫະກຳພະລັງງານໄຟຟ້າ ເຊິ່ງປັດຈຸບັນ ກຳລັງຈັດຕັ້ງປະຕິບັດການຮ່ວມມືກັນຢ່າງມີປະສິດທິພາບ ມີປະສິດທິຜົນ. ພາບ: ວຽງສະຫວັນ ປຣະດິດຂ່າວ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ຄະນະທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມໂຄງການເຂື່ອນໄຟຟ້າ ນ້ຳເທີນ 2 ທີ່ແຂວງຄຳມ່ວນ 01/03/2023 ຄະນະພັກ-ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຄະນະພັກ-ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ລົງພົບປະ, ຢ້ຽມຢາມ ນາຍ ແລະ ພົນທະຫານ ແລະ ວິລະຊົນແຫ່ງຊາດ (ກອງລາດສະວົງ) 25/02/2022 ທ່ານ ລັດຖະມົນຕີ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ເຂົ້າຢ້ຽມຂໍ່ານັບ 21/06/2023
ຄະນະພັກ-ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຄະນະພັກ-ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ລົງພົບປະ, ຢ້ຽມຢາມ ນາຍ ແລະ ພົນທະຫານ ແລະ ວິລະຊົນແຫ່ງຊາດ (ກອງລາດສະວົງ) 25/02/2022