ບໍລິສັດ ຊີຈີເອັນ ເອເນຈີ ເຕັກໂນໂລຊີ (ລາວ) ຈຳກັດ ມອບເຄື່ອງຊ່ວຍເຫຼືອຕ້ານໄພໜາວໃຫ້ນ້ອງນັກຮຽນ ຢູ່ແຂວງ ອຸດົມໄຊ

          ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 22 ມັງກອນ 2024 ຢູ່ພະແນກຖະແຫຼ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງ ອຸດົມໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງ ອຸດົມໄຊ ແລະ ທ່ານ ຈົ່ງຊ່ຽນເຈຍ(Zhong Xianjue) ປະທານບໍລິສັດ ຊີຈີເອັນ, ມີການນຳຂອງທັງສາມພາກສ່ວນ ພ້ອມດ້ວຍພະນັກງ-ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ. ເຄື່ອງທີ່ນຳມາມອບຄັ້ງນິີ້, ປະກອບມີ: ເສື້ອກັນໜາວ ຈຳນວນ 290 ຜື້ນ, ຜ້າຫົ່ມ ຈໍານວນ 300 ຜື້ນ ລວມມູນຄ່າທັງໝົດ 300ລ້ານກວ່າກີບ.

ທ່ານ ຈົ່ງຊ່ຽນເຈຍ ປະທານບໍລິສັດຊີຈີເອັນ ກ່າວວ່າ: ບໍລິສັດ ຊີຈີເອັນ ເປັນບໍລິສັດໜຶ່ງ ທີ່ພັດທະນາໂຄງການລົງທຶນດ້ານພະລັງງານໄຟຟ້າຢູ່ ສປປລາວ ໂດຍຄວາມມຸ້ງໝາດປາດຖະໜາ ຢາກຈະເປັນບໍລິສັດທີ່ນຳໜ້າໃນການນຳເອົາເທັກໂນໂລຊີທີ່ທັນສະໄໝ ດ້ານການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ ສປປລາວ ແລະ ເປັນໂຄງການຕົວແບບດ້ານການຮ່ວມມື ລະຫວ່າງສອງພັກ, ສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານແລ້ວນັ້ນ ຍິ່ງມີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ. ທ່ານ ປະທານບໍລິສັດ ໃຫ້ການຢືນຢັ້ນຕື່ມວ່າ, ການພັດທະນາໂຄງການພະລັງງານໄຟຟ້າຢູ່ ສປປລາວ ໂດຍສະເພາະແມ່ນໂຄງການພະລັງງານໄຟຟ້າແສງຕາເວັນ ການເຊື່ອມຕໍ່ພະລັງງານສະອາດພາກເໜືອ ໄລຍະທີ່1, ເປັນໂຄງການທີ່ບໍລິສັດ ຍຶດໝັ້ນແນວຄວາມຄິດ “ລົງທຶນໂຄງການໜຶ່ງ, ຕ້ອງຂັບເຄື່ອນເສດຖະກິດ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນໃນຂົງເຂດນັ້ນໆ” ໄປຄຽງຄູ່ກັບການພັດທະນາພະລັັງງານສີຂຽວ, ເຊິ່ງຍາມໃດ ບໍລິສັດ ກໍໃຫ້ຄວາມສໍາຄັນ ແລະ ຈັດຕັ້ງປະຕິບັດວຽກງານຄວາມຮັບຜິດຊອບຕໍ່ສັງຄົມ, “ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ຮ່ວມກັນພັດທະນາ”.

ຂະນະດຽວກັນ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຕາງໜ້າໃຫ້ພັກ, ລັດຖະບານ ເວົ້າລວມ, ເວົ້າສະເພາະໃຫ້ການນໍາກະຊວງພະລັງງານ ແລະ ບໍ່ແຮ່ ຕີລາຄາສູງ ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອຂອງ ບໍລິສັດ ໃນຄັ້ງນີ້, ເປັນການປະກອບສ່ວນທີ່ມີຄຸນຄາຕໍ່ການພັດທະນາຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນລູກຫຼານ ທີ່ເປັນໜໍ່ແໜ່ງຂອງປະເທດຊາດ ຢູ່ແຂວງອຸດົມໄຊ ໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນເຄື່ອງໃຊ້ທີ່ຈຳເປັນໃນລະດູໜາວ. ທ່ານ ລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ: ບໍລິສັດ ຊີຈີເອັນ ເອເນຈີ ເຕັກໂນໂລຊີ (ລາວ) ຈຳກັດ ຈະເປັນບໍລິສັດທີ່ນຳໜ້າ ແລະ ເປັນຕົວແບບທີ່ດີ ຂອງການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ ສປປລາວ, ຈະມີຜົນສຳເລັດຢ່າງໜັກແໜ້ນຕາມແຜນການພັດທະນາໂຄງການ ແລະ ການດຳເນີນທຸລະກິດຂອງຕົນເອງ.

         ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງ ອຸດົມໄຊ ໄດ້ໃຫ້ຮູ້ວ່າພິທີມອບ-ຮັບເຄື່ອງໃນຄັ້ງນີ້ເປັນຂີດໝາຍສໍາຄັນ, ບໍລິສັດຊີຈີ ເອັນໃຫ້ການຊ່ວຍເຫຼືອ, ສະໜັບສະໜູນການພັດທະນາ ແຂວງ ອຸດົມໄຊ, ສົ່ງມອບຄວາມອົບອຸ່ນໃຫ້ແກ່ນັກຮຽນ ຜູ້ທີ່ທຸກຍາກໃນເຂດຫ່າງໄກສອກຫຼີກ.
ພາຍຫຼັງສຳເລັດພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ, ທ່ານ ລັດຖະມົນຕີ ພ້ອມດ້ວຍການນຳຂອງແຂວງ ແລະ ບໍລິສັດ ໄດ້ໄປຢ້ຽມຢາມໂຄງການເຊື່ອຕໍ່ພະລັງງານສະອາດພາກເໜືອ ສປປ ລາວ ໄລຍະທີ1 ແລະ ໂຮງຮຽນປະຖົມ ກິວຈະລຸ ເຊິ່ງເປັນໂຮງຮຽນ ຕັ້ງຢູ່ເຂດພັດທະນາຂອງໂຄງການ, ກ່ອນຈະພ້ອມກັນເຂົ້າຮ່ວມກິດຈະກໍາເຜີຍແຜ່ຄວາມຮູ້ດ້ານພະລັງງານສະອາດ. ຕາມແຜນພັດທະນາຂອງໂຄງການ ຈະສ້າງໂຮງຮຽນແຫ່ງດັ່ງກ່າວໃຫ້ກາຍເປັນ “ໂຮງຮຽນນົກຍາງຂາວຊີຈີເອັນ” ໃນອະນາຄົດ. 

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Websites: mem.gov.la
ສາຍດ່ວນ: 1506